pele - 2025-07-14T153927.552
ນະຄອນຫຼວງວຽງຈັນ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ
ຮຽບຮຽງໂດຍ:Pele
ເຜີຍແຜ່: 14 July, 2025

ນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966 – 13 ກໍລະກົດ 2025 ) ຢ່າງຄຶກຄື້ນເບີກບານ ແລະ ມ່ວນຊື່ນ.

 

 

ກິດຈະກຳ ເຕັ້ນແອໂຣບິກ ເພື່ອສຸຂະພາບ ແນໃສ່ສ້າງຂະບວນການສະເຫຼີມຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ ຄັ້ງນີ້ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ກໍລະກົດ ຜ່ານມາ ທີ່ເດີ່ນພະທາດຫຼວງ ເມືອງໄຊເຊດຖາ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ), ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລັມປິກແຫ່ງຊາດ ຫຼື ຄອລ ແລະ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຕະຫຼອດຮອດບັນດາປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມຫຼາຍຮ້ອຍຄົນ.

 

ໂອກາດນີ້, ທ່ານ ບຸນທັນ ແສງມະນີ ກໍໄດ້ໃຫ້ຮູ້ວ່າ: ບັນດາທ່ານຮູ້ນຳກັນແລ້ວວ່າ ກິລາ-ກາຍຍະກຳ ເປັນພະລັງແຮງ, ເປັນຢາວິເສດ ສະແດງເຖິງຄວາມເຂັ້ມແຂງທາງດ້ານຮ່າງກາຍ, ຈິດໃຈ ແລະ ທາງດ້ານມັນສະໝອງ ຊຶ່ງສະແດງອອກໃນສະໄໝຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານຂອງບັນພະບູລຸດ ກໍຄື ບັນດາທ່ານຜູ້ນຳທີ່ໄດ້ນຳພາການປະຕິວັດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ ຢ່າງດຸເດືອດພາຍໃຕ້ຫ່າກະສູນ, ລະເບີດ, ລູກແຕກຂອງສັດຕູ ບໍ່ມີເວັ້ນແຕ່ລະວັນ ແຕ່ກໍໄດ້ຮັບໄຊຊະເປັນກ້າວໆມາ ກໍຍ້ອນມີການຝຶກຍຸດທະວິທີ ທາງດ້ານກິລາ-ກາຍຍະກຳ ເຮັດໃຫ້ຮ່າງກາຍ, ຈິດໃຈ ມີຄວາມເຂັ້ມແຂງ, ມີຄວາມອົດທົນ ສາມາດຍາດໄດ້ໄຊຊະນະຕະຫຼອດມາ.

 

ທ່ານ ບຸນທັນ ແສງມະນີ ໃຫ້ຮູ້ຕື່ມອີກວ່າ: ກິລາ-ກາຍຍະກຳ ນອກຈາກທີ່ເຮັດໃຫ້ສຸຂະພາບແຂງແຮງແລ້ວຍັງເປັນໄມ້ຫຼາວັດແທກ ໃນການສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ, ມີຄວາມສາມັກຄີຢ່າງສະໜິດແໜ້ນຢູ່ໃນກົມກອງ, ຂະແໜງການເຂດແນວໜ້າ-ແນວຫຼັງ, ຖັນແຖວພະນັກງານ, ທະຫານ-ຕຳຫຼວດ, ໂຮງຮຽນ ແລະ ຄຸ້ມບ້ານຕ່າງໆ ໃນທີ່ສຸດກອງກິລາ ກອງທັບປົດປ່ອຍປະຊາຊົນລາວກໍໄດ້ປະກາດສ້າງຕັ້ງຂຶ້ນ ໃນວັນທີ 13 ກໍລະກົດ 1966 ໂດຍແມ່ນທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ຫົວໜ້າເສນາທິການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ ໃນໄລຍະນັ້ນ ເປັນຜູ້ປະກາດສ້າງຕັ້ງຂຶ້ນ ອັນເປັນຂີດໝາຍແຫ່ງການກຳເນີດຂອງຂະບວນກິລາລາວ ຈົນເຖິງປັດຈຸບັນນີ້.

 

ທ່ານ ພູວົງ ວົງຄຳຊາວ ກ່າວວ່າ: ກິດຈະກຳສະເຫຼີມສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 59 ປີ. ນອກນັ້ນ, ກໍຍັງມີວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ແລະ ວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 116 ປີ ສະນັ້ນ, ໃນນາມຕາງໜ້າຄະນະນຳນະຄອນຫຼວງວຽງຈັນ ຂໍສະແດງຄວາມຊົມເຊີຍຄະນະຮັບຜິດຊອບ ຕະຫຼອດຮອດປະຊາຊົນຊາວ ນະຄອນຫຼວງວຽງຈັນ ທີ່ເສຍສະຫຼະເວລາທີ່ມີຄຸນຄ່າ ເຂົ້າຮ່ວມກິດຈະກຳຄັ້ງນີ້ ເພື່ອພ້ອມກັນຈາລຶກວັນສຳຄັນປະຫວັດສາດ ແນໃສ່ໃຫ້ຄົນຮຸ່ນຫຼັງໄດ້ສືບທອດຕໍ່ກັນຢ່າງມີຄວາມໝາຍເລິກເຊິ່ງ.

 

ໃນການຈັດກິດຈະກຳຄັ້ງນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກທ່ານ ບົວສະຫວ່າງ ຈຳປາພັນ ຜູ້ບໍລິຫານສັງວຽນໄກ່ຕີ ບ້ານບອນຂາຊ້າຍ, ນໍ້າດື່ມຜະລິດຕະພັນ ຣີໄວ ຈາກບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ນາງ ວົງຈັນ ບົວແພງ ປະທານ ກອງປະກວດ Miss earth Laos ອີກດ້ວຍ.

 

(ຂ່າວ: ຕຸໄລເພັດ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ