
ເຖິງແມ່ນເກມຈະຈົບໄປແລ້ວ ແຕ່ເລື່ອງຍັງບໍ່ທັນຈົບ ຫລຸຍສ໌ ເອັນຣິເກ້ ຄູຝຶກເປແອສເຊ ອາດຈະຖືກຟີຟ່າແບນຈາກກິດຈະກໍາລູກຫນັງທັງໝົດ ຫຼັງຕົບໜ້າຊູເອາ ເປໂດຣ ກາງສະໜາມ
ວັນທີ 15 ກໍລະກົດ 2568 ຫລຸຍສ໌ ເອັນຣິເກ້ ຜູ້ຈັດການທີມປາຣີສ ແຊງ-ແຊມັງ ອາດຈະຕ້ອງປະເຊີນກັບໂທດແບນທັງໝົດຈາກການເຮັດໜ້າທີ່ດ້ານບານເຕະ ຫຼັງຖືກຈັບພາບຂະນະຕົບໜ້າ ຊູເອາ ເປໂດຣ ກອງໜ້າເຊລຊີ ໃນສຶກຊິງແຊ້ມສະໂມສອນໂລກ
ເຫດການດັ່ງກ່າວເກີດຂຶ້ນຫຼັງເກມຮອບຊິງຊະນະເລີດ ທີ່ເປແອສເຊແພ້ເຊລຊີໄປ 0-3 ໂດຍເອັນຣິເກ້ເກີດອາລົມຮ້ອນຫຼັງເກມ ກ່ອນຈະເຂົ້າໄປມີປາກສຽງກັບເປໂດຣ ແລະຕົບເຂົ້າທີ່ຫົວຂອງແຂ້ງບຣາຊິນ ເຮັດໃຫ້ນັກເຕະແລະທີມງານກວ່າ 20 ຄົນຈາກທັງສອງຝ່າຍຕ້ອງເຂົ້າມາຢຸດຍັບ
ຂະນະນີ້ ຟີຟ່າກຽມເປີດການສອບສວນຢ່າງເປັນທາງການ ເຖິງແມ່ນຈະບໍ່ສາມາດລົງໂທດດ້ວຍການຫ້າມຄຸມທີມໃນແມັດການແຂ່ງຂັນທັນທີ ເພາະເປແອສເຊຈະບໍ່ມີໂປຼແກຼມໃນທົວນາເມັນຂອງຟີຟ່າຈົນກວ່າຈະຮອດອິນເຕີຄອນຕີເນັນຕັນ ຄັບເດືອນທັນວາ ແຕ່ມີແນວໂນ້ມສູງວ່າ ຟີຟ່າຈະໃຊ້ມາດຕະການ “ແບນຕາມໄລຍະເວລາ” ເຊັ່ນດຽວກັບກໍລະນີຂອງ ຫລຸຍສ໌ ຊົວເຣຊ ທີ່ເຄີຍຖືກຫ້າມເຮັດກິດຈະກໍາກ່ຽວກັບບານເຕະເປັນເວລາ 4 ເດືອນ ຫຼັງເຫດການກັດ ຈໍໂຈ້ ຄີເອນລິນີ ໃນບານເຕະໂລກ 2014
ຜູ້ຕັດສິນລະດັບອາວຸໂສຂອງສະເປນ ເອັດດູອາໂດ ກອນຊາເລຊ ໃຫ້ຄວາມເຫັນວ່າ “ບໍ່ວ່າຈະຊື່ຫຍັງ ຖ້າຄຸນໄປຕົບໜ້າຄູ່ແຂ່ງ ມັນຖືເປັນເລື່ອງທີ່ບໍ່ສາມາດຍອມຮັບໄດ້ ເຖິງແມ່ນໃບແດງແລະໃບເຫຼືອງໃນລາຍການນີ້ຈະບໍ່ສົ່ງຜົນຕໍ່ການແຂ່ງຂັນອື່ນ ແຕ່ຟີຟ່າຍັງສາມາດລົງໂທດຕາມຊ່ວງເວລາໄດ້”
ສ່ວນກໍລະນີໃບແດງຂອງ ຊູເອາ ເນເວສ ທີ່ດຶງຜົມ ມາກ ກູກູເຣນຢ່າ ຊ່ວງທ້າຍເກມນັ້ນ ຄາດວ່າຈະບໍ່ຖືກລົງໂທດເພີ່ມເຕີມ ເນື່ອງຈາກຟີຟ່າລະບຸໄວ້ຊັດເຈນວ່າໂທດແບນຈາກໃບແດງໃນລາຍການນີ້ຈະບໍ່ຖືກສົ່ງຕໍ່ໄປຍັງທົວນາເມັນອື່ນ
ຫລຸຍສ໌ ເອັນຣິເກ້ ພະຍາຍາມຫຼຸດຄວາມຮຸນແຮງຂອງເຫດການ ໂດຍກ່າວຫຼັງເກມວ່າ “ຕອນທ້າຍມີສະຖານະການທີ່ຄວນຫຼີກເວັ້ນໄດ້ ຜົມພະຍາຍາມແຍກນັກເຕະອອກເພື່ອບໍ່ໃຫ້ບານປາຍ ທຸກຄົນເຄັ່ງຕຶງກັນໝົດ ບໍ່ແມ່ນວິທີທີ່ດີໃນການຈົບເກມເລີຍ”
ຟີຟ່າຍັງບໍ່ໄດ້ປະກາດຢ່າງເປັນທາງການວ່າຈະມີບົດລົງໂທດຕໍ່ເອັນຣິເກ້ຫຼືຜູ້ກ່ຽວຂ້ອງລາຍອື່ນຫຼືບໍ່ ແຕ່ຄາດວ່າລາວອາດຈະຖືກແບນຈາກການຄຸມທີມໃນຊູເປີຄັບ ທີ່ເປແອສເຊມີຄິວພົບ ທ໋ອດແນ່ມ ຮ໋ອດສະເປີ ທີ່ອູດິເນ່ ວັນທີ 14 ສິງຫານີ້
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














