ເມື່ອກອງປະຊຸມລະດັບລັດຖະມົນຕີຂອງການສົນທະນາລະຫວ່າງອະລິຍະທຳທົ່ວໂລກ ລົງເລິກຄົ້ນຄວ້າປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍຂອງອະລິຍະທຳມະນຸດ ຮ່ວມກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ຂ່າວດີຈາກຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງປະເທດລາວໄດ້ສ່ອງແສງໃຫ້ເຫັນຫົວຂໍ້ດັ່ງກ່າວ ເຊິ່ງກໍຄື: ໃນຫົກເດືອນຕົ້ນປີນີ້, ນະຄອນຫຼວງພະບາງໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນ 109,75% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈີນ ໄທ ຝຣັ່ງ ສ ເກົາຫຼີ ແລະ ຍີ່ປຸ່ນ ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນທີ່ສຳຄັນ. ກະແສຄວາມນິຍົມດ້ານການທ່ອງທ່ຽວດັ່ງກ່າວບໍ່ແມ່ນການເຕີບໂຕພຽງຕົວເລກເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງພິເສດຂອງການທ່ອງທ່ຽວໃນການຊຸກຍູ້ການແລກປ່ຽນ ແລະ ການເຊື່ອມໂຍງທາງອະລິຍະທຳ.
ນະຄອນຫຼວງພະບາງປຽບຄືດັ່ງຫໍພິພິທະພັນອະລິຍະທຳແບບທຳມະຊາດ ທີ່ໄດ້ເຊື່ອມໂຍງຮີດຄອງປະເພນີແບບດັ້ງເດີມຂອງອາຊີຕາເວັນອອກສຽງໃຕ້ກັບວັດທະນະທຳຕ່າງປະເທດນອກພາກພື້ນ, ມີວັດວາອາຮາມ ແລະ ເຊື່ອຖືໃນພຸດທະສາສະໜາມາຫຼາຍພັນປີ, ທັງມີສິ່ງກໍ່ສ້າງທີ່ມີສີສັນແປກໃໝ່ຈາກຕ່າງປະເທດ; ຄວາມງຽບສະຫງົບຂອງແມ່ນ້ຳຂອງປະສົມປະສານກັບຄວາມຄຶກຄື້ນຂອງຕະຫຼາດກາງຄືນ, ພິທີໃສ່ບາດແບບດັ້ງເດີມຢູ່ຮ່ວມກັບຄວາມມີຊີວິດຊີວາຂອງຍຸກສະໄໝໃໝ່. ການຢູ່ຮ່ວມກັນແບບກົມກຽວຂອງວັດທະນະທຳຫຼາຍເຄົ້າແບບນີ້, ບໍ່ພຽງແຕ່ເປັນຕົວແບບແຫ່ງຄວາມຫຼາກຫຼາຍຂອງອະລິຍະທຳເທົ່ານັ້ນ, ຫາກຍັງປຽບຄືດັ່ງແມ່ເຫຼັກທີ່ດຶງດູດນັກທ່ອງທ່ຽວທີ່ມີເບື້ອງຫຼັງທາງດ້ານວັດທະນະທຳທີ່ແຕກຕ່າງກັນເດີນທາງໄປທ່ຽວຊົມ, ກາຍເປັນເວທີໃຫ້ແກ່ການແລກປ່ຽນອະລິຍະທຳຂອງທົ່ວໂລກ.
ຄວາມສະດວກສະບາຍດ້ານການຄົມມະນາຄົມ ແລະ ນະໂຍບາຍຕ່າງໆ, ເຮັດໃຫ້ຊ່ອງທາງແຫ່ງການແລກປ່ຽນອະລິຍະທຳມີຄວາມໂລ່ງລ່ຽນກວ່າເກົ່າ. ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ເຮັດໃຫ້ຄວາມຫ່າງໄກກັນດ້ານພູມສາດກາຍເປັນຄວາມສະດວກສະບາຍທີ່ “ອອກເດີນທາງໃນຕອນເຊົ້າ ໄປເຖິງຈຸດໝາຍປາຍທາງໃນຫົວຄ່ຳ”, ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວຈີນສາມາດສຳຜັດກັບປະຫວັດສາດ ແລະ ວັດທະນະທຳທີ່ດີງາມຂອງຫຼວງພະບາງໄດ້ງ່າຍເທົ່ານັ້ນ, ຍັງເຮັດໃຫ້ປະຊາຊົນທ້ອງຖິ່ນມີໂອກາດສຳຜັດກັບບັນຍາກາດຂອງວັດທະນະທຳຈີນອີກດ້ວຍ. ສຳລັບນະໂຍບາຍຍົກເວັ້ນວີຊາຂອງລາວຕໍ່ກຸ່ມນັກທ່ອງທ່ຽວຈີນ, ຍິ່ງສ່ອງແສງໃຫ້ເຫັນເຖິງທ່າທີອັນຕັ້ງໜ້າໃນການສົນທະນາດ້ານອະລິຍະທຳ. ການເປີດປະຕູສູ່ພາຍນອກດ້ານນະໂຍບາຍແບບນີ້, ໄດ້ແກ້ໄຂອຸປະສັກຂອງການແລກປ່ຽນລະຫວ່າງອະລິຍະທຳຕ່າງໆໃນລະດັບທີ່ເລິກເຊິ່ງ, ທັງໄດ້ກາຍເປັນຕົວແບບທີ່ສາມາດຖອດຖອນບົດຮຽນໄດ້ໃຫ້ແກ່ປະເທດອື່ນ.
ບົດບາດຈາກກະແສນິຍົມການທ່ອງທ່ຽວຫຼວງພະບາງ, ໄດ້ລື່ນກາຍຂອບເຂດເສດຖະກິດມາແຕ່ດົນນານແລ້ວ. ໃນດ້ານເສດຖະກິດ, ໄດ້ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງຂະແໜງການຕ່າງໆ ເຊັ່ນ: ການກິນດື່ມ ໂຮງແຮມ ແລະອື່ນໆ, ໄດ້ສ້າງວຽກເຮັດງານທຳຢ່າງຫຼວງຫຼາຍ, ສ້າງພື້ນຖານດ້ານວັດຖຸທີ່ໜັກແໜ້ນໃຫ້ແກ່ການແລກປ່ຽນອະລິຍະທຳ; ໃນດ້ານວັດທະນະທຳ, ໄດ້ເຮັດໃຫ້ນັກທ່ອງທ່ຽວຈາກປະເທດຕ່າງໆ ໄດ້ເຜີຍແຜ່ ແລະ ສຳຜັດກັບວັດທະນະທຳເຊິ່ງກັນແລະກັນຈາກການ ພົບກັນຕາມຖະໜົນຫົນທາງ, ການປະຕິສຳພັນກັນໃນການຊື້ຂາຍສິນຄ້າ, ການໃຫ້ອຸທານ ແລະ ຊົມເຊີຍຕໍ່ແຫຼ່ງທ່ອງທ່ຽວດຽວກັນ,. ເມື່ອປະເພນີບຸນກຸດຈີນພົບກັບມູນເຊື້ອພຸດທະສາສະໜາຂອງລາວ, ເມື່ອນັກທ່ອງທ່ຽວຈີນນັບມື້ນັບຫຼາຍລົງເລິກເຂົ້າໃຈກ່ຽວກັບວັດທະນະທຳລາວ, ເມື່ອປາກົດມີກະແສນິຍົມຮຽນພາສາຈີນຢູ່ຫຼວງພະບາງ, ເລື່ອງລາວເຫຼົ່ານີ້ລ້ວນແຕ່ໄດ້ຊຸກຍູ້ການແກ້ໄຂສິ່ງກີດຂວາງ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກັນ, ໄດ້ສະສົມຄວາມເປັນເອກະພາບກັນອັນລ້ຳຄ່າເພື່ອສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ເລື່ອງລາວຂອງຫຼວງພະບາງ, ແມ່ນຕົວແບບທີ່ມີຊີວິດຊີວາແຫ່ງການເຊື່ອມໂຍງ ແລະ ແລກປ່ຽນລະຫວ່າງອະລິຍະທຳທົ່ວໂລກ. ໄດ້ບົ່ງບອກໃຫ້ພວກເຮົາຮູ້ວ່າ, ການທ່ອງທ່ຽວບໍ່ພຽງແຕ່ແມ່ນການເດີນທາງເພື່ອທ່ຽວຊົມທິວທັດທີ່ສວຍງາມເທົ່ານັ້ນ, ຍັງເປັນຂົວແຫ່ງການສົນທະນາດ້ານອະລິຍະທຳອີກດ້ວຍ. ເມື່ອວັດທະນະທຳຕ່າງໆໄດ້ຮັບການແລກປ່ຽນ ແລະ ຊື່ນຊົມເຊິ່ງກັນແລະກັນຢ່າງສະເໝີພາບຢູ່ສະຖານທີ່ແຫ່ງນີ້, ພວກເຮົາຈະມີຄວາມເຂົ້າອົກເຂົ້າໃຈກັນຢ່າງເລິກເຊິ່ງກວ່າເກົ່າ ຄື: ທາດແທ້ແຫ່ງອະລິຍະທຳບໍ່ຢູ່ກັບການໂດດດ່ຽວຫຼືປິດກັ້ນກັນ, ແຕ່ຢູ່ທີ່ການແລກປ່ຽນກັນ; ບໍ່ຢູ່ກັບການຫັນເປັນຮູບແບບດຽວກັນ, ແຕ່ຢູ່ກັບການຢູ່ຮ່ວມກັນ. ນີ້ແມ່ນຄວາມໝາຍແຫ່ງການສົນທະນາລະຫວ່າງອະລິຍະທຳທົ່ວໂລກ ແລະ ແມ່ນຄວາມຫວັງຂອງມວນມະນຸດທີ່ຈະກ້າວໄປສູ່ອະນາຄົດທີ່ດີງາມຮ່ວມກັນ.
ຂ່າວ: ວສລ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,414 | 21,689 |
![]() THB | 658.20 | 668.34 |
![]() EUR | 23,945 | 24,424 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |