
ວັນທີ 14 ກໍລະກົດ 2025, ສະຫະພັນບານເຕະ ນະຄອນຫຼວງວຽງຈັນ(ນວ) ໄດ້ຈັດຕັ້ງພິທີຖະແຫຼງຂ່າວ, ຈັບສະຫຼາກແບ່ງສາຍ ແລະ ເຜີຍແຜ່ເຕັກນິກການແຂ່ງຂັນ ໃນງານແຂ່ງຂັນ ກິລາບານເຕະຊີງຂັນ ນວ ຄັ້ງທີ I (THE CAPITAL CUP 2025) ໂດຍການເປັນປະທານ ຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
ການແຂ່ງຂັນບານເຕະຊີງຂັນ ນະຄອນຫຼວງວຽງຈັນ ປະຈໍາປີ 2025 ແມ່ນການກະກຽມຄັດເລືອກນັກກິລາບານເຕະຂອງນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ທີ່ ນະຄອນຫຼວງວຽງຈັນ ຈະເປັນເຈົ້າພາບໃນ ເດືອນພະຈິກ 2025 ນີ້.ໃນການຈັດຕັ້ງປະຕິບັດວຽກງານການກະກຽມໄດ້ມີການແຈ້ງການເຊີນເຖິງບັນດາການນໍາ 9 ເມືອງອ້ອມຂ້າງນະຄອນຫລວງວຽງຈັນ ໃນການກະກຽມທີມນັກກິລາເຂົ້າຮ່ວມການແຂ່ງຂັນ ມາຮອດປັດຈຸບັນ ໄດ້ມີທີມແຈ້ງເຈດຈຳນົງ ແລະ ລົງທະບຽນເຂົ້າຮ່ວມການແຂ່ງຂັນທັງໝົດ 13 ທີມ ຈາກ 9 ເມືອງ ເຊິ່ງການແຂ່ງຂັນຈະເລີ່ມຕົ້ນຂຶ້ນໃນວັນທີ 19 ກໍລະກົດ-16 ສິງຫາ 2025 ທີ່ສະໜາມກິລາລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ, ແລະ ຈະແບ່ງ ອອກເປັນ 3 ສາຍ ແຂ່ງຂັນໃນວັນພຸດ, ເສົາ ແລະ ອາທິດ.
ການແຂ່ງຂັນຮອບແບ່ງສາຍ ຈະແຂ່ງຂັນຄົບກັນໝົດໃນສາຍ ເອົາທີມທີ່ມີຄະແນນອັນດັບ 1 ແລະ 2 ເຂົ້າຮອບ 8 ທີມ ແລະ ເອົາທີມອັນດັບທີ 3 ທີ່ມີຄະແນນດີຈໍານວນ 2 ທີມ ຂອງແຕ່ລະສາຍ ເຂົ້າແຂ່ງຂັນໃນຮອບ 8 ທີມ ແຂ່ງຂັນແບບເສຍແລ້ວຕົກຮອບ (Knock-out) ທີມຊະນະຈະເຂົ້າໄປແຂ່ງຂັນໃນຮອບຮອງຊະນະເລີດ.
ການແຂ່ງຂັນຄັ້ງນີ້ ຈະຊີງລາງວັນມູນຄ່າ 100 ກວ່າລ້ານກີບ ນອກນັ້ນ, ຍັງມີລາງວັນອື່ນໆ ຕື່ມອີກ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














