
ເມື່ອເວົ້າເຖິງພະລັງງານສະອາດ, ຫຼາຍຄົນອາດຈະຄິດເຖິງແຜງໂຊລາເຊວ, ກັງຫັນລົມ ຫຼື ເຂື່ອນ. ແຕ່ຍັງມີພະລັງງານອີກອັນໜຶ່ງທີ່ກຳລັງເປັນທີ່ສົນໃຈ ນັ້ນກໍຄື “ພະລັງງານໄຮໂດຣເຈນ” ນີ້ອາດຈະເປັນຕົວປ່ຽນເກມດ້ານພະລັງງານຂອງໂລກ ທີ່ອາດເຂົ້າມາແທນທີ່ນ້ຳມັນ ແລະ ກາຊທຳມະຊາດໃນອະນາຄົດ.
ໄຮໂດຣເຈນກ່ຽວຂ້ອງກັບພະລັງງານແນວໃດ?
ໄຮໂດຣເຈນແມ່ນທາດທີ່ເບົາທີ່ສຸດ ແລະ ມີຢູ່ຫຼາຍທີ່ສຸດໃນຈັກກະວານ ຄິດເປັນ 73-75% ຂອງສະສານທັງໝົດ. ແຕ່ເທິງໂລກຂອງເຮົາມັກບໍ່ລອຍຢູ່ເດີ່ຍວຕາມທຳມະຊາດ, ແຕ່ຈະຈັບຄູ່ກັບທາດອື່ນໆ ເຊັ່ນ ນ້ຳ (H₂O) ຫຼື ມີເທນ (CH₄). ການທີ່ຈະນຳໄຮໂດຣເຈນມາໃຊ້ປະໂຫຍດ ຈຶ່ງຈຳເປັນຕ້ອງແຍກມັນອອກມາ, ຊຶ່ງຂະບວນການທີ່ນິຍົມທີ່ສຸດຄື Electrolysis ຫຼື ການແຍກນ້ຳດ້ວຍໄຟຟ້າ ໂດຍໃຊ້ກະແສໄຟຟ້າຜ່ານນ້ຳເພື່ອແຍກໂມເລກຸນນ້ຳອອກເປັນກາຊໄຮໂດຣເຈນ ແລະ ອົກຊິເຊນ.
ສິ່ງສຳຄັນທີ່ຕ້ອງເຂົ້າໃຈຄື ໄຮໂດຣເຈນບໍ່ແມ່ນແຫຼ່ງພະລັງງານ ແຕ່ແມ່ນ “ຕົວນຳພະລັງງານ” (Energy Carrier) ເປັນຄືກັບແບັດເຕີຣີ່ຊະນິດໜຶ່ງ. ຫຼາຍຄົນເຂົ້າໃຈຜິດວ່າໄຮໂດຣເຈນຈະມາແຂ່ງຂັນກັບນ້ຳມັນ, ໂຊລາ ຫຼື ນິວເຄຍ ຫຼືບໍ່? ຄວາມຈິງແລ້ວ ແຫຼ່ງຜະລິດພະລັງງານຄື ພະລັງງານນິວເຄຍ ຫຼື ໂຊລາ ສ່ວນໄຮໂດຣເຈນຄືສິ່ງທີ່ໃຊ້ເກັບພະລັງງານນັ້ນເອງ.
ການນຳພະລັງງານຈາກໄຮໂດຣເຈນມາໃຊ້
ເມື່ອຜະລິດ ແລະ ເກັບຮັກສາໄຮໂດຣເຈນໄດ້ແລ້ວ ເຮົາສາມາດດຶງພະລັງງານທີ່ໄຮໂດຣເຈນເກັບໄວ້ອອກມາໃຊ້ໄດ້ 2 ວິທີຫຼັກໆ:
- ການເຜົາໄໝ້ໂດຍກົງ – ໂດຍນຳກາຊໄຮໂດຣເຈນໄປເຜົາໃນເຕົາ ຫຼື ກັງຫັນກາຊ ຄືກັບການເຜົາກາຊທຳມະຊາດເພື່ອຜະລິດໄຟຟ້າ ເໝາະສຳລັບງານອຸດສາຫະກຳ ຫຼື ການຜະລິດໄຟຟ້າຂະໜາດໃຫຍ່. ການເຜົາໄໝ້ໄຮໂດຣເຈນຈະບໍ່ມີຂອງເສຍທີ່ເປັນອັນຕະລາຍ ເພາະເມື່ອເຜົາໄໝ້ຮ່ວມກັບອົກຊິເຊນ ຜົນທີ່ໄດ້ຄື “ນ້ຳ” ທີ່ສະອາດຫຼາຍ.
- ການແປງກັບຄືນເປັນໄຟຟ້າຜ່ານ Fuel Cell – ໄຮໂດຣເຈນຈະເຮັດປະຕິກິລິຍາກັບອົກຊິເຊນໃນເຊວເຊື້ອເພີງ (Fuel Cell) ເພື່ອຜະລິດໄຟຟ້າ, ນ້ຳ ແລະ ຄວາມຮ້ອນ ແບບດຽວກັບທີ່ໃຊ້ໃນລົດຍົນໄຮໂດຣເຈນ.
ສີຂອງໄຮໂດຣເຈນ
ໄຮໂດຣເຈນມີຫຼາຍສີເພື່ອຈຳແນກວ່າຜະລິດມາຈາກຫຍັງ ແລະ ສະອາດເທົ່າໃດ:
- ສີນ້ຳຕານ (Brown) – ຜະລິດຈາກຖ່ານຫີນ ປ່ອຍຄາບອນໄດອົກໄຊໃສຫຼາຍທີ່ສຸດ
- ສີເທົາ (Grey) – ຜະລິດຈາກກາຊທຳມະຊາດ
- ສີຟ້າ (Blue) – ຄືກັບສີເທົາ ແຕ່ມີການດັກຈັບຄາບອນໄດອົອກໄຊ
- ສີຊົມພູ (Pink) – ໃຊ້ພະລັງງານຈາກໂຮງໄຟຟ້ານິວເຄຍ
- ສີຂຽວ (Green) – ຜະລິດໂດຍໃຊ້ພະລັງງານສະອາດແລະພະລັງງານທົດແທນ
ຖ້າມອງແບບຄົນທີ່ຢາກໃຫ້ໂລກໃບນີ້ຍັງມີອາກາດຫາຍໃຈ ກໍຕ້ອງ “ສີຂຽວເທົ່ານັ້ນ” ເຊິ່ງມີລາຄາແພງສຸດໃນຕອນນີ້.
ບົດບາດຂອງໄຮໂດຣເຈນໃນອະນາຄົດ
ໄຮໂດຣເຈນບໍ່ໄດ້ມີບົດບາດແຄ່ໃນດ້ານພະລັງງານເທົ່ານັ້ນ ແຕ່ຍັງເປັນວັດຖຸດິບສຳຄັນໃນການຜະລິດ “ແອມໂມເນຍ” ຊຶ່ງເປັນສ່ວນປະກອບຫຼັກຂອງປຸ໋ຍສັງເຄາະ. ຫາກປ່ຽນມາໃຊ້ Green Hydrogen ຈະໄດ້ Green Ammonia ທີ່ມີ Carbon Footprint ຕ່ຳຫຼາຍຫຼືບໍ່ມີເລີຍ.
ທ້າຍທີ່ສຸດແລ້ວ ໄຮໂດຣເຈນຈະເປັນພະລັງງານຫຼັກຂອງອະນາຄົດ ຫຼື ບໍ່ ອາດບໍ່ແມ່ນສິ່ງທີ່ແນ່ນອນ “ເປັນຫນຶ່ງໃນເຄື່ອງມືທີ່ສຳຄັນຫຼາຍ” ແລະ ຫາກເຮົາເລີ່ມວາງລະບົບທີ່ດີຕັ້ງແຕ່ວັນນີ້ ເຮົາກໍຈະມີທາງເລືອກໃນວັນທີ່ໂລກບໍ່ຍອມໃຫ້ເຮົາປ່ອຍຄາບອນອີກຕໍ່ໄປ.
ແລ້ວທ່ານຄິດແນວໃດ ໄຮໂດຣເຈນຄວນເປັນຕົວເລືອກຫຼັກ ຫຼື ຄວນເກັບໄວ້ເປັນແຜນສຳຮອງຂອງໂລກໃບນີ້?
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |