site cover1 (53)
Nvidia ແລະ AMD ກະກຽມກັບຄືນມາສົ່ງຊິບ AI ໄປຈີນອີກຄັ້ງ
ຮຽບຮຽງໂດຍ:kaling
ເຜີຍແຜ່: 17 July, 2025

ລາຄາຫຸ້ນຂອງ Nvidia ແລະ Advanced Micro Devices (AMD) ເພີ່ມຂຶ້ນຫຼັງຈາກມີຂ່າວວ່າທັງສອງບໍລິສັດຈະກັບຄືນມາຈໍາໜ່າຍຊິບປັນຍາປະດິດໃຫ້ແກ່ຈີນອີກຄັ້ງ

ການເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກກະຊວງການຄ້າສະຫະລັດສັ່ງຫ້າມການສົ່ງອອກດັ່ງກ່າວເປັນເວລາ 3 ເດືອນ ຍ້ອນກັບໄປໃນປີ 2022 ສະຫະລັດໄດ້ອອກມາດຕະການຄວບຄຸມການສົ່ງອອກຊຸດໃໝ່ທີ່ຈໍາກັດການຈໍາໜ່າຍຊິບ AI ຂັ້ນສູງໃຫ້ແກ່ຈີນ ໂດຍຂໍ້ຈໍາກັດນີ້ຄອບຄຸມເຖິງ GPU ທີ່ມີປະສິດທິພາບເກີນຄ່າມາດຕະຖານທີ່ກໍານົດ

ເພື່ອຕອບສະໜອງຕໍ່ຂໍ້ຈໍາກັດນີ້ Nvidia ແລະ AMD ຈຶ່ງໄດ້ພັດທະນາຮຸ່ນຫຼຸດສະເປັກຂອງ GPU ສໍາລັບຕະຫຼາດຈີນ

ຊິບຮຸ່ນຫຼຸດສະເປັກຂອງ Nvidia ເອີ້ນວ່າ H20 ເປີດໂຕໃນປີ 2023 ເປັນເວີຊັ້ນທີ່ຊ້າກວ່າຂອງຊິບ H100 ເຊິ່ງເຄີຍເປັນຕົວເລັ່ງ AI ສໍາລັບສູນຂໍ້ມູນທີ່ໄວທີ່ສຸດຂອງບໍລິສັດມາກ່ອນ ໃນຂະນະທີ່ເວີຊັ້ນຫຼຸດສະເປັກຂອງ AMD ໃຊ້ຊື່ວ່າ MI308

ເມື່ອຕົ້ນປີນີ້ Jensen Huang ປະທານເຈົ້າໜ້າທີ່ບໍລິຫານຂອງ Nvidia ເປີດເຜີຍວ່າມາດຕະການຄວບຄຸມການສົ່ງອອກໄດ້ເຮັດໃຫ້ລາຍຮັບຂອງບໍລິສັດໃນຈີນຫຼຸດລົງເຄິ່ງໜຶ່ງ ແນວໃດກໍ່ຕາມ ບໍລິສັດກໍ່ຍັງສ້າງຍອດຂາຍໄດ້ເຖິງ 17 ພັນລ້ານໂດລາ ໃນປະເທດຈີນໃນປີງົບປະມານທີ່ສິ້ນສຸດເມື່ອ 26 ມັງກອນທີ່ຜ່ານມາ

ໃນເດືອນເມສາ ກະຊວງການຄ້າສະຫະລັດແຈ້ງ Nvidia ແລະ AMD ວ່າຈະຕ້ອງຂໍໃບອະນຸຍາດເພື່ອຂາຍຊິບ AI ຮຸ່ນຫຼຸດສະເປັກໃຫ້ແກ່ຈີນ ການເຄື່ອນໄຫວນີ້ເທົ່າກັບເປັນການຫ້າມສົ່ງອອກໂດຍພະຍາດຕິນັຍ Nvidia ຄາດການວ່າມາດຕະການດັ່ງກ່າວຈະເຮັດໃຫ້ບໍລິສັດສູນເສຍລາຍຮັບ 5.5 ພັນລ້ານໂດລາ ໃນໄຕມາດທີ່ສີ່ຂອງປີງົບປະມານ ຂະນະທີ່ AMD ເຕືອນຜູ້ຖືຫຸ້ນວ່າຈະມີຄ່າໃຊ້ຈ່າຍປະມານ 800 ລ້ານໂດລາ

ນັກລົງທຶນຕ່າງຕອບຮັບເຊິງບວກຕໍ່ການປະກາດການກັບຄືນມາສົ່ງອອກອີກຄັ້ງ ລາຄາຫຸ້ນ Nvidia ເພີ່ມຂຶ້ນຫຼາຍກວ່າ 3.9% ຂະນະທີ່ AMD ເພີ່ມຂຶ້ນ 5.6%

“Nvidia ກໍາລັງຍື່ນຄໍາຂໍເພື່ອກັບຄືນມາຈໍາໜ່າຍ Nvidia H20 GPU ອີກຄັ້ງ” ບໍລິສັດລະບຸໃນຖະແຫຼງການເມື່ອຄ່ໍາວັນຈັນ “ລັດຖະບານສະຫະລັດໃຫ້ການຮັບຮອງວ່າຈະອະນຸມັດໃບອະນຸຍາດ ແລະ Nvidia ຫວັງວ່າຈະເລີ່ມສົ່ງມອບໄດ້ໃນໄວໆນີ້”

Nvidia ຍັງໄດ້ເປີດໂຕຊິບຮຸ່ນໃໝ່ຊື່ RTX PRO ໂດຍລະບຸວ່າ “ເປັນໄປຕາມຂໍ້ກໍານົດຢ່າງສົມບູນ” ເຊິ່ງອາດຈະບົ່ງບອກວ່າຊິບນີ້ສາມາດສົ່ງອອກໄປຍັງຈີນໄດ້ ແນວໃດກໍ່ຕາມ Nvidia ບໍ່ໄດ້ເປີດເຜີຍລາຍລະອຽດສະເປັກຂອງໂປຣເຊັດເຊີ ບອກພຽງວ່າເໝາະສໍາລັບ Digital Twin AI ສໍາລັບໂຮງງານອັດສະລິຍະແລະໂລຈິສຕິກ

ຕາມລາຍງານຂອງ Reuters ບໍລິສັດລົງທຶນ Hargreaves Lansdown ຄາດວ່າການເຄື່ອນໄຫວນີ້ຈະຊ່ວຍເພີ່ມລາຍຮັບຂອງ Nvidia ອີກ 15 ພັນລ້ານເຖິງ 20 ພັນລ້ານໂດລາ ໃນປີນີ້ ໂດຍຕົວເລກທີ່ແນ່ນອນຂຶ້ນກັບຫຼາຍປັດໄຈ ໜຶ່ງຄືຄວາມໄວໃນການອະນຸມັດຄໍາຂໍສົ່ງອອກ ແລະອີກໜຶ່ງຄືຄວາມສາມາດໃນການເລັ່ງຜະລິດຊິບເພື່ອຮອງຮັບຄວາມຕ້ອງການ

Reuters ຍັງອ້າງແຫຼ່ງຂ່າວວ່າ ລູກຄ້າໃນຈີນກໍາລັງ “ແຍ່ງກັນຊື້” H20 ໂດຍ ByteDance ເຈົ້າຂອງ TikTok ແລະ Tencent Holdings ແມ່ນສອງໃນບັນດາບໍລິສັດທີ່ຄາດວ່າຈະສັ່ງຊື້

ຂ່າວຈາກ: https://siliconangle.com/2025/07/15/nvidia-amd-resume-ai-chip-exports-china/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ