pele - 2025-07-18T100929.422
ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 July, 2025

ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ(ຫສພ) ໄດ້ຈັດ ປາຖະກະຖາ ຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955 -ກໍລະກົດ 2025) ໃນວັນທີ 17 ກໍລະກົດ 2025 ນີ້ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ໃບຄູນ ສົມບັດດວງ, ຄະນະພັກ ຫ້ອງວ່າການສູນກາງພັກ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ສິນທະມາລາ ລານະວັນ, ຄະນະພັກ, ຄະນະບໍລິຫານງານ, ຫົວໜ້າກົມໂຄສະນາບ-ວັດທະນະທໍາ ຂອງສູນກາງສະຫະພັນແມ່ຍິງລາວ; ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມຮັບຟັງ

 

 

ສະຫາຍ ສະຫາຍ ນາງ ສິນທະມາລາ ລານະວັນ ກ່າວວ່າ: ວັນທີ 20 ກໍລະກົດ 1955 ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ, ເປັນວັນກຳເນີດເກີດຂຶ້ນຂອງ ສະຫະພັນແມ່ຍິງລາວ, ນັບແຕ່ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກກໍ່ໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ເຊິ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃນປັດຈຸບັນ).ຕະຫຼອດໄລຍະຜ່ານມາ ຈົນເຖິງຮອດປັດຈຸບັນ, ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ໄດ້ມີຜົນງານອັນໃຫຍ່ຫຼວງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ.

 

 

ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ຂອງ ນາງ ໃບຄູນ ສົມບັດດວງ, ຄະນະພັກ ຫ້ອງວ່າການສູນກາງພັກ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກໂດຍສະຫາຍ ໄດ້ເນັ້ນໜັກພາລະບົດບາດ ແລະ ໜ້າທີ່ ຂອງເອື້ອຍນ້ອງແມ່ຍິງ ພາຍໃນຫ້ອງວ່າການສູນກາງພັກ ເປັນຕົ້ນແມ່ນຄະນະສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ຕ້ອງສືບຕໍ່ນໍາພາວຽກງານສຶກສາອົບຮົມການເມືອງແນວຄິດ ໃນຖັນແຖວສະມາຊິກແມ່ຍິງ ໃນທົ່ວຫ້ອງວ່າການສູນກາງພັກ ໃຫ້ມີຄວາມໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອກັນ, ຮູ້ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳ ອັນດີງາມ ຂອງຊາດ ແລະ ຂອງແມ່ຍິງລາວ; ສູ້ຊົນຝຶກຝົນຫຼໍ່ຫຼອມຕົນເອງ ແລະ ບຸກທະລຸ ໃຫ້ໄດ້ຈິນຕະນາການດ້ວຍການປ່ຽນແປງໃໝ່;ສະໜັບສະໜູນ, ສ້າງເງື່ອນໄຂ ແລະ ໂອກາດ ໃຫ້ເອື້ອຍນ້ອງສະມາຊິກແມ່ຍິງ ໄດ້ຮັບການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ; ເອົາໃຈໃສ່ປັບປຸງການຈັດຕັ້ງ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ໃນທຸກດ້ານ; ປັບປຸງແບບແຜນວິທີເຮັດວຽກໃຫ້ແທດເໝາະຕົວຈິງ; ສືບຕໍ່ເປັນເຈົ້າການສ້າງຂະບວນການດ້ານຕ່າງໆ ໂດຍສົມທົບກັບອົງການຈັດຕັ້ງມະຫາຊົນ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ສາມາດເຄື່ອນໄຫວ ໄດ້ຕາມແຜນການ; ເອົາໃຈໃສ່ຍູ້ແຮງການເຄື່ອນໄຫວວຽກງານຮອບດ້ານ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ. ອັນສໍາຄັນໃຫ້ບັນດາເອື້ອຍນ້ອງສະມາຊິກແມ່ຍິງ ເສີມຂະຫຍາຍ ແລະ ຮັກສາມູນເຊື້ອແຫ່ງຄວາມເປັນແມ່ຍິງລາວ ໃຫ້ສົມກັບຄໍາທີ່ວ່າ “ແມ່ຍິງລາວເປັນລູກຜູ້ປະເສີດຂອງພັກ ແລະ ຂອງປະເທດຊາດ” ໄວ້ຕະຫຼອດໄປ.

 

(ຂ່າວ-ພາບ:ຫສພ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ