pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ຮຽບຮຽງໂດຍ:Pele
ເຜີຍແຜ່: 18 July, 2025

ສະຫະພັນແມ່ຍິງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ປະກາດຮັບຮອງສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ເກົ່າ) ເປັນສະຫະພັນແມ່ຍິງກະຊວງ 3 ດີ ໃນວັນທີ 17 ກໍລະກົດ 2025 ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີພັນລະຍາການນຳ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ສະມາຊິກເອື້ອຍ-ນ້ອງແມ່ຍິງພາຍໃນກະຊວງ ເຂົ້າຮ່ວມ.

 

 

ໂອກາດນີ້, ທ່ານ ນາງ ຈຳພອນ ວົງສາ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ແມ່ນກິດຈະກໍາໜຶ່ງເພື່ອສ້າງຂະບວນການສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ການເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອ ຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ, ພ້ອມກັບການຈັດພິທີປະກາດຮັບຮອງສະຫະພັນແມ່ຍິງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນສະຫະພັນແມ່ຍິງກະຊວງ 3 ດີ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 5 ປີ ແຕ່ປີ 2021-2025. ນອກຈາກນີ້, ຍັງມີຫລາຍກິດຈະກຳ ເປັນຕົ້ນ ປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ, ນຳສະເໜີບັນລະຍາຍ ແລະ ສາທິດ ຟ້ອນລຳວົງລາວ ມາດຕະຖານ 8 ຈັງຫວະ ທີ່ຖືກຮັບຮອງເປັນມໍລະດົກໂລກ ທາງດ້ານວັດທະນະທຳນາມມະທຳ ຂອງມວນມະນຸດ ຈາກອົງການອຸຍແນັສໂກ, ຊົມການສະແດງສິລະປະ, ລະຄອນເວທີ, ການວາງສະແດງຜົນງານ ແລະ ຜະລິດຕະພັນສີໄມ້ລາຍມື ຂອງເອື້ອຍນ້ອງແມ່ຍິງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ ມາວາງຈຳໜ່າຍ ຜະລິດຕະພັນທີ່ມີຄວາມໂດດເດັ່ນ ແລະ ເປັນເອກະລັກຂອງຕົນ.

 

 

ຈາກນັ້ນ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ກໍໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໂດຍໄດ້ຍົກໃຫ້ເຫັນເຖິງຕົ້ນການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແຕ່ລະໄລຍະ, ພ້ອມທັງສັງຮວມຜົນງານ ການເຄື່ອນໄຫວທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງລາວ ໂດຍສະເພາະ ການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ ປີ 1958-1975 ແລະ ຜົນງານການປະກອບສ່ວນ, ການອຸທິດອັນໃຫຍ່ຫລວງ ຂອງແມ່ຍິງລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

 

 

ຂ່າວ: ກິດຕາ
ພາບ: ສູນກາງສະຫະພັນແມ່ຍິງລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ