ຂ່າວ-Tou-Vientianepost - 2023-05-15T170705.746
ຫນຸ່ມຄິດໜັກ ໜ້າຜາກສູງ ສຸດທ້າຍແກ້ໄຂບັນຫາດ້ວຍການ ສັກຜົມໜ້າມ້າ ພໍສ່ອງກະຈົກເຖິງກັບຮ້ອງໄຫ້
ຮຽບຮຽງໂດຍ:Staff
ເຜີຍແຜ່: 15 May, 2023

ຊາຍຊາວອີຕາລີອາຍຸ 26 ຄິດເຖິງວິທີແກ້ໄຂບັນຫາ ເພາະບໍ່ພໍໃຈກັບໜ້າຜາກທີ່ມີຮູບຊົງເປັນຕົວ M ຂອງລາວ, ລາວຈຶ່ງໄດ້ຂໍຄວາມຊ່ວຍເຫຼືອຈາກຊ່າງສັກທີ່ມີປະສົບການ. ວ່າຊ່ວຍສັກຜົມໜ້າມ້າຢູ່ເທິງຫນ້າຜາກຂອງລາວ. ແຕ່​ເມື່ອ​ເຫັນ​ຜົນລັບ​ຫຼັງ​ສັກ​ແລ້ວກັບເຮັດໃຫ້ຕ້ອງ​ມີ​ນ້ຳ​ຕາ​

ສະຕູດິໂອ, ທີ່ຕັ້ງຢູ່ໃນ Lazio, ປະເທດອິຕາລີ, ໄດ້ເຜີຍແຜ່ຮູບພາບຂອງການສັກດັ່ງກ່າວ ແລະອັບໂຫລດໄປຍັງ TikTok@gipsygtattooer ເຖິງແມ່ນວ່າໃນຕອນທໍາອິດ “Maria” ຜູ້ທີ່ເປັນຊ່າງສັກ ຈະປະຫລາດໃຈເມື່ອໄດ້ຍິນຊາຍຄົນນີ້ຕ້ອງການສັກ ແຕ່ຕົນເອງກໍ່ຍັງຄົງເຄົາລົບຄວາມຄິດຂອງລູກຄ້າ. ເມື່ອຄິດ​ວ່າ​ຜູ້​ຊາຍຄົນນີ້ມີອາການຜົມຫຼົ່ນ​​ ເຊິ່ງສົ່ງຜົນກະທົບຕໍ່ຄວາມຫມັ້ນໃຈໃນຕົນເອງ ສະນັ້ນ ​ຈຶ່ງ​ຕົກລົງ​ທີ່​ຈະ​ຊ່ວຍ​ໃຫ້​ຄວາມ​ປາຖະໜາ​ຂອງ​ລາວ​ເປັນ​ຈິງ.

ໃນຄລິບສາມາດເຫັນໄດ້ຊັດເຈນວ່າໃນລະຫວ່າງການສັກ ລູກ​ຄ້າ​​ຫນຸ່ມຄົນນີ້​ແມ່ນມີຄວາມກະວົນກະວາຍໃຈຫຼາຍ​. ທຸກໆຄັ້ງທີ່ລາວຮູ້ສຶກວ່າເຂັມສຳຜັດກັບໃບຫນ້າຂອງລາວ, ລາວຈະຖອຍໜີ. ຫຼັງ​ຈາກ​ການ​ທໍ​ລະ​ມານ​ຫນຶ່ງ​ຊົ່ວ​ໂມງ, ໃນທີ່ສຸດການສັກກໍ່ໄດ້​ສໍາ​ເລັດ​, ແນວ​ໃດ​ກໍ​ຕາມ, ເມື່ອ​ລາວ​ໄດ້​ເຫັນ​ຮູບຂອງຕົນເອງ​​ໃນ​ກະ​ຈົກ. ລາວ​ຕົກ​ຕະລຶງ​ແລະ​ປົກ​ໜ້າ​ລາວ​ຢ່າງ​ໄວ​ແລະ​ຮ້ອງໄຫ້ອອກມາ. ແຕ່ບໍ່ສາມາດບອກໄດ້ວ່າລາວມີຄວາມໂສກເສົ້າຫຼືດີໃຈກັບຜົນທີ່ໄດ້ຮັບ ໃນຂະນະທີ່ຊ່າງສັກບອກວ່າປະທັບໃຈກັບຜົນງານຄັ້ງນີ້ ແລະຍ້ອງວ່າຕົນເອງວ່າເປັນມືອາຊີບຫຼາຍ

ວິດີໂອດັ່ງກ່າວໄດ້ແຜ່ລາມໄປຢ່າງໄວວາ. ມີຜູ້ຮັບຊົມຫຼາຍກວ່າ 29 ລ້ານວິວ, ພ້ອມກັບຄໍາເຫັນວ່າ “ຂ້ອຍບໍ່ຄິດວ່າລາວຮ້ອງໄຫ້ເພາະວ່າລາວມີຄວາມສຸກ”, ແຕ່ຮູ້ວ່າຕົນເອງ ໄດ້ຕັດສິນໃຈລົງໄປ ເຮັດຜິດພາດຢ່າງຮ້າຍແຮງ”, “ແລະອາດຈະກັບໄປເຮືອນເພື່ອຊອກຫາລາຄາລົບຮອຍສັກດ້ວຍເລເຊີ

@gipsygtattooer

Il mio cliente ha sempre sognato la frangetta ed io ho esaudito il suo desiderio 💖

♬ Furore – Paola & Chiara

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T162312.010
ແຈ້ງການມອດໄຟ ວັນທີ 09/11/2025
jane - 2025-11-07T161727.798
ພາຍຸຄັລເມກີ (KALMEGI) ອ່ອນກຳລັງເປັນຄວາມກົດອາກາດຕໍ່າ ສົ່ງຜົນກະທົບຫລັກໃນທາງພາກໃຕ້ຂອງ ສ ປ ປ ລາວ
site cover1 - 2025-11-07T150413.379
ບໍ່ຈໍາເປັນຕ້ອງພຶງພາຕ່າງປະເທດ ຈີນສ້າງກັງຫັນລົມນອກຊາຍຝັ່ງ ເພື່ອຜະລິດໄຟຟ້າໃຊ້ເອງ
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
ຢ່າລື່ມກົດຕິດຕາມ