ຂ່າວ-Tou-Vientianepost - 2023-05-16T114039.127
ເມືອງສະໜາມໄຊ ພວມກວດກາໃຫ້ລະອຽດກ່ຽວກັບຂ່າວບຸກລຸກເນື້ອທີ່ທໍາການຜະລິດຂອງປະຊາຊົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 16 May, 2023

ພາຍຫລັງທີ່ມີຂ່າວອອກຜ່ານສື່ສັງຄົມອອນລາຍກ່ຽວກັບ ມີນາຍທຶນເຂົ້າໄປບຸກລຸກເນື້ອທີ່ທໍາການຜະລິດຂອງ ປະຊາຊົນຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ໃນວັນທີ 13 ພຶດສະພາ 2023 ນີ້ ເຮັດໃຫ້ເກີດມີຫາງສຽງວິພາກວິຈານຫລາຍສົມຄວນຜ່ານສື່ດັ່ງກ່າວ.

ຕໍ່ບັນຫາທີ່ເກີດຂຶ້ນ, ທ່ານ ພູວັນ ມະນີໂຊດ ຮອງເລຂາພັກເມືອງສະໜາມໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນ ທີ 15 ພຶດສະພາ 2023 ນີ້ ວ່າ: “ຄະນະພັກ-ອົງການປົກ ຄອງເມືອງ ແລະ ແຂວງ ໄດ້ຮັບຮູ້ເລື່ອງນີ້ແລ້ວໂດຍຜ່ານການລົງຂ່າວຜ່ານສື່ສັງຄົມອອນລາຍຂອງພົນລະເມືອງວ່າ ມີບໍລິສັດເຂົ້າໄປບຸກລຸກເນື້ອທີ່ທໍາການຜະລິດຂອງ

ປະຊາຊົນ, ເຊີ່ງປັດຈຸບັນກໍາລັງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງເຄື່ອນໄຫວເກັບກໍາຂໍ້ມູນ ແລະ ກວດກາກ່ຽວກັບສາເຫດວ່າເກີດຂຶ້ນໄດ້ແນວໃດ, ແຕ່ປັດຈຸບັນຍັງບໍ່ທັນຮູ້ຢ່າງລະອຽດ ແລະ ບໍ່ທັນສາມາດສະຫລຸບໄດ້ເທື່ອວ່າເປັນການບຸກລຸກແທ້ ຫລື ພາກສ່ວນໃດທີ່ມີການເຄື່ອນໄຫວບໍ່ຖືກຕ້ອງຈົນເຮັດໃຫ້ມີບັນຫາເກີດຂຶ້ນ”

ສໍາລັບຈຸດທີ່ເກີດເຫດແມ່ນຢູ່ເຂດບ້ານໜອງຫີນ-ບ້ານໄຊດອນໂຂງ, ເຂດດັ່ງກ່າວເປັນພື້ນທີ່ປ່າປ້ອງກັນພູພຽງບໍລະເວນຕິດກັບປ່າຜະລິດເຊຄໍາພໍ-ແປງວິໄລ, ແຕ່ຈຸດທີ່ມີບັນຫາອາດນອນໃນເຂດປ່າຜະລິດເຊຄໍາພໍ-ແປງວິໄລ ທີ່ລັດຈັດສັນໄວ້ໃຫ້ທໍາການຜະລິດ ເຊີ່ງປະຊາຊົນທໍາການຜະລິດຫລາຍຢ່າງໃນການການປູກຝັງ ເປັນຕົ້ນ: ກາເຟ, ປູກມັນຕົ້ນ ແລະ ອື່ນໆ.

ທ່ານຢືນຢັນວ່າ: ກ່ຽວກັບບັນຫາທີ່ເກີດຂຶ້ນ ທາງພາກລັດ ກໍຄື ຄະນະພັກ-ອົງການປົກຄອງເມືອງ ແລະ ບ້ານທີ່ກ່ຽວຂ້ອງແມ່ນເອົາໃຈໃສ່ ແລະ ບໍ່ໄດ້ປ່ອຍປະໃນເລື່ອງນີ້ແຕ່ຢ່າງໃດ. ຢ່າງໃດກໍຕາມ ໃນການຄຸ້ມຄອງກ່ຽວກັບທີ່ດິນປ່າ ໄມ້ເປັນເລື່ອງທີ່ສັບສົນ ເຊີ່ງພາກລັດ ກໍຄືພາກສ່ວນກ່ຽວຂ້ອງຕ້ອງໄດ້ອອກແຮງຄຸ້ມຄອງໃຫ້ດີ,

ດັ່ງນັ້ນ ທ່ານໄດ້ຮຽກຮ້ອງມາຍັງສັງຄົມ ເມື່ອໄດ້ຮັບຮູ້ຂ່າວຜ່ານສື່ສັງຄົມອອນລາຍ ຕ້ອງໄດ້ພິຈາລະນາໃຫ້ລະອຽດກ່ອນວ່າສາເຫດມາຈາກໃສ ແລະ ອັນໃດເປັນຄວາມຈິງ ເພາະບາງຄັ້ງຜູ້ທີ່ລົງຂ່າວຜ່ານສື່ດັ່ງກ່າວບໍ່ໄດ້ພິຈາລະນາຢ່າງລະອຽດ ຈະເຮັດໃຫ້ຂ່າວດັ່ງກ່າວບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ ສົ່ງຜົນໃຫ້ສັງຄົມບໍ່ເຂົ້າໃຈ ແລະ ວິພາກວິຈານຕໍ່ພາກສ່ວນຕ່າງໆ,

ເພາະໃນຄວາມເປັນຈິງແລ້ວ ກ່ຽວກັບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ບໍ່ວ່າໃນຂັ້ນໃດໃນປັດຈຸບັນ ແມ່ນມີຄວາມເອົາໃຈໃສ່ເປັນປົກ ກະຕິ ແລະ ບໍ່ໄດ້ປະປ່ອຍ, ເອົາໃຈໃສ່ແກ້ໄຂບັນຫາເຊີ່ງອາດຈະໄວ ຫລື ຊ້າ ແມ່ນຂຶ້ນກັບແຕ່ລະກໍລະນີ, ສະນັ້ນ ທຸກພາກສ່ວນທີ່ຮັບຮູ້ຂ່າວຈົ່ງພິຈາລະນາ, ຖ້າວ່າມີຈຸດປະສົງຢາກເຂົ້າຮ່ວມແກ້ໄຂບັນຫາໃດໃຫ້ໄປພົວພັນກັບພາກສ່ວນທີ່ກ່ຽວຂ້ອງໂດຍກົງຈຶ່ງຈະໄດ້ຄໍາຕອບທີ່ຈະແຈ້ງ.

ທີ່ມາ Lao National Radio

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 7 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
664.23
675.52
european-union
EUR
23,965
24,445
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 7 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,510,000
43,040,000
42,027,000
43,149,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover1 - 2025-11-07T133340.944
ເກົາຫຼີເໜືອຍິງຂີປະນາວຸດທີ່ບໍ່ຮູ້ຊະນິດ ຫຼັງຈາກສະຫະລັດອະນຸມັດໃຫ້ເກົາຫຼີໃຕ້ສ້າງເຮືອດຳນ້ຳນິວເຄຍ
pele - 2025-11-07T120421.063
ແຈ້ງມອດໄຟ ວັນທີ 10.11.2025
jane - 2025-11-07T113450.691
ຄືນວັນທີ 6 ພະຈິກ 2025ຜ່ານມາ ຢູ່ແຂວງອັດຕະປື ເກີດມີລົມພັດແຮງ ເຮັດໃຫ້ຫລັງຄາ-ເພດານ ໂຮງຮຽນ ແລະ ຫລັງຄາເຮືອນປະຊາຊົນ ປິວ ໄດ້ຮັບຄວາມເສຍຫາຍ ຫລາຍຈຸດ
jane - 2025-11-07T111403.489
ຮັບຮອງແຕ່ງຕັ້ງ ທ່ານ ບຸນຄົງ ພັນວົງສາ ເປັນປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງຈໍາປາສັກ (ຄົນໃໝ່)
jane - 2025-11-07T102739.534
ເບິ່ງດວງປະຈຳ ວັນທີ 07 ພະຈິກ 2025
site cover1 - 1
Apple ຈ່າຍເງິນ 1 ພັນລ້ານໂດລາໃຫ້ Google ເພື່ອຊ່ວຍພັດທະນາ Siri
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
jane - 2025-11-07T090208.551
ແຈ້ງເຕືອນພາຍຸໝຸນເຂດຮ້ອນໄຄແມກິ (KALMEGI) ວັນທີ 07 ພະຈິກ ປີ 2025
jane - 2025-11-06T163343.756
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ
jane - 2025-11-06T154548.563
ແຈ້ງເຕືອນ ເຝົ້າລະວງນ້ຳຖ້ວມຊຸ ແລະ ດິນເຈື່ອນ.ພາຍຸໃຕ້ຝຸ່ນ KALMAEGI ຄາດວ່າໃນຕອນຄ່ຳຂອງວັນທີ 6 ພະຈິກ ແຈ້ງການດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ