pele - 2025-07-22T141829.298
ເສຍຫາຍຫລາຍກວ່າ 16 ຕື້ກີບ ຈາກນໍ້າຖ້ວມຢູ່ເມືອງເງິນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 22 July, 2025

ໃນລະຫວ່າງວັນທີ 18 – 20 ກໍລະກົດ 2025ນີ້. ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນໍາໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ- ເມືອງເງິນ ໄດ້ລົງຕິດຕາມ ຜົນກະທົບເສຍຫາຍຈາກໄພນໍ້າຖ້ວມ ຢູ່ເມືອງເງິນ ແຂວງ ໄຊຍະບູລີ.

 

 

ໂອກາດດັ່ງກ່າວ ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ. ເລີ່ມແຕ່ໃນຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ເຊິ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນ ດ້ວຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ. ດ້ານທີ່ຢູ່ອາໄສ ລວມມູນຄ່າເສຍຫາຍ 2,226,200,000 ກີບ, ດ້ານພື້້ນຖານໂຄງລ່າງ ລວມມູນຄ່າເສຍຫາຍ 5,587,000,000 ກີບ, ດ້ານກະສິກໍາ ລວມມູນຄ່າເສຍຫາຍ 8,520,810,000 ກີບ, ດ້ານສາທາລະນະສຸກ ລວມມູນຄ່າເສຍຫາຍ 371,000,000 ກີບ, ລວມມູນຄ່າເສຍຫາຍທັງໝົດ 16,746,510,000 ກີບ.

 

 

ຈາກນັ້ນທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ແລະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ແມ່ນໄດ້ລົງມອບເຄື່ອງຊ່ວຍເຫຼືອສຸກເສີນບັນເທົາທຸກ ໃຫ້ 40 ຄອບຄົວ ທີ່ຖືກຜົນກະທົບ ຈຳນວນ 3 ບ້ານຄື ບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ. ເປັນຕົ້ນແມ່ນ ເຂົ້າສານຈ້າວ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ, ເຄື່ອງນອນ, ອາຫານແຫ້ງ, ນ້ຳດື່ມ ແລະ ອື່ນໆ ຄິດມູນຄ່າທັງໝົດ 44 ລ້ານ ກວ່າກີບ.

 

 

ຂ່າວ: ຖວທ ເມືອງເງິນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ