ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະແລກປ່ຽນວຽກງານຫ້ອງວ່າການ 5 ແຂວງມີ ແຂວງສະຫວັນນະເຂດ, ເຊກອງ, ອັດຕະປື, ສາລະວັນ ແລະ ແຂວງຈໍາປາສັກ ຈັດຂຶ້ນໃນວັນທີ 19 ກໍລະກົດ 2025 ທີ່ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງທ່ານ ພູລໍາພອນ ສີຫາວົງ ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດ ພ້ອມດ້ວຍຜູ້ຕາງໜ້າຈາກ 5 ແຂວງ, ຂະແໜງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ການພົບປະຄັ້ງນີ້, ເພື່ອເປັນການຂະຫຍາຍການຮ່ວມມື-ແລກປ່ຽນບົດຮຽນ ດ້ານວິຊາການ ຂອງຫ້ອງວ່າການແຂວງ ໃຫ້ສາມາດຂະຫຍາຍກວ້າງຂວາງ ໂດຍໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນວຽກງານ ຂອງຫ້ອງວ່າການໃນແຕ່ລະດ້ານ, ເພື່ອແລກປ່ຽນກັນໃນແຕ່ລະແຂວງ ເຊິ່ງມີຄວາມຈຳເປັນ ແລະ ສຳຄັນທີ່ສຸດ ເພື່ອເປັນຂໍ້ມູນສຳຄັນໃຫ້ແກ່ບັນດາແຂວງ ນຳໄປຄົ້ນຄວ້າປັບປຸງ ແລະ ພັດທະນາວຽກງານຮອບດ້ານ ຂອງຫ້ອງວ່າການ ໃຫ້ເໝາະສົມກັບຄວາມເປັນຈິງ ແລະ ສອດຄ່ອງກັບສະພາບການ ພັດທະນາເສດຖະກິດ-ສັງຄົມພາຍໃນແຂວງຂອງຕົນໃນແຕ່ລະໄລຍະ.
ກອງປະຊຸມຄັ້ງນີ້ ໄດ້ກໍານົດເອົາຫົວຂໍ້ ທີ່ຕິດພັນກັບວຽກງານຂອງຂະແໜງການພາຍໃນ ຫ້ອງວ່າການແຂວງ ມາປຶກສາຫາລື ແລະ ແລກປ່ຽນບົດຮຽນຮ່ວມກັນ, ພ້ອມທັງຮັບຮອງເອົາຫ້ອງວ່າການແຂວງຄຳມ່ວນ ເພື່ອເຂົ້າຮ່ວມ ການພົບປະແລກປ່ຽນວຽກງານຫ້ອງວ່າການ ໃນປີຕໍ່ໜ້າ ແລະ ແຂວງສາລະວັນ ຈະເປັນເຈົ້າພາບຈັດງານດັ່ງກ່າວ ໃນປີຕໍ່ໄປ.
ຂ່າວ: ທັດຊະນະ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |