pele - 2025-07-22T163510.126
ເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຈະເລີ່ມການສ້ອມແປງໃນ ເດືອນຕຸລາ 2025 ແລະ ຈະໃຫ້ສໍາເລັດ ໃນ ປີ 2028.
ຮຽບຮຽງໂດຍ:Pele
ເຜີຍແຜ່: 22 July, 2025

ວັນທີ 21 ກໍລະກົດ 2025 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໄດ້ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ແຕ່ບ້ານໂຄກສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນຫາ ບ້ານໄຊສະຫວ່າງ, ເມືອງທ່າພະບາດ ແຂວງບໍລິຄໍາໄຊ (ຊ່ວງ ກມ 21 ຫາ ກມ 71), ໄລຍະທາງທັງໝົດ 50 ກິໂລແມັດ ພາຍຫຼັງເຊັນສັນຍາຮັບເໝົາກໍ່ສ້າງ ໃນວັນທີ 12 ມີຖຸນາ 2025.

 

 

ການລົງຕິດຕາມຄັ້ງນີ້, ທ່ານລັດຖະມົນຕີ ໄດ້ຊີ້ນໍາບໍລິສັດຮັບເໝົາກໍ່ສ້າງຕ້ອງເອົາໃຈໃສ່ຢ່າງຈິງຈັງ ໃນການສ້ອມແປງ ແລະ ບູລະນະຮັກສາເສັ້ນທາງດັ່ງກ່າວ ໃນໄລຍະລະດູຝົນນີ້ ເພື່ອຮັບປະກັນໃຫ້ສາມາດສັນຈອນໄປມາໄດ້ຢ່າງສະດວກ, ຫຼຸດຜ່ອນການເກີດອຸປະຕິເຫດ, ຮັບປະກັນຄວາມປອດໄພໄລຍະການກໍ່ສ້າງ ແລະ ສຸມໃສ່ຫຼຸດຜ່ອນຫາງສຽງຂອງສັງຄົມ, ເພື່ອເປັນການກະກຽມ ການສະເຫຼີມສະຫຼອງ ຄົບຮອບ 50 ປີ ວັນຊາດທີ 2 ທັນວາ ແລະ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຂອງອົງຄະນະພັກກະຊວງ ຍທຂ ຄັ້ງທີ VI.

 

ບໍລິສັດຮັບເໝົາກໍ່ສ້າງ ໄດ້ໃຫ້ຄໍາໝັ້ນສັນຍາ ພ້ອມທີ່ຈະໃຫ້ຄວາມຮ່ວມມື ແລະ ດໍາເນີນການສ້ອມແປງເສັ້ນທາງເພື່ອໃຫ້ຜູ້ຊົມໃຊ້ຖະໜົນສາມາດສັນຈອນໄປມາໄດ້ຢ່າງສະດວກ, ຫຼຸດຜ່ອນຫາງສຽງຂອງສັງຄົມຕໍ່ການນໍາໃຊ້ເສັ້ນທາງດັ່ງກ່າວໃຫ້ໜ້ອຍທີ່ສຸດ; ເຖິງແມ່ນວ່າ ການເຊັນສັນຍາຮັບເໝົາກໍ່ສ້າງ ຖືກໄລຍະລະດູຝົນ ກໍຈະສຸມໃສ່ກະກຽມຄວາມພ້ອມດ້ານຕ່າງໆເປັນຕົ້ນດ້ານເອກະສານ, ກະກຽມອອກແບບ, ຮັບຮອງແບບ, ວັດສະດຸ ໃຫ້ຄົບຖ້ວນ ແລະ ໃຫ້ສາມາດລົງມືການກໍ່ສ້າງຫຼັງຈາກລະດູຝົນ ໃນເດືອນຕຸລາ ຫຼື ກ່ອນເດືອນຕຸລາ 2025 ນີ້.

 

 

ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ເຖິງຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຍາວ 50 ກິໂລແມັດ (ກມ 21 ຫາ ກມ 71) ວ່າ: ບໍລິສັດ ລັດວິສາຫະກິດ ກໍ່ສ້າງຂົວທາງເລກ 8 ຮ່ວມກັບ ບໍລິສັດ ສົມໄຊ ຈະເລີນກໍ່ສ້າງ ເປັນຜູ້ມີເງື່ອນໄຂຄົບຖ້ວນຊະນະການປະມູນສາກົນເປີດກວ້າງ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເຊັນສັນຍາ ໃນວັນທີ 12/6/2025. ຈະໄດ້ເລີ່ມການກໍ່ສ້າງ ໃນຕົ້ນເດືອນ 10 ຫຼື ພາຍຫຼັງລະດູຝົນ ປີ 2025. ການກໍ່ສ້າງ ຫຼື ຟື້ນຟູ ຈະໃຫ້ສໍາເລັດ ພາຍໃນ 3 ປີ (ປີ 2028) ຫຼັງຈາກນັ້ນ ແມ່ນບູລະນະຮັກສາສ້ອມແປງອີກ 7 ປີ.

 

ຂ່າວ:ເສດຖະກິດການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ