ໃນວັນທີ 22 ກໍລະກົດ, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ກວດກາເບິ່ງຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມເສັ້ນທາງເລກ 7, ເທດສະບານໂພນສະຫັວນ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງເປັນຕົ້ນແມ່ນ: ຈຸດຕໍ່ໜ້າຄ້າຍຄຸມຂັງດັດສ້າງ (ກອງ 9), ຂົວບ້ານດ່ອງ, ບ້ານນາຫອຍ, ບ້ານລາດງ່ອນ ແລະ ຈຸດອື່ນໆ, ນ້ຳໄດ້ໄຫຼເຂົ້າຖ້ວມເຮືອນ, ໜອງປາ, ທົ່ງນາ, ເສັ້ນທາງຄົມມະນາຄົມເຮັດໃຫ້ມີຜົນເສຍຫາຍຫຼາຍສົມຄວນ, ການສັນຈອນຖືກຕັດຂາດ. ນອກນີ້, ການນຳຍັງໄດ້ໄປຕິດຕາມລະດັບນ້ຳໃນໜອງສະເດັດສຸພານຸວົງ (ໜອງນ້ຳ) ຄູກັນນ້ຳເພື່ອຕິດຕາມເຝົ້າລະວັງ ແລະ ຮັບມືກັບສະພາບດັ່ງກ່າວ. ທ່ານເຈົ້າແຂວງໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງຕິດຕາມລະດັບນ້ຳ, ຕິດຕາມພະຍາກອນອາກາດເນື່ອງຈາກຝົນຍັງຈະສືບຕໍ່ຕົກ, ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແຈ້ງໃຫ້ຄະນະກຳມະການຄວບຄຸມໄພພິບັດຂັ້ນເມືອງ ແລະ ຂັ້ນແຂວງ ຢ່າງວ່ອງໄວເພື່ອຫາທາງອອກ ແລະ ແກ້ໄຂສຸກເສີນໃຫ້ທັນເວລາ
(ຂ່າວ: ບຸນມີ ແສງທຸມມີ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |