ໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້, ອົງການປົກຄອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຍ່າງເພຶ່ອສຸຂະພາບ ສະເຫຼີມສະຫຼອງ ແລະ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ (ວັນທີ່ 13 ກໍລະກົດ) ຄົບຮອບ 59 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ່ 20 ກໍລະກົດ 1955-20 ກໍລະກົດ 2025) ຄົບຮອບ 70 ປີ.
ການຈັດກິດຈະກໍາຍ່າງ ຄັ້ງນີ້, ແນໃສ່ສົ່ງເສີມໃຫ້ມວນຊົນທຸກເພດໄວ ໄດ້ຫັນມາອອກກຳລັງກາຍໃຫ້ນັບມື້ຫຼາຍຂຶ້ນ ເພື່ອໃຫ້ມີສຸຂະພາບສົມບູນ ແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ, ພ້ອມທັງເຮັດໃຫ້ພະນັກງານລັດຖະກອນ ໄດ້ມີກິດຈະກຳຮ່ວມກັນເປັນໝູ່ຄະນະ ແລະ ການຍ່າງຄັ້ງນີ້ ເລີ້ມແຕ່ຄິວລົດໂດຍສານເມືອງວຽງຄໍາ (ບ້ານວັງໄບ) ຫາ ຫ້ອງວ່າການເມືອງ ໄລຍະທາງ ປະມານ 2 ກິໂລແມັດ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ຫ້ອງການສະຫະພັນແມ່ຍິງເມືອງວຽງຄໍາ ໄດ້ຈັດກິດຈະກຳວາງສະແດງສິນຄ້າຫັດຖະກຳ ແລະ ຜົນຜະລິດກະສິກຳ, ປະກວດປຸງແຕ່ງອາຫານພື້ນບ້ານ ໂດຍມີໜ່ວຍສະຫະພັນແມ່ຍິງສໍານັກງານ-ອົງການ ແລະ ບ້ານເຂົ້າຮ່ວມປະກວດ ຈໍານວນ 18 ໜ່ວຍ. ຜົນການປະກວດ ທີ 1 ແມ່ນໂຮງຮຽນມັດທະຍົມສົມບູນວຽງຄໍາ, ທີ 2 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທີ 3 ຫ້ອງການສາທາລະນະສຸກ ແລະ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ. ຈາກນັ້ນ, ກໍໄດ້ມອບ ລາງວັນໃຫ້ແຕ່ລະປະເພດ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
(ຂ່າວ: ບຸນທັນ ໄຊຍະວົງ)
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |