pele - 2025-07-23T140108.076
ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່
ຮຽບຮຽງໂດຍ:Pele
ເຜີຍແຜ່: 23 July, 2025
ໝວດ: ກິລາ

ສະມາຄົມນັກທຸລະກິດ ຮ້ານອາຫານລາວ (ສນຮລ) ຮ່ວມມືກັບ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ຈັດການແຂ່ງຂັນກິລາດອກປີກໄກ່ ສະເພາະພາຍໃນສະມາຄົມ ແລະ ບໍລິສັດ ເບຍລາວ ຈຳກັດ ຊຶ່ງປີນີ້ ເປັນຄັ້ງທີ 9 ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆແນໃສ່ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ບັນດາສະມາຊິກຂອງສະມາຄົມ ກໍຄືຜູ້ປະກອບການທາງດ້ານທຸລະກິດຮ້ານອາຫານ ພາຍໃນນະຄອນຫຼວງວຽງຈັນ ເຕີບໃຫຍ່ເຂັ້ມແຂງທາງທຸລະກິດ ປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ – ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.

 

 

ການແຂ່ງຂັນກິລາດັ່ງກ່າວ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ບໍລິສັດ ເບຍລາວ ຈຳກັດ, ໂດຍມີທ່ານ ພອລ ບັດແມນ (Paul Bateman) ຜູ້ອຳນວຍການຝ່າຍຂາຍ ແລະ ຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈຳກັດ, ທ່ານ ອູ່ຊ້າງ ແສງທອງ ຜູ້ຈັດການພາກນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈໍາກັດ ທັງເປັນທີ່ປືກສາຊີ້ນໍາ ສນຮລ, ທ່ານ ຄໍາແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດ ຮ້ານອາຫານລາວ ພ້ອມດ້ວຍຄະນະບໍລິຫານ ແລະ ສະມາຊິກຂອງທັງສອງພາກສ່ວນ ເຂົ້າຮ່ວມ.

 

ການແຂ່ງຂັນກິລາດອກປີກໄກ່ຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 9 ຊຶ່ງຕິດພັນກັບການສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ໃຫ້ເຕັມໄປດ້ວຍຄວາມ ໝາຍ-ຄວາມສໍາຄັນ ແລະ ເປັນຂະບວນຟົດຟື້ນ, ພ້ອມດຽວກັນນີ້, ກໍເພື່ອເປັນການຮັດ

 

ແໜ້ນຄວາມສາມັກຄີຮັກແພງລະຫວ່າງ ພະນັກງານ ແລະ ລູກຄ້າ ຄູ່ຮ່ວມທຸລະກິດຄອບຄົວເບຍລາວ ສ້າງໂອກາດໃຫ້ໄດ້ມີການພົບປະແລກປ່ຽນໃນການປະກອບການທຸລະກິດຮ້ານອາຫານໂດຍການເອົາກິລາດັ່ງກ່າວເປັນຊື່ກາງໃນການພົບປະໂອ້ລົມກັນ ແລະ ທັງເປັນການອອກກຳລັງກາຍເພື່ອສຸຂະພາບ ສົ່ງເສີມໃຫ້ສະມາຊິກມີສຸຂະພາບແຂງແຮງ.

 

ໂອກາດນີ້, ທ່ານ ພອລ ບັດແມນ ກໍໄດ້ສະແດງຄວາມຂອບໃຈ ແລະ ດີໃຈທີ່ເຫັນງານຄັ້ງນີ້ເກີດຂຶ້ນອີກ ດ້ວຍບັນຍາກາດເບີກບານມ່ວນຊື່ນ ພິເສດແມ່ນສະແດງຄວາມຂອບໃຈບັນດາສະມາຊິກ ສນຮລ ທີ່ໄດ້ພ້ອມກັນປະກອບສ່ວນສະໜັບສະໜູນ ແລະ ເປັນຄູ່ຄ້າຂອງ ບໍລິສັດ ເບຍລາວ ຈໍາກັດ ດ້ວຍດີຕະຫຼອດມາ ແລະ ຫວັງວ່າ ການເຮັດວຽກງານຮ່ວມກັນຂອງສອງພາກສ່ວນພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍໃຫ້ດີຂຶ້ນກວ່າເກົ່າ. ກິດຈະກຳດັ່ງກ່າວ ໄດ້ຈັດແບ່ງອອກເປັນ 2 ພາກສ່ວນຄື: ທີມສະໝັກຫຼິ້ນ ມີນັກກິລາເຂົ້າຮ່ວມ 16 ທ່ານ ແລະ ທີມຊາວໜຸ່ມ ມີນັກກິລາ 32 ທ່ານ ໂດຍແຕ່ລະພາກສ່ວນຈະປະກົບຄູ່ກັນຫາຜູ້ຊະນະເພື່ອເຂົ້າຮ່ວມຕໍ່ໄປ.

 

ຜ່ານການແຂ່ງຂັນ ປະກົດວ່າ: ປະເພດທີມສະໝັກຫຼິ້ນ ຊະນະເລີດແມ່ນ ທ່ານ ອູ່ຊ້າງ ແສງທອງ ຄູ່ກັບ ທ່ານ ນາງ ດອນ ແລະ ທີ 2 ທ່ານ ວໍວິຈິດ ແລະ ທ່ານ ບູມ ຂະນະທີ່ ທີມຊາວໜຸ່ມ ຊະນະເລີດແມ່ນ ທ່ານ ສູນທອນ ແລະ ທ່ານ ສະແຫວງ ແລະ ທີ 2 ທ່ານ ເອກກະລາດ ແລະ ທ່ານ ແບັກ.

 

ຂ່າວ: ສົງການ ພັນແພງດີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ