pele - 2025-07-23T151625.097
ຈີນສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 23 July, 2025
ໝວດ: ຂ່າວ

ຫວ່າງ​ມໍ່ໆ​ມາ​ນີ້, ​ພື້ນ​ທີ່​ສ່ວນຫຼາຍ​ຂອງ​ຈີນ ​ລ້ວນ​ແຕ່​ມີອາ​ກາດ​ຮ້ອນ​ອົບ​ເອົ້າ ແລະ ອຸນ​ຫະ​ພູມຢູ່ຫຼາຍ​ທ້ອງ​ຖິ່ນ ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ເຮັດ​ໃຫ້​​ປະ​ຊາ​ຊົນ​ທັງຫຼາຍ​ນຳ​ໃຊ້​ແອ​ເຢັນ ຫຼື ພັດ​ລົມ​ຕະຫຼອດ​ມື້ ແລະ ເຮັດໃຫ້​ການ​ຊົມ​ໃຊ້​ໄຟ​ຟ້າ​ພາຍ​ໃນ​ປະ​ເທດ​ຈີນ​ເພີ່ມ​ຂຶ້ນຫຼາຍ​ເປັນ​ພິ​ເສດ. ວັນ​ທີ 16 ກໍ​ລະ​ກົດ​ນີ້, ການ​​ຊົມໃຊ້​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ຈີນ​ສູງ​ສຸດ​ຫຼາຍກວ່າ 1 ຕື້ 500 ລ້ານ​ກິ​ໂລ​ວັດ ເຊິ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ຂ້ຽວ​ຂາດ​ແບບ​ນີ້, ຈີນ​ໄດ້​ຮັບ​ປະ​ກັນ​ໃຫ້​​ຕາ​ຂ່າຍ​ໄຟ​ຟ້າ​ປະ​ຕິ​ບັດ​ງານ​ໄດ້​ຢ່າງ​ໝັ້ນ​ທ່ຽງ ແລະ ຮັບ​ປະ​ກັນ​ໃຫ້​ທຸກ​ຄອບ​ຄົວ​ ໄດ້​ນຳໃຊ້​ແອເຢັນ ຫຼື ພັດ​ລົມ​ໄດ້​ຢ່າງ​ສະ​ບາຍ.

 

 

ຄວາມ​ໝັ້ນ​ທ່ຽງ​ແບບ​ນີ້ ​​ບໍ່​ແມ່ນ​ງ່າຍ​ກ່ອນ​ຈະ​ໄດ້​ມາ, ຫາກ​ແມ່ນ​ໄດ້​​ມາ​ຈາກການ​ສະ​ສົມ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ທ່າ​ແຮງ​ດ້ານ​ລະ​ບອບ​ຂອງ​ຈີນ ​ໃນຫຼາຍ​ສິບ​ປີ​ຜ່ານ​ມາ. ເມື່ອ​ຫວນ​ຄືນ​ອະ​ດີດ, ຈີນ​​ເຄີຍ​​ປະ​ສົບ​ບັນ​ຫາ​ໄຟ​ຟ້າ​ບໍ່​ພຽງ​ພໍ ແລະ ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ຢູ່​ໄກ​ກັບ​ເຂດ​​ຊົມໃຊ້​ໄຟ​ຟ້າ​ມາ​ເປັນ​ໄລ​ຍະ​ດົນ​ນານ. ໃນ​ຊຸມ​ປີ 1980, ຍອດ​ປະ​ລິ​ມານ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດ​ມີ​ພຽງ 100 ລ້ານ​ກິ​ໂລ​ວັດ, ​ອາ​ທິດ​ໜຶ່ງ, ເຂດ​ແຄມ​ທະ​ເລ​ທາງ​ພາກ​ຕາ​ເວັນ​ອອກຂອງ​ຈີນ ມີ​ໄຟ​ຟ້າ​​ຊົມໃຊ້​ພຽງ 3 ວັນ​ເທົ່າ​ນັ້ນ; ເມື່ອ​ກ້າວ​ເຂົ້າ​ສູ່​ສະ​ຕະ​ວັດ​ທີ 21, ພະ​ລັງ​ໄຟ​ຟ້າ​ນ້ຳ​ຕົກ ແລະ ພະ​ລັງ​ໄຟ​ຟ້າ​ທີ່​ຜະ​ລິດ​ດ້ວຍ​ແຮງ​ລົມ​ ທີ່​ອຸ​ດົມ​ສົມ​ບູນ​ຢູ່​ທາງ​ພາກ​ຕາ​​ເວັນ​ຕົກ ​ບໍ່​ສາ​ມາດສົ່ງ​ໄປ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ​ທີ່​ຂາດ​ໄຟ​ຟ້າ​, ຕາ​ຂ່າຍ​ໄຟ​ຟ້າ​ໄດ້​ກາຍ​ເປັນ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ ທີ່​ຈຳ​ກັດ​ການ​ພັດ​ທະ​ນາ​ຂອງ​ຈີນ.

 

 

ເພື່ອ​​ແກ້​ໄຂ​ບັນ​ຫາ​ນີ້, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ລະ​ບອບ ​ທີ່​ສຸມ​ກຳ​ລັງ​ຝ່າຍ​ຕ່າງໆ​ເພື່ອ​ແກ້​ໄຂ​ບັນ​ຫາ​ໃຫຍ່. ປີ 2004, ຜູ້​ຊ່ຽວ​ຊານ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ 200 ກວ່າ​ທ່ານ​ ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ເປີຍ​ໄຕ​ເຮີ ທາງ​ພາກ​ເໜືອ​ຂອງ​ຈີນ ເພື່ອ​ກຳ​ນົດ​ທິດ​ທາງ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​​ໂນ​ໂລ​ຊີ​ສົ່ງ​ໄຟ​ຟ້າ​ດ້ວຍ​ຄວາ​ມ​ດັນ​ສູງ​ພິ​ເສດ. ຫຼັງ​ຈາກ​ນັ້ນ 10 ກວ່າ​ປີ, ຈາກ​ການ​ຜະ​ລິດ​ອຸ​ປະ​ກອນ​ເຖິງ​ການ​ກໍ່​ສ້າງ​ໂຄງ​ການ, ຈາກ​ການ​ວາງ​ມາດ​ຕະ​ຖານ​ເຖິງ​ລະ​ບົບ​ການ​ປະ​ຕິ​ບັດ​ງານ, ຈີນ​ໄດ້​ນຳ​ໜ້າ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ສົ່ງ​ໄຟ​ຟ້າ​ດ້ວຍ​ຄວາມ​ດັນ​ສູງ​ພິ​ເສດ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ປັດ​ຈຸ​ບັນ, ລະ​ບົບ​ສົ່ງ​ໄຟ​ຟ້າ​ດ້ວຍ​ຄວາ​ມ​ດັນ​ສູງ​ພິ​ເສດ​ຂອງ​ຈີນ ​ບໍ່​ພຽງ​ແຕ່​ສາ​ມາດ​ສົ່ງ​ໄຟ​ຟ້າ​ຈາກ​ເຂດ​ຊິນ​ຈ່ຽງ ແລະ ແຂວງ​ເສ​ສວນ ທີ່​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ ໄປ​ເຖິງ​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳ​ຢາງ​ຊີ​ກຽງ ແລະ ເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຈູ່​ຈ່ຽງ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດ​ບັນ​ລຸ​ການ​ຈັດ​ສັນ​ໄຟ​ຟ້າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ໃນ​ໄລ​ຍະ​ຊົມໃຊ້​ໄຟ​ຟ້າຫຼາຍ​ເປັນພິ​ເສດ. ຕົວ​ຢ່າງ: ໃນ​ລະ​ດູ​ຮ້ອນ​ປີ​ນີ້, ພະ​ລັງ​ງານ​ໄຟ​ຟ້າ​ສະ​ອາດ ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ​ຖືກ​ສົ່ງ​ໄປ​ທາງ​ພາກ​ຕາ​ເວັນ​ອອກ ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ສົ່ງ​ໄຟ​ຟ້າ​ດ້ວຍ​ຄວາມ​ດັນ​ສູງ​ພິ​ເສດ, ມື້​ໜຶ່ງ​ສູງ​ສຸດ​ສາ​ມາດ​ສົ່ງ​ໄຟ​ຟ້າຫຼາຍກວ່າ 120 ລ້ານ​ກິ​ໂລ​ວັດ​ໂມງ ເຊິ່ງ​ເທົ່າ​ກັບ​ປະ​ລິ​ມານ​ການ​​ຊົມໃຊ້​ໄຟ​ຟ້າຂອງ 30 ລ້ານ​ຄອບ​ຄົວ​ໃນ​ມື້​ໜຶ່ງ.

 

 

ເມື່ອງ​ສັງ​ເກດ​ຈາກ​ຕົວ​ເລກ​ແລ້ວ​ເຫັນ​ວ່າ: ຄວາມ​ສາ​ມາດ​ດ້ານ​ການ​ສະ​ໜອງ​ໄຟ​ຟ້າ​ຂອງ​ຈີນ​ໃນ​ປັດ​ຈຸ​ບັນ​ເຂັ້ມ​ແຂງ​ທີ່​ສຸດ. ປະ​ລິ​ມານ​ການ​ຜະ​ລິດ​ໄຟ​ຟ້າ​ຂອງ​ຈີນ​ໃນ​ປີ 2024 ມີ​ປະ​ມານ 1 ໝື່ນຕື້​ກິ​ໂລ​ວັດ​ໂມງ ເຊິ່ງກວມ​ເອົາປະ​ມານ 1 ສ່ວນ 3 ຂອງ​ໂລກ. ທັງ​ນີ້​ຈະ​ປາ​ສະ​ຈາກ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ຕ່າງໆບໍ່​ໄດ້. ໃນ​ຊຸມ​ປີ​ຜ່ານ​ມາ, ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍພະ​ລັງ​ງານ​ສະ​ອາດ​ຂອງ​ຈີນ ໄດ້​ຮັບ​ການພັດ​ທະ​ນາ​ຢ່າງວ່ອງ​ໄວ, ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ນ້ຳ, ພະ​ລັງ​ງານ​ລົມ ແລະ ພະ​ລັງ​ງານ​ແສງ​ຕາ​ເວັນ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ ເຮັດ​ໃຫ້​ຈີນ​ສາ​ມາດ​ຮັບ​ປ​ະ​ກັນ​ການ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ຢ່າງ​ໝັ້ນ​ທ່ຽງ ພາຍ​ໃຕ້​ສະ​ພາບ​ການ​ພິ​ເສດ​ຕ່າງໆ ເຊັ່ນ: ອຸ​ນ​ຫະ​ພູມ​ສູງ​ເປັນພິ​ເສດ​ ແລະ​ອື່ນໆ. ໂຄງ​ການ​ໄຟ​ຟ້າ​ນ້ຳ​ຕົກ​ຢູ່​​ເຂດໃຕ້ແມ່​ນ້ຳ​ຢາ​ລູ​ຈາງ​ປູ ທີ່​ຈີນ​ລົງ​ມື​ກໍ່​ສ້າງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ຈະ​ສາ​ມາດ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ສະ​ອາດ​ເກືອບ 300 ຕື້​ກິ​ໂລ​ວັດ​ໂມງ​ຕໍ່​ປີ ເຊິ່ງ​ສາ​ມາດ​ຕອບ​ສະ​ໜອງ​ກັບຄວາມ​ຕ້ອງ​ການ​ດ້ານ​ການ​ຊົມໃຊ້​ໄຟ​ຟ້າ​ຂອງ 300 ລ້​ານ​ຄົນ.

 

ນອກ​ນີ້, ຕາ​ຂ່າຍ​ໄຟ​ຟ້າ​ຂອງ​ຈີນ ​ຍັງ​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ ໃນ​ກໍ​ລະ​ນີ​ພິ​ເສດ​ໄດ້​ຢ່າງວ່ອງ​ໄວ. ໂດຍ​ຜະ​ເຊີນ​ໜ້​າ​ກັບ​ສະ​ພາບ​ອາ​ກາດ​ຜິດ​ປົກ​ກະ​ຕິ, ຈີນ​ໄດ້​ສ້າງ​ກົນ​ໄກ​ປະ​ສານ​ງານ​ລະ​ຫວ່າງ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ+ຕາ​ຂ່າຍ​ໄຟ​ຟ້າ+ການ​ສະ​ສົມ​ໄຟ​ຟ້າ: ເມື່ອ​ທ້ອງ​ຖິ່ນ​ໃດຊົມ ​ໃຊ້​ໄຟ​ຟ້າ​ເພີ່ມຫຼາຍ​ຂຶ້ນ, ສູນ​ຈັດ​ສັນ​ໄຟ​ຟ້າ​ສາ​ມາດ​ສັ່ງ​ໃຫ້​ໂຮງ​ຜະ​ລິດ​ໄຟ​ຟ້າ​ທີ່​ຢູ່ເຂດອ້ອມ​ຂ້າງ ​ເພີ່ມ​ທະ​ວີ​ການ​ຜະ​ລິດ​ໄຟ​ຟ້າ ຫຼື ໃຫ້​ສະ​ຖາ​ນີ​ສະ​ສົມ​ໄຟ​ຟ້າ​ເພີ່ມ​ການ​ສະ​ໜອງ​ໄຟ​ຟ້າ, ຈົນ​ເຖິງ​ຂັ້ນ​ນຳ​ພາ​ຜູ້ຊົມ​ໃຊ້​ໄຟ​ຟ້າ​ ໃຊ້​ໄຟ​ຟ້າ​ໃນ​ເວ​ລາ​ຕ່າງ​ກັນ ດ້ວຍ​ຕາ​ຂ່າຍ​ໄຟ​ຟ້າ​ອັດ​ສະ​ລິ​ຍະ.

 

 

ຄວາມ​ສາ​ມາດ​ຕົວ​ຈິງ​ດ້ານ​ພະ​ລັງ​ງານ​ໄຟ​ຟ້າ​ຂອງ​ຈີນ ​ບໍ່​ພຽງ​ແຕ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ສາ​ກົນ. ການ​ຮ່ວມ​ມື​ກັບ​ລາວ​ກໍ​ເປັນ​ກໍ​ລະ​ນີ​ທີ່​ເປັນ​ແບບ​ຢ່າງ. ເດືອນ​ກັນ​ຍ​າ​ປີ 2020, ​ບໍ​ລິ​ສັດຕາ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຂອງ​ຈີນ ແລະ ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ແຫ່ງ​ຊາດ​ລາວ​ ໄດ້​ຮ່ວມ​ທຶນ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຕາ​ຂ່າຍ​ສົ່ງ​ໄຟ​ຟ້າ​ແຫ່ງ​ຊາດ​ລາວ. ປັດ​ຈຸ​ບັນ, ໂຄງ​ການ​ຕາ​ຂ່າຍ​ໄຟ​ຟ້າ 500 ກິ​ໂລ​ໂວນ​ຈີນ-ລາວ​ ພວມ​ໄດ້​ຮັບ​ການ​ກໍ່​ສ້າງ​ຢ່າງ​ໜັກ​ແໜ້ນ ແລະ ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ 2026. ພາຍຫຼັງ​ໂຄງ​ການ​ດັ່ງ​ກ່າວ​ສ້າງ​ສຳ​ເລັດ​ແລ້ວ, ຄວາມ​ສາ​ມາດ​ສົ່ງ​ພະ​ລັງ​ງານ​ໄຟ​ຟ້າ​ຕໍ່​ກັນ​ລະ​ຫວ່າງ​ຈີນ ແລະ ລາວ​ຈະ​ບັນ​ລຸ​ເຖິງ 1 ລ້ານ 5 ແສນ​ກິ​ໂລ​ວັດ​ ແລະ ສົ່ງ​ພະ​ລັງ​ງານ​ໄຟ​ຟ້າ​ສະ​ອາດ​ໄດ້​ປະ​ມານ 3 ຕື້​ກິ​ໂລ​ວັດ​ໂມງ ເຊິ່ງ​ບໍ່​ພຽງ​ແຕ່​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ສົ່ງ​ພະ​ລັງ​ງານ​ໄຟ​ຟ້າ​ ແລະ ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​​ດ້ານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ໄຟ​ຟ້າລະ​ຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດ​ຊ່ວຍເຫຼືອ​ປະ​ເທດ​ລາວ​ ກາຍ​ເປັນ​ສູນ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ດ້ານ​ພະ​ລັງ​ງານ​ສະ​ອາດ ​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ອີ​ກ​ດ້ວຍ.

 

ຈາກ​ການ​ຮັບ​ປະ​ກັນ​ການ​ຊົມໃຊ້​ໄຟ​ຟ້າ​ຢ່າງ​ໝັ້ນ​ທ່ຽງ​ ໃຫ້​ແກ່​ປ​ະ​ຊາ​ຊົນ 1,4 ຕື້​ຄົນ​ ເຖິງເປັນ​ຜູ້​ຂັບ​ເຄື່ອນ​ສຳ​ຄັນ​ໃນ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ດ້ານ​ພະ​ລັງ​ງານ​ຂອງ​ໂລກ, ຈີນ​ໄດ້​ສ້າງ​ຕາ​ຂ່າຍ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່ເປັນ​ພິ​ເສດ​ ແມ່ນ​ຍ້ອນ​ຈີນ​ໄດ້​ປະ​ຕິ​ບັດ​ແນວ​ຄວາມ​ຄິດ​ການ​ພັດ​ທະ​ນາ​ທີ່ “ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ” ແລະ ກໍ​ແມ່ນ​ຍ້ອນ​​ໄດ້​ດຳ​ເນີນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ​ຢ່າງ​ເປັນ​ເຈົ້າ​ການ. ​​ເມື່ອ​ອາ​ກາດ​ຮ້ອນອົບ​ເອົ້າ, ຈີນ​ສາ​ມາດ​ຮັບ​ປະ​ກັນ​ໃຫ້​ຕາ​ຂ່າຍ​ໄຟ​ຟ້າ​ປະ​ຕິ​ບັດ​ງານໄດ້​ຢ່າງ​ໝັ້ນ​ທ່ຽງ ແມ່ນ​ຍ້ອນ​​ຈີນ​ໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປັບ​ປຸງ​ບູ​ລະ​ນະ​ຕາ​ຂ່າຍ​ໄຟ​ຟ້າ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່​ຢ່າງ​ເປັນ​ເຈົ້າ​ການ​ມາ​ເປັນ​ເວ​ລາຫຼາຍ​ສິບ​ປີ.

 

ຂ່າວ:ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 23 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,406
21,681
thailand (1)
THB
662.18
672.38
european-union
EUR
24,031
24,512
china
CNY
2,907
2,965
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-23T153302.799
ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ກຽມປະກາດລາອອກພາຍໃນເດືອນໜ້າ
pele - 2025-07-23T151625.097
ຈີນສ​າ​ມາດ​ຮັບ​ປະ​ກັນ​ການ​​ຊົມໃຊ້​ພະ​ລັງ​ໄຟ​ຟ້າ​ໄດ້​ຢ່າງ​ໝັ້ນ​ທ່ຽງ
_cover - 2025-07-23T151200.883
ນາຍົກລັດຖະມົນຕີມາເລເຊຍປະກາດແຈກເງິນ ໃຫ້ຜູ້ທີ່ມີອາຍຸ 18ປີຂຶ້ນໄປທຸກຄົນ ຫຼຸດບັນຫາຄ່າຄອງຊີບສູງ
_cover - 2025-07-23T143000.867
ຮົງກົງໃຊ້ AI ພິມ "ກະດູກ 3 ມິຕິ" ຈາກພາບ X-ray ຫຼຸດຄົນເຈັບຮັບລັງສີໄດ້ 99%
pele - 2025-07-23T140108.076
ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່
_cover - 2025-07-23T120602.950
ເສັ້ນທາງ ແລະ ຂົວຫຼາຍແຫ່ງໃນໄຊສົມບູນຂາດ ເນື່ອງຈາກໄດ້ຮັບຜົນກະທົບຈາກນ້ຳຖ້ວມ ບໍ່ສາມາດນໍາໃຊ້ເຂົ້າໃນການສັນຈອນໄດ້
_cover - 2025-07-23T114352.673
ແຈ້ງເຕືອນ ຝົນຕົກໜັກ,ນໍ້າຖ້ວມຊຸ ແລະ ດິນເຈື່ອນ ປະຈໍາວັນທີ 23 ກໍລະກົດ 2025 ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຢ່າງຕໍ່ເນື່ອງ
_cover - 2025-07-23T110222.841
ສະຫະລັດອາເມລິກາປະກາດຖອນຕົວຈາກ UNESCO ຫຼັງຈາກທີ່ຫາກໍກັບຄືນມາເປັນສະມາຊິກໃນສະໄໝຂອງອະດີດປະທານາທິບໍດີ ໂຈ ໄບເດັນ
pele - 2025-07-23T103939.306
ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ
_cover - 2025-07-23T100502.220
ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມ ຜົນກະທົບຈາກໄພນໍ້າຖ້ວມ ຢູ່ເມືອງເງິນ ເສຍຫາຍຫລາຍກວ່າ 16 ຕື້ກີບ
ຢ່າລື່ມກົດຕິດຕາມ