pele - 2025-07-25T095805.007
ຈັບຕົວຜູ້ຂົນສົ່ງຢາເສບຕິດ ພ້ອມຂອງກາງ ຢາບ້າ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ໃນລົດຂົນສົ່ງນໍ້າກ້ອນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 25 July, 2025

ປກສ ແຂວງ ບໍ່ແກ້ວ ລາຍງານວ່າ: ວັນທີ 22 ກໍລະກົດ 2025 ເວລາປະມານ 15:30 ນາທີ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງປາກທາ, ປະຈໍາຢູ່ຈຸດກວດກາຄົກຫລວງ (ຊາຍແດນລະຫວ່າງເມືອງຫ້ວຍຊາຍ ຫາ ເມືອງປາກທາ) ໄດ້ກວດຄົ້ນລົດບັນທຸກ 6 ລໍ້, ສີຂາວ, ບໍ່ຕິດປ້າຍທະບຽນ ແລ່ນຈາກເມືອງຫ້ວຍຊາຍມຸ້ງໜ້າຈະໄປເມືອງປາກທາ ເຊິ່ງໃນນີ້ ມີຜູ້ຂັບຂີ່ລົດຈໍານວນ 1 ຄົນຄື: ທ້າວ ຕົວວີ, ອາຍຸ 25 ປີ, ອາຊີບ ຄ້າຂາຍ, ສັນຊາດລາວ, ເຊື້ອຊາດ ລາວ, ຊົນເຜົ່າມົ້ງ, ຢູ່ບ້ານຊາຍຈະເລີນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ. ຜ່ານການກວດກາໄດ້ພົບເຫັນລົດມີການດັດແປງສະພາບຢູ່ດ້ານເທິງບ່ອນຫຼັງຄາ, ຈາກນັ້ນທາງເຈົ້າໜ້າທີ່ ຈຶ່ງໄດ້ນຳລົດຄັນດັ່ງກ່າວພ້ອມຜູ້ຂັບຂີ່ ໄປກອງບັນຊາການ ປກສ ເມືອງປາກທາ ແລ້ວປະສານຫາກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອສົມທົບກວດກາລົດຄັນດັ່ງກ່າວ.

 

 

ຜ່ານການກວດກາຂອງເຈົ້າໜ້າທີ່ ພົບເຫັນຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 2080 ມັດ ເທົ່າກັບ 4,160,000 ເມັດ ແລະ ຢາໄອສ໌ 159 ຫໍ່ ຊຸກເຊື່ອງຢູ່ຫຼັງຄາລົດ ບ່ອນດັດແປງສະພາບ, ລົດບັນທຸກ 6 ລໍ້ ຈໍານວນ 1 ຄັນ ແລະ ເຄື່ອງຕິດຕົວທີ່ຍຶດໄດ້ມີຄື: ເງິນກີບ 2,408,000 ກີບ, ໂທລະສັບ 1 ໜ່ວຍ, ບັດ ATM 1 ບັດ ຕໍ່ກັບຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິຊາສະເພາະ ພວມດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການໃນຄັ້ງນີ້ ມາດໍາເນີນຄະດີຕາມລະບຽບກົດໝາຍ.

 

 

ທີ່ມາ: ປກສ ແຂວງບໍ່ແກ້ວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ