ຂ່າວ-Tou-Vientianepost - 2023-05-17T130531.154
ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງນໍ້າທາ ທໍາລາຍຜະລິດຕະພັນ ແປ້ງນົວປອມ 600 ຖົງ ທີ່ນໍາເຂົ້າມາຈໍາໜ່າຍບໍ່ຖືກຕ້ອງ
ຮຽບຮຽງໂດຍ:Staff
ເຜີຍແຜ່: 17 May, 2023

ວັນທີ 12 ພຶດສະພາ 2023 ຜ່ານມາ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງນໍ້າທາ ທໍາລາຍຜະລິດຕະພັນແປ້ງນົວກາຈອງ ປອມ ທີ່ນໍາເຂົ້າມາຈໍາໜ່າຍບໍ່ຖືກຕ້ອງ ໂດຍການເປັນປະທານ ຂອງທ່ານ ຫຸມເພັງ ວຽງທອງໄຊ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງນໍ້າທາ.

ທ່ານ ພອນທິບ ບຸນໄຊທິບ ຫົວໜ້າຂະແໜງ ຊັບສິນທາງປັນຍາ-ມາດຕະຖານ ແລະ ວັດແທກ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເຈົ້າການເອົາໃຈໃສ່ປະສານສົມທົບກັບ ບັນດາຂະແໜງການທີ່ກ່ຽວຂ້ອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ພ້ອມກັນເປັນເຈົ້າການລົງຊຸກຍູ້, ຕິດຕາມ ແລະ ກວດກາແປ້ງນົວ ກາຈອງ

ປອມ ຢູ່ຕາມຕະຫຼາດ ແລະ ຫ້າງຮ້ານຕ່າງໆ ພາຍໃນ 3 ເມືອງຄື: ເມືອງ ຫລວງນໍ້າທາ, ເມືອງ ສິງ ແລະ ເມືອງ ວຽງພູຄາ ປະຈໍາປີ 2018, 2020 ແລະ ປີ 2022 ສາມາດຢຶດ ແລະ ຮິບໂຮມສິນຄ້າໄວ້ເປັນຂອງກາງ ເພື່ອນໍາມາທໍາລາຍໃນຄັ້ງນີ້ ລວມມີແປ້ງນົວ ປອມ 600 ຖົງ, ນໍ້າໜັກ 200 ກິໂລກຼາມ ມູນຄ່າປະມານ 10.000.000 ກວ່າກີບ. ທັງນີ້ ກໍເພື່ອເປັນການປົກປ້ອງຜູ້ຊົມໃຊ້, ຜູ້ບໍລິໂພກໃນສັງຄົມໃຫ້ໄດ້ຊົມໃຊ້ສິນຄ້າທີ່ຖືກຕ້ອງ ແລະ ມີຄຸນນະພາບທີ່ດີ ແລະ ທັງເປັນການສຶກສາອົບຮົມ ຜູ້ທີ່ນໍາສິນຄ້າດັ່ງກ່າວ ບໍ່ໃຫ້ນຳສິນຄ້າ ປອມ ທຸກຊະນິດ ນໍາມາຈໍາໜ່າຍຢູ່ໃນສັງຄົມ ຢ່າງເດັດຂາດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ