pele - 2025-07-28T102902.010
ສນຊ ຮ່ວມກັບ ນວ ສ້າງຂະບວນການອອກແຮງງານວັນເສົາແດງ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນສາມວັນປະຫວັດສາດ
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 July, 2025

ຂອງພັກ-ລັດ, ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ມີບັນຍາກາດຟົດຟື້ນ; ສູນກາງແນວລາວສ້າງຊາດ (ສນຊ) ຮ່ວມກັບ ຄະນະນໍາ ນະຄອນຫຼວງວຽງຈັນ (ນວ), ຄະນະນຳ 5 ເມືອງ, ພະນັກງານ-ລັດຖະກອນ ພ້ອມດ້ວຍປະຊາຊົນ ຮ່ວມກັນ ຈັດຕັ້ງຂະບວນການອອກແຮງງານວັນເສົາແດງ ຢູ່ 5 ຈຸດຄື: ເມືອງໄຊເສດຖາ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຈັນທະບູລີ ແລະ ເມືອງໄຊທານີ ໃນວັນທີ 26 ກໍລະກົດ 2025.

 

 

ຈຸດເມືອງໄຊເສດຖາ ເຂົ້າຮ່ວມນຳພາໂດຍ ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ພ້ອມດ້ວຍພະນັກງານຫ້ອງການ ແລະ ກົມຈັດຕັ້ງ-ພະນັກງານ ໄດ້ນໍາພາພະນັກງານ-ລັດຖະກອນ ແລະ ປະຊາຊົນ ອະນາໄມທາງເຂົ້າຫ້ອງວ່າການສູນກາງພັກ, ລວງຮອງລະບ່າຍນ້ຳ ແລະ ອະນາໄມເສັ້ນທາງສອງຝາກອ້ອມຫໍປະຊຸມແຫ່ງຊາດ; ເມືອງສີໂຄດຕະບອງ ເຂົ້າຮ່ວມນຳພາໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສນຊ, ມີທ່ານ ຖະໜອມ ທຳທອງ ກຳມະການປະຈຳພັກ ນວ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກົມໂຄສະນາ ແລະ ພະນັກງານ ເຂົ້າຮ່ວມ; ເມືອງສີສັດຕະນາກ ອະນາໄມເສັ້ນທາງຕັດໃໝ່ດອນນົກຂຸ້ມ ຫາ 4 ແຍກໄຟແດງດອນກອຍ ເຂົ້າຮ່ວມນຳພາໂດຍ ທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານ ສນຊ ພ້ອມດ້ວຍພະນັກງານກົມກວດກາ; ເມືອງຈັນທະບູລີ ເຂົ້າຮ່ວມນຳພາໂດຍ ທ່ານ ຈັນເພັງ ສຸດທິວົງ ຮອງປະທານ ສນຊ ພ້ອມດ້ວຍພະນັກງານສູນຄົ້ນຄວ້າ ແລະ ຝຶກອົບຮົມ ເຂົ້າຮ່ວມ ອະນາໄມເສັ້ນທາງທົ່ງສາງນາງ ຫາ ເສັ້ນທາງຮ່ອງໄກແກ້ວ ແລະ ເມືອງໄຊທານີ ອະນາໄມເສັ້ນທາງໄຟແດງດອນໜູນ ຫາໄຟແດງດົງໂດກ ໂດຍມີຄະນະກົມ, ພະນັກງານກົມຊົນເຜົ່າ ແລະ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ເຂົ້າຮ່ວມ.

 

 

ໃນໂອກາດນີ້, ທ່ານ ຄໍາໄຫຼ ສີປະເສີດ ໄດ້ກ່າວຈຸດປະສົງໃນການສ້າງຂະບວນການອອກແຮງ ວັນເສົາແດງຄັ້ງນີ້ວ່າ: ເປັນກິດຈະກໍາໜຶ່ງໃນການສະ ເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຕິດພັນກັບ 3 ວັນປະຫວັດສາດຂອງພັກ – ຂອງຊາດ ໃນການເສີມຂະຫຍາຍທັດສະນະການ ອອກແຮງງານອະນາໄມສະຖານທີ່ຕ່າງໆ ໃຫ້ມີຄວາມສະອາດຈົບງາມ ໂດຍສະເພາະແມ່ນເສັ້ນທາງ, ສາທາລະນະ, ຕຶກສໍານັກງານ, ອາຄານຕ່າງໆ; ເປັນການເຕົ້າໂຮມແຮງງານ, ນໍ້າໃຈຮັກສາມສະອາດ ແລະ ນ້ຳໃຈສາມັກຄີ ໃນການປະກອບສ່ວນສ້າງສາພັດທະນາບ້ານ, ເມືອງ ໃຫ້ເປັນຕາຢູ່ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ; ເປັນການສ້າງໂອກາດໃຫ້ທຸກຄົນໄດ້ທັກທາຍ ພົບປະໂອ້ລົມ ແລກປ່ຽນຄໍາເຫັນ ຊຶ່ງກັນ ແລະ ກັນ ພ້ອມທັງເຮັດໃຫ້ຮ່າງກາຍ ແລະ ຈິດໃຈ ມີຄວາມແຂງແຮງ ປອດໂປ່ງ; ພ້ອມນີ້, ສູນກາງແນວລາວສ້າງຊາດ ໄດ້ມອບເງິນສອງລ້ານກີບ ໃຫ້ແນວລາວສ້າງຊາດຄອນຫຼວງວຽງຈັນ ແລະ ມອບໃຫ້ແຕ່ລະຈຸດອອກແຮງງານ ໜຶ່ງລ້ານກີບຕໍ່ເມືອງ ເພື່ອຊຸກຍູ້ຂະບວນການອອກແຮງງານໃນຄັ້ງນີ້.

 

ຂ່າວ-ພາບ: ສນຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ