pele - 2025-07-28T115024.645
ຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 July, 2025

ໃນວັນທີ 24 ກໍລະກົດ 2025 ຜ່ານມາ, ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍຫົວໜ້າກົມ, ຮອງກົມ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົົ້າຮ່ວມແລກປ່ຽນ ແລະ ຢ້ຽມຊົມໂຮງງານເບຍລາວ ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດຕ້ອນຮັບໂດຍ ທ່ານ ສິດທິໄຊ ເກດຕະວົງ ຜູ້ອຳນວຍການຝ່າຍກິດຈະການອົງກອນ, ສັງຄົມ ແລະ ຄວາມຍືນຍົງ ບໍລິສັດເບຍລາວ ແລະ ພາກສ່ວນກ່ຽວຂ້ອງ ຂອງບໍລິສັດ ເບຍລາວ ເຂົ້າຮ່ວມ ແລະ ໄດ້ຢ້ຽມຊົມ ຂະບວນການຜະລິດ ນ້ຳດື່ມ, ຜະລິດເບຍ ແລະ ໄດ້ເຂົ້າໃຈເຖິງທຸລະກິດ ແລະ ບົດບາດຂອງ ບໍລິສັດເບຍລາວ ໃນການຊ່ວຍຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຜ່ານນະວັດຕະກຳ ແລະ ຄວາມເປັນຜູ້ນຳທີ່ມີຄວາມຮັບຜິດຊອບ.

 

 

ໂອກາດນີ້, ທ່ານ ສິດທິໄຊ ເກດຕະວົງ ໄດ້ຍົກໃຫ້ເຫັນ ບົດບາດ ແລະ ພາບລວມຂອງບໍລິສັດ ເບຍລາວ, ລວມເຖິງຂະບວນການຜະລິດ ແລະ ການສົ່ງເສີມຜະລິດຕະພັນພາຍໃນ ຫລື GDP ຂອງປະເທດ, ຍົກໃຫ້ເຫັນ ລະບົບພະລັງງານສະອາດ, ການສົ່ງເສີມການປູກເຂົ້າແບບຍືນຍົງຂອງບໍລິສັດ ເພື່ອນຳມາເປັນວັດຖຸດິບ ໃນການປຸງແຕ່ງເບຍ ເຊິ່ງຊ່ວຍຍົກລະດັບການປູກເຂົ້າຂອງຊາວນາ ໃນທ້ອງຖິ່ນ ແລະ ການອະນຸລັກສິ່ງແວດລ້ອມ, ພ້ອມທັງ ນໍາສະເໜີແນວທາງການການຍົກລະດັບຜະລິດຕະພັນເບຍລາວ ໃຫ້ໄປສູ່ເວທີໂລກ.

 

 

ທ່ານ ດຳໝີ ສິງດວງຈັນ ຜູ້ອຳນວຍການຝ່າຍພົວພັນລັດຖະບານ ແລະ ບໍລິຫານ ບໍລິສັດເບຍລາວ ໄດ້ໃຫ້ຮູ້ວ່າ: ບໍລິສັດເບຍລາວ ມີໂຮງງານຜະລິດ ທັງໝົດ 3 ແຫ່ງ, ປະກອບມີ 5 ກຸ່ມຜະລິດຕະພັນຫລັກ ທີ່ລ້ວນແຕ່ເປັນຜະລິດຕະພັນຊັ້ນນຳ, ມີຊ່ອງທາງການຈັດຈຳໜ່າຍ ທີ່ມີຕົວແທນຈຳໜ່າຍ ຫລາຍກວ່າ 200 ຕົວແທນ ແລະ ລົດຂົນສົ່ງທີ່ພ້ອມກະຈາຍສິນຄ້າ ໃນບັນດາຕົວເມືອງໃຫຍ່ 600 ກວ່າຄັນໃນທຸກໆມື້ ໂດຍມີຕາໜ່າງການຈັດຈຳໜ່າຍທີ່ກວ້າງຂວາງ ຜ່ານໂຄງການສົ່ງເສີມຄູ່ຮ່ວມທຸລະກິດທີ່ແໜ້ນແຟ້ນ ແລະ ມີລະບົບອອນໄລທີ່ທັນສະໄໝ, ພ້ອມລະບົບຈັດສົ່ງ ທີ່ເຂົ້າເຖິງທຸກພື້ນທີ່ຫ່າງໄກ ໃນທົ່ວປະເທດ. ພ້ອມນີ້, ເບຍລາວ ຍັງໄດ້ກາຍເປັນທີ່ນິຍົມໃນຕະຫລາດສາກົນ ດ້ວຍການສົ່ງອອກຫລາຍກວ່າ 14 ລ້ານລິດ, ຜ່ານ 21 ຕົວແທນຈຳໜ່າຍ ໃນ 15 ປະເທດທົ່ວໂລກ ສ້າງລາຍຮັບຫລາຍກວ່າ 13 ລ້ານໂດລາສະຫະລັດ. ພ້ອມນັ້ນ, ບໍລິສັດເບຍລາວ ຍັງໄດ້ເສຍພາສີອາກອນໃຫ້ລັດຖະບານ ຫຼາຍທີ່ສຸດ

 

 

ໃນໄລຍະຜ່ານມາ ບໍລິສັດເບຍລາວ ໄດ້ປະກອບສ່ວນຊຸກຍູ້, ສົ່ງເສີມຊ່ວຍເຫລືອສັງຄົມລາວ ໃນຫລາຍໆດ້ານ ເປັນຕົ້ນ ດ້ານການສຶກສາ, ກິລາ, ສາທາລະນະສຸກ, ແກ້ໄຂຄວາມທຸກຍາກ, ແກ້ໄຂໄພພິບັດຕ່າງໆ, ບຸນປະເພນີ ແລະ ງານສຳຄັນຕ່າງໆ ທີ່ພັກ, ລັດຖະບານ ຈັດຂຶ້ນ.

 

ຂ່າວ: ທະນູທອງ
ພາບ: ວສລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ