ມຊ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນໃນທຸກໆຫຼັກສູດປະລິນຍາຕີ ໃນສົກສຶກສາ 2025-2026 ຈຳນວນ 5,670 ຄົນ. ນອກຈາກນັ້ນ, ຍັງມີການສອບເສັງເອົານັກສຶກສາເຂົ້າຮຽນຫຼັກສູດນາໆຊາດ, ຫຼັກສູດຕໍ່ເນື່ອງ ປ.ຕີ, ແລະ ຫຼັກສູດຫຼາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ໂດຍໄດ້ຈັດສອບເສັງຕ່າງຫາກ ຊຶ່ງໂຕເລກກຳນົດຄວາມສາມາດຮອງຮັບໄດ້ເຖິງ 8,000 ກວ່າຄົນ.
ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສຳພາດໃນວັນທີ 28 ກໍລະກົດນີ້ ທີ່ ມຊ ກ່ຽວກັບການກະກຽມສອບເສັງຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນໃນສົກຮຽນ 2025-2026 ນີ້ວ່າ: ມຊ ໄດ້ແຕ່ງຕັ້ງຄະນະຊີ້ນໍາລວມ ຊຶ່ງມີອະທິການບໍດີ ແລະ ຮອງອະທິການບໍດີເປັນປະທານ ແລະ ຮອງປະທານ ພ້ອມດຽວກັນກໍມີຄະນະບໍດີ, ຜູ້ອໍານວຍການສະຖາບັນ, ສູນ ແລະ ຫົວໜ້າຫ້ອງການຕ່າງໆ ທີ່ກ່ຽວຂ້ອງເປັນຄະນະຮັບຜິດຊອບ ແລະ ກອງເລຂາ. ນອກຈາກນັ້ນ, ຄະນະຮັບຜິດຊອບຊີ້ນໍາລວມໄດ້ແຕ່ງຕັ້ງຄະນະອະນຸກຳມະການຮັບຜິດຊອບວຽກໃນແຕ່ລະດ້ານ, ໂດຍນໍາໃຊ້ລະບົບລົງທະບຽນອອນລາຍໄລຍະເວລາ 1 ເດືອນ ນັບແຕ່ວັນທີ 7 ກໍລະກົດ ຫາ ວັນທີ 6 ສິງຫາ 2025. ມາຮອດວັນທີ 25 ກໍລະກົດນີ້ມີຜູ້ມາລົງທະບຽນ 5,045 ຄົນ ຊຶ່ງຂັ້ນຕອນການສະໝັກສອບເສັງມີ 2 ຂັ້ນຕອນຫຼັກຄື: 1) ສະໝັກສອບເສັງແບບອອນລາຍ ແລະ ຈ່າຍຄ່າທໍານຽມສອບເສັງຜ່ານທະນາຄານການຄ້າຕ່າງປະເທດລາວ BCLE One; 2) ມາຮັບເອົາບັດເຂົ້າຫ້ອງສອບເສັງຢູ່ສະໂມສອນ ມຊ (ວິທະຍາເຂດດົງໂດກ), ຄາດວ່າຈະມີຜູ້ສະໝັກສອບເສັງຫຼາຍກວ່າປີຜ່ານມາ, ການສອບເສັງຈະໄດ້ຈັດໃນຮູບແບບສອບເສັງເຊິ່ງໜ້າ ສອບເສັງແບບປາລະໄນ ເສັງພາຍໃນວັນດຽວຄືວັນທີ 9 ສິງຫາ 2025; ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ສາຍທຳມະຊາດ; ກຸ່ມ B ສາຍສັງຄົມ.
ທ່ານ ເດຊານຸລາດ ແສນດວງເດດ ກ່າວໃຫ້ຮູ້ອີກວ່າ: ມຊ ມີແຜນຮັບນັກສຶກສາໃໝ່ເຂົ້າຮຽນໃນທຸກໆຫຼັກສູດປະລິນຍາຕີໃນສົກສຶກສາ 2025-2026 ຈຳນວນ 5,670 ຄົນ. ນອກຈາກນັ້ນ, ຍັງມີການສອບເສັງເອົານັກສຶກສາເຂົ້າຮຽນຫຼັກສູດນາໆຊາດ, ຫຼັກສູດຕໍ່ເນື່ອງ ປ.ຕີ, ແລະ ຫຼັກສູດຫຼາຍທາງເລືອກ (ຈັດການສອນໃນວັນເສົາ, ວັນອາທິດ ແລະ ພາກຄໍ່າ) ໂດຍໄດ້ຈັດສອບເສັງຕ່າງຫາກ ຊຶ່ງໂຕເລກກຳນົດຄວາມສາມາດຮອງຮັບໄດ້ເຖິງ 8,000 ກວ່າຄົນ. ຄາດວ່າຈະປະກາດຜົນການສອບເສັງໃນວັນທີ 11 ກັນຍາ 2025 ແລະ ລົງທະບຽນເຂົ້າຮຽນ ເລີ່ມແຕ່ວັນທີ 15 ກັນຍາ 2025 ເປັນຕົ້ນໄປ.
ຂ່າວ: ພູວັນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |