pele - 2025-07-28T152913.912
ໃນ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນຂະຫຍາຍຕົວໃນລະດັບ 3.8%, ຄິດເປັນມູນຄ່າລາຄາໃນປີ 9,065 ຕື້ກີບ, ເທົ່າກັບ 68.18% ຂອງແຜນການ
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 July, 2025

ໃນວັນທີ 28 ກໍລະກົດນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງແຂວງ ໂດຍການເປັນປະທານຂອງ ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງວຽງຈັນ, ມີບັນດາທ່ານຫົວໜ້າພະແນກການຂອງແຂວງເຂົ້າຮ່ວມ.

 

 

ທ່ານ ຮອງເຈົ້າແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໃນ 6 ເດືອນຕົ້ນປີ ເສດຖະກິດຂອງແຂວງວຽງຈັນຂະຫຍາຍຕົວໃນລະດັບ 3.8% ຄິດເປັນມູນຄ່າໃນປີ 9,065 ຕື້ກີບ ເທົ່າກັບ 68.18% ຂອງແຜນການ (ແຜນ 13,294 ຕື້ກີບ), ສະເລ່ຍຕໍ່ຫົວຄົນໄດ້ 836 ໂດລາ. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 2.8%, ກວມເອົາ 29.70% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.5%, ກວມເອົາ 33,77% ຂອງ GDP, ຂະແໜງບໍລິການ ຂະຫຍາຍຕົວ 3.8%, ກວມເອົາ 34.07% ຂອງGDP ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 1.5%, ກວມເອົາ 2.46% ຂອງ GDP.

 

ດ້ານການເງິນ ໄດ້ເອົາໃຈໃສ່ປະຕິບັດແຜນງົບປະມານ ຕາມທິດຫັນເປັນແຂວງງົບປະມານສົມດຸນ ໂດຍການຫັນເປັນທັນສະໄໝ, ມີຖານເກັບລາຍຮັບເພີ່ມຂຶ້ນ. ສຳເລັດການມອບ-ຮັບການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ມອບໃຫ້ແຂວງ 46 ຫົວໜ່ວຍວິສາຫະກິດ ເພື່ອສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃນປີ 2025 ໃຫ້ກາຍເປັນແຂວງທີ່ມີຄວາມສົມດຸນ ຫຼື ເກີນດຸນງົບປະມານ, ພ້ອມທັງສຳເລັດການໄລ່ລຽງອວ່າຍລາຍຮັບດັ່ງກ່າວໃນ 6 ເດືອນຕົ້ນປີມາໃຫ້ແຂວງໄດ້ 194 ຕື້ກີບ, ຊຶ່ງເຮັດໃຫ້ແຂວງສາມາດເກັບລາຍຮັບເຂົ້າງົບປະມານໄດ້ 617 ຕື້ກວ່າກີບ ເທົ່າກັບ 56.43% ຂອງແຜນການ (ແຜນ 1,094 ຕື້ກີບ), ໃນນີ້: ລາຍຮັບພູດສູນກາງ ປະຕິບັດໄດ້ 94.72 ຕື້ກີບ ເທົ່າກັບ 76.57% ຂອງແຜນ ແລະ ລາຍຮັບພູດທ້ອງຖິ່ນ 522.62 ຕື້ກີບ ເທົ່າກັບ 53.86% ຂອງແຜນ ແລະ ດ້ານລາຍຈ່າຍ ປະຕິບັດໄດ້ 504,21 ຕື້ກີບ (ລວມລາຍຈ່າຍລົງທຶນຂອງລັດ) ເທົ່າກັບ 55.81% ຂອງແຜນການ (ແຜນ 903.37ຕື້ກີບ) ໂດຍສຸມໃສ່ຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນບໍລິຫານ ເພື່ອໃຫ້ການເຄື່ອນໄຫວວຽກງານທັນເວລາ. ສ່ວນການດຸ່ນດ່ຽງງົບປະມານ ແມ່ນປະຕິບັດຕາມທິດຫັນເປັນແຂວງງົບປະມານສົມດຸນ ລາຍຮັບ-ລາຍຈ່າຍໃນປີ, ຄາດວ່າທ້າຍປີຈະເກີນດຸນປະມານ 66.93 ຕື້ກີບ. ນອກນີ້, ການແກ້ໄຂຜົນການກວດສອບ-ກວດກາ ແມ່ນໄດ້ເລັ່ງທວງ ແລະ ເກັບກູ້ໜີ້ສິນຈ່າຍລ່ວງໜ້າໃນລະບົບຄັງເງິນ, ໜີ້ຄ້າງມອບພັນທະອາກອນ, ໜີ້ຄ້າງມອບພັນທະຄ່າຊັບພະຍາກອນທຳມະຊາດໄດ້ 8 ບໍລິສັດ, ເກັບກູ້ໜີ້ຕ້ອງຮັບໄດ້ທັງໝົດ 1.02 ຕື້ກີບ. ໃນນີ້, ໜີ້ຕ້ອງຮັບຄັງເງິນ 140 ລ້ານກີບ, ພັນທະອາກອນ 630 ລ້ານກີບ ແລະ ຄ່າຊັບພະຍາກອນ 250 ລ້ານກີບ. ໃນ 6 ເດືອນຕົ້ນປີ ສາມາດລະດົມເງິນຝາກໄດ້ທັງໝົດ 7,492.14 ຕື້ກີບ, ລື່ນແຜນການ 64% (ແຜນ 4,567.27 ຕື້ກີບ) ແລະ ໄດ້ອະນຸມັດປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ໃຫ້ບັນດາຫົວໜ່ວຍທຸລະກິດລາຍໃຫຍ່ ແລະ ລາຍຍ່ອຍ ດ້ານກະສິກຳ, ອຸດສາຫະກຳ, ການຄ້າ ແລະ ບໍລິການ ລວມປ່ອຍສິນເຊື້ອໄດ້ທັງໝົດ 1,326 ຕື້ກີບ, ລື່ນແຜນການ 24.19% (ແຜນ 1,067.70 ຕື້ກີບ).

 

ໃນປີ 2025 ທົ່ວແຂວງມີຄວາມຕ້ອງການທຶນເຂົ້າໃນການພັດທະນາທັງໝົດ 2,811.68 ຕື້ກີບ, ທຽບໃສ່ປີ 2024 ເພີ່ມຂຶ້ນ 18.83%, ປະຕິບັດໃນ 6 ເດືອນ ໄດ້ 4,588.20 ຕື້ກີບ, ລື່ນແຜນການ 63.18% (ລື່ນແຜນ ຍ້ອນການລົງທຶນຂອງເອກະຊົນ ໃນກິດຈະການທົ່ວໄປຂອງການຄ້າເພີ່ມຂຶ້ນເທົ່າຕົວ). ໃນນີ້, ການລົງທຶນຂອງລັດ ປະຕິບັດໄດ້ 190.47 ຕື້ກີບ ເທົ່າກັບ 77% ຂອງແຜນການ (ແຜນ 246.50 ຕື້ກີບ); ການຊ່ວຍເຫຼືອລ້າ ແລະ ກູ້ຢືມ ປະຕິບັດໄດ້ 17.72 ຕື້ກີບ ເທົ່າກັບ 14.42% ຂອງແຜນການ (ແຜນ 122.88 ຕື້ກີບ); ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 4,380.01 ຕື້ກີບ, ລື່ນແຜນການ 79.33% (ແຜນ2,442.30 ຕື້ກີບ).

 

(ແຫຼ່ງຂ່າວ: ແຂວງວຽງຈັນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ