pele - 2025-07-28T163326.372
ທ່ານ ລມຕ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 28 July, 2025
ໝວດ: ຂ່າວ

ໃນວັນທີ 28 ກໍລະກົດ ນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ແຂວງຄຳມ່ວນ ໂດຍມີຫົວໜ້າກົມ, ຮອງກົມ, ຄະນະພະແນກກະສິກຳ ແລະ ປ່າໄມ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມ.

 

 

ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ລາຍງານວ່າ: ສະເພາະໃນລະດູ ແລ້ງປີ 2025 ການຜະລິດເຂົ້ານາແຊງປະຕິບັດເນື້ອທີ່ປູກ 11,865 ເຮັກຕາ, ເປັນສະບຽງອາຫານ ປະຕິບັດເນື້ອທີ່ປູກ 3,877 ເຮັກຕາ, ເປັນສິນຄ້າປະຕິບັດເນື້ອທີ່ປູກ 7,988 ເຮັກຕາ; ສຳລັບການປູກເຂົ້ານາປີມາຮອດເດືອນມິຖຸນາປະຕິບັດໄດ້ 54,907 ເຮັກຕາ, ຕົກກ້າໝົດແນວປູກ 4,992 ໂຕນ, ປູກເປັນສະບຽງອາຫານ 33,737 ເຮັກຕາ ແລະ ປູກເປັນສິນຄ້າ 21,170 ເຮັກຕາ, ການຜະລິດເຂົ້າເນີນສູງເນື້ອທີ່ປູກ 288 ເຮັກຕາ, ການຜະລິດພືດສໍາຮອງ-ພືດລະດູແລ້ງປະຕິບັດເນື້ອທີ່ປູກ 10,506 ເຮັກຕາ, ຜົນຜະລິດ 66,957 ໂຕນ, ໃນນີ້. ເປັນສະບຽງອາຫານປະຕິບັດເນື້ອທີ່ປູກ 3,683 ເຮັກຕາ, ຜົນຜະລິດ 18,972 ໂຕນ ແລະ ເປັນສິນຄ້າປະຕິບັດເນື້ອທີ່ປູກ 6,823 ເຮັກຕາ, ຜົນຜະລິດ 47,985 ໂຕນ, ສຳລັບການປູກພືດລະດູຝົນມາຮອດເດືອນມິຖຸນາປະຕິບັດເນື້ອທີ່ປູກ 17,573 ເຮັກຕາ, ປູກເປັນສະບຽງອາຫານ 2,005 ເຮັກຕາ ແລະ ປູກເປັນສິນຄ້າ 15,568 ເຮັກຕາ, ການລ້ຽງສັດເປັນຟາມມີ 132 ຟາມ, ໃນນັ້ນຟາມຂະໜາດໃຫຍ່ 16 ຟາມ, ຂະໜາດກາງ 65 ຟາມ, ຂະໜາດນ້ອຍ 51 ຟາມ. ໃນນີ້, ມີຟາມລ້ຽງງົວ 16 ຟາມ, ຟາມລ້ຽງໝູ 97 ຟາມ, ຟາມລ້ຽງແບ້ 5 ຟາມ, ຟາມໄກ່ພັນໄຂ່ 4 ຟາມ, ຟາມໄກ່ພັນຊີ້ນ 5 ຟາມ, ຟາມນົກກະທາ 1 ຟາມ, ຟາມເປັດໄຂ່ 3 ຟາມ ແລະ ຟາມປາກະຊັງ 1 ຟາມ, ມີ 200 ກະຊັງ ແລະ ສາມາດສົ່ງສັດອອກຕ່າງແຂວງທັງໝົດ 12,663 ໂຕ, ສິນຄ້າກະສິກໍາຕົ້ນຕໍທີ່ໄດ້ສົ່ງອອກຕ່າງປະເທດມີຈໍານວນ 88,228 ໂຕນ ຊຶ່ງປະເພດສິນຄ້າມີເຂົ້າສານໜຽວ, ເຂົ້າເປືອກ, ໝາກມ່ວງ, ມັນຕົ້ນດິບ, ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາກມັນຕົ້ນ.

 

 

ໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ໃຫ້ກຽດໂອ້ລົມ ເນັ້ນໜັກໃຫ້ພະນັກງານຫຼັກແຫຼ່ງ ສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດການນໍາພາຂອງພັກ, ຄະນະນໍາແຕ່ລະຂັ້ນເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານລັດຖະກອນກຳແໜ້ນ, ຍົກສູງຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມການປັບ ປຸງກົງຈັກການຈັດຕັ້ງໃນຂະແໜງການຂັ້ນແຂວງ ແລະ ຂັ້ນເມືອງຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ປະສານສົມທົບກັບຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະ ສູນກາງ ໃນການສືບຕໍ່ປັບປຸງພາລະບົດບາດຂອງພະແນກໃຫ້ສໍາເລັດ; ພ້ອມທັງກຽມຄວາມພ້ອມດ້ານບຸກຄະລາກອນເພື່ອບັນຈຸ, ສັບຊ້ອນ ແລະ ຈັດວາງໃຫ້ໄປຕາມ 4 ທິດ, ສືບຕໍ່ສົ່ງເສີມການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຕິດພັນກັບວຽກງານອື່ນໆ ເພື່ອຈັດຕັ້ງປະຕິບັດບັນດາເປົ້າໝາຍ ແລະ ຄາດໝາຍສູ້ຊົນດ້ານວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ລວມເຖິງການຕິດຕາມ ກວດກາ ປະເມີນຜົນກະທົບສິ່ງແວດລ້ອມຂອງ ບັນດາໂຄງການລົງທຶນ ເພື່ອຮັບປະກັນໃຫ້ດໍາເນີນການຖືກຕ້ອງຕາມເງື່ອນໄຂ ແລະ ລະບຽບການ.

 

ຂ່າວ: ບຸນອູ້ມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 26 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,517
21,794
thailand (1)
THB
658.52
668.66
european-union
EUR
23,871
24,349
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-26T155019.178
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ
_cover - 2025-08-26T152648.270
ແຈ້ງເຕືອນໄພ ພາຍຸດີເປຼຊັນ (TD) ສະບັບທີ 4 ໃນລະຫວ່າງ ວັນທີ 26 – 27 ສິງຫາ 2025
_cover - 2025-08-26T134613.200
ເມືອງຟີນິກສ໌ ຖຶກກຳແພງພາຍຸຝຸ່ນຂະໜາດໃຫຍ່ຖະລົ່ມ ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນບໍ່ມີໄຟຟ້າໃຊ້
pele - 2025-08-26T140829.889
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີ ປະກາດປັບປຸງກົງຈັກການຈັດຕັ້ງ
_cover - 2025-08-26T133425.206
'ທຣຳ' ຂົ່ມຂູ່ຂຶ້ນພາສີ 'ຈີນ' 200% ຖ້າບໍ່ຍອມສົ່ງອອກແຮ່ທາດຫາຍາກ
pele - 2025-08-26T130843.080
ຄະນະບໍລິຫານງານພັກແຂວງໄຊສົມບູນ ດໍາເນີນຊີວິດການເມືອງທ້າຍສະໄໝທີ I
_cover - 2025-08-26T102705.282
ແຈ້ງການ ການທົດລອງ ໃຫ້ຄົນຕ່າງປະເທດ ລົງທະບຽນເດີນທາງເຂົ້າ-ອອກ ສປປ ລາວ ຜ່ານລະບົບອອນລາຍ
pele - 2025-08-26T103019.538
ປະຊາຊົນບ້ານວຽງສະຫວັນ ສຳເລັດການສ້າງຄວາມສາມາດ ແລະ ການຈັດຊັບພະຍາກອນປະມົງທີ່ຍືນຍົງ.
_cover - 2025-08-25T155458.968
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
pele - 2025-08-25T114503.086
ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ
ຢ່າລື່ມກົດຕິດຕາມ