pele - 2025-07-29T095813.795
ຄໍາມ່ວນ-ກວາງຈີ ຫາລື “ອຸທິຍານແຫ່ງຊາດຟອງຍາ-ແກບາງ ແລະ ອຸທິຍານແຫ່ງຊາດຫິນໜາມໜໍ່”
ຮຽບຮຽງໂດຍ:Pele
ເຜີຍແຜ່: 29 July, 2025
ໝວດ: ຂ່າວ

ກອງປະຊຸມປຶກສາຫາລື ຮ່ວມຊາຍແດນ “ອຸທິຍານແຫ່ງຊາດຟອງຍາ-ແກບາງ ແລະ ອຸທິຍານແຫ່ງຊາດຫິນໜາມໜໍ່ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ທີ່ເຮືອນພັກເລກ 1 ແຂວງຄໍາມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ ສປປ ລາວ ແລະ ທ່ານ ຮວ່າງ ນາມ ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນແຂວງ ກວາງຈີ ສສ ຫວຽດນາມ.

 

 

ກອງປະຊຸມຄັ້ງນີ້,ໄດ້ຄົ້ນຄວ້າປຶກສາຫາລື ວຽກຮ່ວມຊາຍແດນຂອງ “ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍຣະດົກໂລກ ແຂວງກວາງຈີ” ຊຶ່ງຈະໄດ້ຜ່ານຮ່າງເອກະສານກອບການຮ່ວມມືຊາຍແດນລະຫວ່າງສອງອຸທິຍານ ແລະ ການປະສານງານຮ່ວມຊາຍແດນ ເພື່ອເປັນບ່ອນອີງພື້ນຖານອັນສຳຄັນໃນການສືບຕໍ່ຮ່ວມກັນ ໃນຕໍ່ໜ້າໃຫ້ມີຄວາມເໝາະສົມ ແລະ ແທດເໝາະກັບທ້ອງຖິ່ນຢ່າງລະອຽດ, ທັງເປັນການສ້າງສາຍສຳພັນ ຮັກແພງລະຫວ່າງ ແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງຈີ ສສ ຫວຽດນາມ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

 

 

ໃນວັນດຽວກັນດ ທ່ານ ຮວ່າງ ນາມ ພ້ອມຄະນະຍັງໄດ້ເຂົ້າຢ້ຽມພົບປະ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ແລະ ຢ້ຽມຢາມອານຸສອນສະຖານ ປະທານ ໂຮ່ຈິມິນ ບ້ານຊຽງຫວາງ ເມືອງໜອງບົກ ເພື່ອຈູດທູບຢູ່ທີ່ຫໍໄຫວ້ປະທານໂຮ່ຈິມິນ ທັງເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີອັນປະເສີດຂອງ ປະທານໂຮ່ຈິມິນ ຜູ້ນໍາທີ່ຍິ່ງໃຫຍ່ແຫ່ງການປະຕິວັດຫວຽດນາມ ແລະ ແສນຮັກຂອງປະຊາຊົນຊາວຫວຽດນາມ.

 

(ຂ່າວ: ມະນີວັນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ