ໂຮງຮຽນອະນຸບານ ແລະ ປະຖົມສຶກສາ ຫຼວງປະເສີດ ຊຶ່ງເປັນໂຮງຮຽນພາກເອກກະຊົນ ທີ່ຈັດຕັ້ງປະຕິບັດການຮຽນການສອນ ຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໂດຍສອນທັງພາສາລາວ, ພາສາອັງກິດ ແລະ ພາສາຈີນ ໃນສົກຮຽນ 2024 – 2025 ໂຮງຮຽນດັ່ງກ່າວສາມາດບັນລຸສຳເລັດຈັດຕັ້ງປະຕິບັດການຮຽນການສອນ ໄດ້ຮ້ອຍເປີເຊັ່ນ ສາມາດສອບເສັງໄດ້ຮັບໃບປະກາແດງ 3 ນ້ອງ ພ້ອມທັງສ້າງຜົນງານໂດດເດັ່ນ ຄວ້າ 4 ຫຼຽນຄຳ (ລະດັບ A, B ແລະ C) ແລະ ລາງວັນຕ່າງໆ ໃນການແຂ່ງຂັນຈິນຕະຄະນິດ ຊິງແຊ໋ມພາກຕາເວັນອອກສຽງເໜືອ ຄັ້ງທີ6 ຈັດຂື້ນ ທີ່ແຂວງຂອນແກ່ນ ປະເທດໄທ.
ພິທີສະຫຼຸບສົກຮຽນ 2024-2025 ຂອງໂຮງຮຽນຫຼວງປະເສີດ ຈັດຂຶ້ນ ເມື່ອວັນທີ 26 ກໍລະກົດ ຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ສົມມະໂນນຶກ ຫຼວງປະເສີດ ປະທານບໍລິຫານໂຮງຮຽນ ຫຼວງປະເສີດ ແລະ ທ່ານ ນາງ ພຸດທະລົມ ຫຼວງປະເສີດ ຜູ້ອຳນວຍການໂຮງຮຽນ ຫຼວງປະເສີດ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເຊດຖາ ແລະ ເມືອງຫາດຊາຍຟອງ, ຄູ-ອາຈານ, ຜູ້ປົກຄອງ, ນັກຮຽນ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ຈັນທະພອນ ຫຼວງປະເສີດ ຜູ້ອຳນວຍການໂຮງຮຽນຫລວງປະເສີດສາຂາ 2 ຂຶ້ນຜ່ານບົດສະຫຼູບຜົນສຳເລັດການຈັດຕັ້ງປະຕິບັດການຮຽນການສອນ ຂອງໂຮງຮຽນ ປະຈຳສົກຮຽນ 2024-225 ໃຫ້ຮູ້ວ່າ: ຕະຫຼອດໄລຍະການສ້າງຕັ້ງໂຮງຮຽນ 20 ປີ ຜ່ານມາ ໂຮງຮຽນພວກເຮົາ ສາມາດຮັກສາມູນເຊື້ອໃນການຈັດຕັ້ງການຮຽນການສອນມີຜົນສຳເລັດຢ່າງຮອບດ້ານ ໂດຍສະເພາະແມ່ນດ້ານແນວຄິດການເມືອງ ພະນັກງານ ຄູ-ອາຈານ ໄດ້ຮັບການຊີ້ນຳຈາກຄະນະອໍານວຍການທີ່ໄດ້ຢືດໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີແນວຄິດອຸ່ນອ່ຽງ, ທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງຂັ້ນເທິງຢ່າງພ້ອມພຽງ ແລະ ຄູ-ອາຈານທຸກທ່ານກໍໄດ້ຜ່ານການຝຶກອົບຮົມທາງດ້ານແນວຄິດ, ຄຸນທາດການເມືອງ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ. ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ນ້ອງນັກຮຽນ, ໄດ້ຕິດຕາມການຮຽນ-ການສອນໃຫ້ໄປຕາມແຜນການຂອງ ກະຊວງ ສສກ ວາງອອກຢ່າງເຂັ້ມງວດ ແລະ ມີຄຸນນະພາບ.
ປັດຈຸບັນ ໂຮງຮຽນຫຼວງປະເສີດ ສາມາດຂະຫຍາຍໂຮງຮຽນ ອອກເປັນ 2 ສາຂາ ຈາກ 2 ເມືອງ ສຳລັບຂັ້ນອະນຸບານມີຫ້ອງຮຽນທັງໝົດ 14 ຫ້ອງຮຽນ ແລະ ຂັ້ນປະຖົມມີ 16 ຫ້ອງຮຽນ ນອກນັ້ນ ກໍຍັງມີບຸກຄະລາກອນທັງໝົດເກືອບ 100 ຄົນ ແລະ ນ້ອງນັກຮຽນທັງໝົດ ເກືອບ 500 ນ້ອງ, ໃນນັ້ນ ຊັ້ນອະນຸບານ 238 ນ້ອງ ແລະ ຊັ້ນປະຖົມ ມີ 237 ນ້ອງ ສໍາລັບຜົນງານທີ່ພົ້ນເດັ່ນ ໃນສົກຮຽນ 2024-2025ນີ້ ໂຮງຮຽນສາມາດຈັດຕັ້ງການສອບເສັງ ຊັ້ນປະຖົມ ປ.1 ຫາ ປ.4 ສອບເສັງໄດ້ສົມບູນ ໄດ້ຮ້ອຍສ່ວນຮ້ອຍ ສ່ວນໃນບັ້ນການສອບສັງ ຈົບຊັ້ນ ປ.5 ມີນ້ອງນັກຮຽນເຂົ້າຮ່ວມການສອບເສັງຈໍານວນ 61 ນ້ອງ ສາມາດສອບເສັງໄດ້ສົມບູນ 61 ນ້ອງ, ໃນນັ້ນສາມາດສອບເສັງໄດ້ຄະແນນເກັ່ງຮອບດ້ານ 7 ຂື້ນໄປ ຈຳນວນ 40ນ້ອງ ເປັນຍິງ 21 ນ້ອງ ແລະ ສາມາດສອບເສັງໄດ້ຄະແນນ 9 ຂື້ນໄປ (ໄດ້ຮັບໃບປະກາແດງ) ຈຳນວນ 3 ນ້ອງ ເປັນຍິງ 2 ນ້ອງ.
ດ້ານວຽກງານເຄື່ອນໄຫວນອກຫຼັກສູດ ໄດ້ນຳພານ້ອງນັກຮຽນ 4 ນ້ອງ ເຂົ້າຮ່ວມການແຂ່ງຂັນແຕັ້ມຮູບເຍົາວະຊົນສາກົນ ພາຍໃຕ້ຫົວຂໍ້ “ສະບາຍດີເສັ້ນທາງສາຍໃໝ” ຈັດຂື້ນໂດຍສູນວັດທະນະທໍາຈີນປະຈໍາລາວ ເມື່ອຄັ້ງວັນທີ 5 ສິງຫາ 2024 ໃນນັ້ນນ້ອງນັກຮຽນສາມາດສ້າງຜົນງານໄດ້ອັນດັບທີ1 ຈາກນາງ ວິສາ ເພັດດາວົງ ໄດ້ຮັບລາງວັນຊະນະເລີດ ອັນດັບທີ1 ນອກນັ້ນ ກໍຍັງໄດ້ຮັບລາງວັນຮອງຊະນະເລີດອັນດັບທີ 3 ຈາກນາງ ວິລະດາ ເພັດປະເສີດ, ນາງ ທະນະພອນ ແກ້ວອາສາ ແລະ ນາງ ອາລິສາ ສີສະໝຸດ, ຄຽງຄູ່ກັນນີ້, ໂຮງຮຽນພວກເຮົາຍັງໄດ້ຖືກປະກາດເປັນໂຮງຮຽນປອດສິ່ງເສບຕິດ ຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ ແລະ ຍັງໄດ້ນຳພານ້ອງນັກຮຽນເຂົ້າຮ່ວມການແຂ່ງຂັນຈິນຕະຄະນິດ ຊິງແຊ໋ມພາກຕາເວັນອອກສຽງເໜືອ ຄັ້ງທີ6 ຈັດຂື້ນ ໃນວັນທີ 16 ກຸມພາ 2025 ທີ່ສູນປະຊຸມ ນານາຊາດຂອນແກ່ນ ແຂວງຂອນແກ່ນ, ປະເທດໄທ ມີນ້ອງນັກຮຽນເຂົ້າແຂ່ງຂັນທັງໝົດ 1.300 ນ້ອງ ທີ່ມາຈາກປະເທດໄທ, ລາວ ແລະ ສິງກະໂປ ແບ່ງອອກເປັນ 7 ລະດັບການແຂ່ງຂັນ ໃນນັ້ນນັກຮຽນຈາກໂຮງຮຽນຫຼວງປະເສີດ ໄດ້ເຂົ້າຮ່ວມແຂ່ງຂັນທັງໝົດ 9 ນ້ອງ ໃນ 3 ລະດັບ (A, B ແລະ C) ແລະ 4 ຮຸ່ນອາຍຸ ຄື: ຮຸ່ນ ປ2 / 2ນ້ອງ, ຮຸ່ນ ປ3 / 3ນ້ອງ, ປ4 / 3ນ້ອງ ແລະ ຮຸ່ນ ປ5 /1 ນ້ອງ ສາມາດຍາດໄດ້ລາງວັນຄວ້າ 4 ຫຼຽນຄຳ ລະດັບ A ໄດ້ຈາກທ້າວ ທັດສະພອນ ຈັນທະມາລິນ ໃນຊັ້ນປ.2, ລະດັບ B ຈາກທ້າວ ນະທີ ຊາມູນຕີ ຊັ້ນປ.3, ລະດັບ B ຈາກທ້າວ ຈັນທະພອນ ຈັນທະມາລິນ ຊັ້ນປ.3 ແລະ ລະດັບ B ຈາກທ້າວ ໂຊກທັນວາ ເຫັມມະວັນ ຊັ້ນປ.4 ນອກນັ້ນ ກໍຍັງສາມາດຍາດໄດ້ອັນດັບທີ 2, ອັນດັບທີ 3 ແລະ ອັນດັບທີ 4 ຈາກ 18 ນ້ອງ ອີກດ້ວຍ.
ນອກນີ້ກໍຍັງໄດ້ມີການນຳພານ້ອງນັກຮຽນຈຳນວນ11ນ້ອງ ພ້ອມດ້ວຍຄູ-ອາຈານ ເຄື່ອນໄຫວທັດສະນະສຶກສາພິພິດທະພັນສັດນ້ຳທີ່ແຂວງໜອງຄາຍ, ໄປທັດສະນະສຶກສາທີ່ຫໍສະພາແຫ່ງຊາດ ຈຳນວນ 65 ນ້ອງ, ເຂົ້າຮ່ວມປະກອບສ່ວນເຄື່ອນໄຫວການສະແດງສີລະປະຂອງຊັ້ນອະນຸບານ ໃນງານບຸນມະໂຫລານສົ່ງເສີມການອ່ານ, ບຸນນະມັດສະການພະທາດຫຼວງ, ເຂົ້າຮ່ວມເຄື່ອນໄຫວແຂ່ງຂັນສີລະປະ ແລະ ກິລາ ປະຈຳສົກຮຽນ 2024-2025 ຊັ້ນອະນຸບານຫຼວງປະເສີດ ສາຂາ1 ສາມາດສ້າງຜົນງານໄດ້ລາງອັນດັບທີ 1 ບົດຟ້ອນປີໃໝ່ລື້ ຂອງກຸ່ມ 4 ເມືອງໄຊເສດຖາ, ຊັ້ນປະຖົມຫຼວງປະເສີດ 1 ສາມາດສ້າງຜົນງານໄດ້ລາງອັນດັບທີ 2 ບົດຟ້ອນ ການຜະລິດເຈັ້ຍໜໍ່ໄມ້ເຜົ່າແລນແຕນ ສ່ວນ ຊັ້ນປະຖົມຫຼວງປະເສີດ ສາຂາ2 ສາມາດສ້າງຜົນງານໄດ້ລາງອັນດັບທີ 2 ບົດຟ້ອນສຽງກອງສະຫຼອງໄຊ ຈາກເມືອງຫາດຊາຍຟອງ.
ໃນພິທີດັ່ງກ່າວ ກໍຍັງໄດ້ມີການມອບໂລ້ທີ່ລະນຶກ ຄົບຮອບ 20 ປີ ໃຫ້ແກ່ຄູສອນ ແລະ ຄູອາວຸໂສ ປີການຫຼາຍກວ່າ 10 ປີຂຶ້ນໄປ, ມອບໃບຍ້ອງຍໍຂັ້ນເມືອງໄຊເສດຖາ ແລະ ໃບຍ້ອງຍໍຂັ້ນໂຮງຮຽນ ໃຫ້ແກ່ ຄູອາຈານ ແລະ ພະນັກງານດີເດັ່ນພາຍໃນໂຮງຮຽນດັງກ່າວອີກດ້ວຍ.
ໂຮງຮຽນອະນຸບານ-ປະຖົມຫຼວງປະເສີດ ໄດ້ສ້າງຕັ້ງຂື້ນ ມາແຕ່ສົກຮຽນປີ 2005-2006 ພາຍໃຕ້ການອະນຸມັດຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາເມືອງໄຊເສດຖາ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ເພື່ອເປີດສອນຫຼັກສູດຊັ້ນອະນຸບານ ແລະ ປະຖົມສຶກສາ ໂດຍນໍາໃຊ້ຫຼັກສູດແຫ່ງຊາດຂອງກະຊວງສສກ ເຊີ່ງປັດຈຸບັນໂຮງຮຽນຫຼວງປະເສີດ ມີ 2ແຫ່ງ ກໍຄື ແຫ່ງທີ 1 ຕັ້ງຢູ່ບ້ານ ໂນນຄໍ້ເໜືອ, ເມືອງໄຊເສດຖາ ແລະ ແຫ່ງທີ2 ແມ່ນຕັ້ງຢູ່ບ້ານນາໄຫ ເມືອງຫາດຊາຍຟອງ.
ພາບ-ຂ່າວ ໂດຍ ສົງການ ພັນແພງດີ