pele - 2025-07-29T151151.995
ຍົກລະດັບຄວາມຮູ້ກ່ຽວກັບ ການນຳໃຊ້ໂດຣນ ເຂົ້າໃນການຜະລິດກະສິກຳ
ຮຽບຮຽງໂດຍ:Pele
ເຜີຍແຜ່: 29 July, 2025

ຊຸດຝຶກອົບຮົມກ່ຽວກັບການນຳໃຊ້ໂດຣນ ເຂົ້າໃນວຽກງານປູກຝັງ ແລະ ການນຳໃຊ້ເຕັກນິກກົນຈັກກະສິກຳທັນສະໄໝ ແລະ ມອບ-ຮັບ ໂດຣນ ເພື່ອນຳໃຊ້ເຂົ້າໃນວຽກງານປູກຝັງ ຢູ່ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດນີ້ ຢູ່ສູນປ້ອງກັນພືດ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ສົ້ງ ເຈີນເຄີ ຄະນະບໍດີວິສະວະກຳສາດ ມະຫາວິທະຍາໄລກະສິກຳ ສປ ຈີນ, ພ້ອມດ້ວຍ ພະນັກງານ-ວິຊາການຈາກພະແນກການ, ສູນ, ຂະແໜງປູກຝັງ, ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ກຸ່ມຊາວກະສິກອນ ເມືອງຫາດຊາຍຟອງ ແລະ ບັນດາອາຈານຈາກຄະນະວິສະວະກຳສາດ ມະຫາວິທະຍາໄລກະສິກຳ ສປ ຈີນ ເຂົ້າຮ່ວມ.

 

ຊຸດຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບກົນໄກການນຳໃຊ້ເຕັກນິກກະສິກຳ ທັນສະໄໝຂອງ ສປ ຈີນ, ການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີເຄື່ອງມືອຸປະກອນກະສິກຳທັນສະໄໝ, ການນຳໃຊ້ເຕັກໂນໂລຊີ ດ້ານເອເລັກໂຕຣນິກແບບຍືດຍຸ່ນ ສຳລັບການສະໜັບສະໜູນເຂົ້າໃນວຽກງານກະສິກຳ, ການເຮັດແປງສາທິດ, ວິິທີການກຳຈັດສັດຕູພືດ, ການນຳໃຊ້ໂດຣນ ເຂົ້າໃນວຽກງານຂັ້ນພື້ນຖານ. ພ້ອມທັງ ໄດ້ຮັບຊົມການສະແດງສາທິດການນຳໃຊ້ໂດຣນ ສີດຢາ ແລະ ຫວ່ານເມັດພືດ ຕື່ມອີກ.

 

 

ໂອກາດດັ່ງກ່າວ, ທ່ານ ບຸນຊູ ສຸດມາລີ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມ ໃນຄັ້ງນີ້, ມີຄວາມສຳຄັນຫຼາຍ ຊຶ່ງຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ນະວັດຕະກຳອັນໃໝ່ ທັງພາກທິດສະດີ ແລະ ປະຕິບັດຕົວຈິງ ກ່ຽວກັບ ເຕັກໂນໂລຊີກົນຈັກກະສິກຳທັນສະໄໝ ແລະ ການນໍາໃຊ້ໂດນ. ທັງເປັນການຮ່ວມມື ແລະ ຍາດແຍ່ງການຊ່ວຍເຫຼືອ ໃນການຊຸກຍູ້ສົ່ງເສີມ, ການຜະລິດ ແລະ ການປຸງແຕ່ງ ກະສິກຳລາວ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ນະວັດຕະກຳໃໝ່ ແນໃສ່ຫຼຸດຜ່ອນ ຕົ້ນທຶນການຜະລິດທີ່ສາມາດແຂ່ງຂັນໄດ້ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ຕາມທ່າແຮງ ແລະ ມູນເຊື້ອຊາວກະສິກອນ ໃນການຜະລິດ ແລະ ປຸງແຕ່ງ ສ້າງມູນຄ່າເພີ່ມ ໃຫ້ແກ່ສິນຄ້າກະສິກຳ ແກ້ໄຂບັນຫາເຄັ່ງຮ້ອນ ທາງເສດຖະກິດການເງິນ ແລະ ຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ຈຶ່ງຮຽກຮ້ອງ ເຖິງການນໍາໃຊ້ ນະວັດຕະກຳອັນໃໝ່ ຊຶ່ງການນໍາໃຊ້ ໂດຣນ ແລະ ເຕັກໂນໂລຊີ ກົນຈັກກະສິກຳອັນທັນສະໄໝ ຈະຊ່ວຍປະຢັດແຮງງານ ແລະ ນໍາໃຊ້ປັດໄຈການຜະລິດ ໄດ້ຢ່າງມີປະສິດທິຜົນຂຶ້ນກວ່າເກົ່າ.

 

 

ພ້ອມນີ້, ທ່ານ ບຸນຊູ ສຸດມາລີ ຍັງໄດ້ ສະແດງຄວາມຂອບໃຈມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໃຫ້ການສະໜັບສະໜູນ ທາງດ້ານວິຊາການ ແລະ ງົບປະມານ ໃນການສະໜັບສະໜູນ ໂດຣນ ແລະ ການຝຶກອົມຄັ້ງນີ້ ແລະ ສະເໜີໃຫ້ ສືບຕໍ່ສະໜັບສະໜູນວຽກງານຂົງເຂດດັ່ງກ່າວ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ຄູ່ຮ່ວມພັດທະນາຕ່າງໆ, ອຳນາດການປົກຄອງແຂວງ, ເມືອງ, ຜູ້ປະກອບການ ພາຍໃນ ແລະ ຕ່າງປະເທດ ເພື່ອຂຸດຄົ້ນທ່າແຮງຂອງວຽກງານນະວັດຕະກໍາກົນຈັກກະສິກຳທີ່ທັນສະໄໝ ໃຫ້ກ້າວສູ່ສາກົນ ຢ່າງເປັນຮູບປະທຳ ແລະ ຍືນຍົງ.

 

ຂ່າວ: ຍຸພິນທອງ
ພາບ: ແສງຈັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ