pele - 2025-07-30T160430.943
ຫ້ອງການເມືອງກອງພົນທີ 4 ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025
ຮຽບຮຽງໂດຍ:Pele
ເຜີຍແຜ່: 30 July, 2025

ໃນວັນທີ 28 ກໍລະກົດ 2025 ນີ້, ຫ້ອງການເມືອງກອງພົນທີ 4 ໄດ້ສຳເລັດການປັກດຳເຂົ້ານາປີ ປະຈຳປີ 2025 ໂດຍການນຳພາຊີ້ນຳ ຂອງ ຄະນະພັກ – ຄະນະຫ້ອງການເມືອງ ກອງພົນທີ 4, ເຊິ່ງມີພະນັກງານ – ນັກຮົບ ພາຍໃນກົມກອງຂອງຕົນ ເຂົ້າຮ່ວມໃນການປັກດຳເຂົ້ານາປີ ຢ່າງເປັນຂະບວນການຟົດຟື້ນ .

 

 

ສະຫາຍ ພັນໂທ ສົມໃຈ ແກ້ວມະນີວົງ ຫົວໜ້າພະແນກ ບໍລິຫານຫ້ອງການເມືອງ ໃຫ້ຮູ້ວ່າ; ພາຍຫຼັງທີ່ພວກເຮົາໄດ້ຈັດຕັ້ງພະນັກງານ – ນັກຮົບສຸມໃສ່ການປັກດຳເຂົ້່ານາປີມາແຕ່ຕົ້ນເດືອນ ກໍລະກົດ ເປັນຕົ້ນມາ, ຈົນມາຮອດວັນທີ 28 ກໍລະກົດ 2025 ແມ່ນໄດ້ສຳເລັດລົງຢ່າງເປັນທາງການດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເນື້ອທີ່ປັກດຳຕົວຈິງທັງໝົດແມ່ນ 8 ເຮັກຕາ, ຈຳນວນເຂົ້າປູກ 755 ກິໂລ, ໃຊ້ແນວເຂົ້າທ່າຊະນູ 8 ເຊິ່ງນຳໃຊ້ກຳລັງແຮງງານອ້າຍນ້ອງທັງໝົດ 70 ສະຫາຍ, ມາຮອດປັດຈຸບັນແມ່ນສຳເລັດ 100% ຈຸດປະສົງກໍ່ເພື່ອ ປະຕິບັດຕາມຄຳຂວັນ ຂອງກົມໃຫຍ່ພະລາທິການກອງທັບໄດ້ວາງອອກ ຕາມເນື້ອໃນ 4 ປູກ 4 ລ້ຽງ, ຍົກສູງນ້ຳໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມເເຂງດ້ວຍຕົນເອງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ສາມາດຮັບປະກັນໃຫ້ແກ່ການຄຸ້ມຄອງທັບ, ລ້ຽງດູກຳລັງ ພາຍໃນກົມກອງໃນໄລຍະໜຶ່ງ ເຮັດໃຫ້ພະນັກງານ – ນັກຮົບ ອຸ່ນອ່ຽນທຸ່ນທ່ຽງ ສືບຕໍ່ເຮັດສຳເລັດໜ້າທີ່ການເມືອງຂອງຕົນ.

 

 

ຂ່າວ: ຮທ ໂພຄຳ ພອນປະເສີດ ກອງພົນທີ 4
ພາບ: ຮທ ສາຍຄຳ ວິໄລພອນ ກອງພົນທີ 4

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ