
ວັນທີ 17 ພຶດສະພາ 2023 ນີ້ ຫ້ອງວ່າການແຂວງອັດຕະປືອອກແຈ້ງການ ໃຫ້ໂຈະຊົ່ວຄາວການດໍາເນີນການບຸກເບີກ ເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໜອງຫີນ ແລະ ບ້ານໄຊດອນໂຂງ ເມືອງສະໜາມໄຊ.
– ອີງຕາມ ຂໍ້ຕົກລົງຂອງເຈົ້າແຂວງ ສະບັບເລກທີ 1535/ຈຂ.ອປ, ລົງວັນທີ 14 ຕຸລາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການແຂວງອັດຕະປື.
– ອີງຕາມ ບົດບັນທຶກກອງປະຊຸມປຶກສາຫາລືກ່ຽວກັບການແກ້ໄຂສະພາບບັນຫາທີ່ເກີດຂຶ້ນ ໃນການບຸກເບີກເນື້ອ ທີ່ດິນສໍາປະທານຂອງບໍລິສັດ ຢູ່ເມືອງສະຫນາມໄຊ ໃນຄັ້ງວັນທີ 16 ພຶດສະພາ 2023.
ຫ້ອງວ່າການແຂວງ ຂໍຖືເປັນກຽດແຈ້ງການ ມາຍັງທ່ານຮັບຊາບ ດັ່ງນີ້:ໃຫ້ບໍລິສັດສີຊິນ ພັດທະນາກະສິກໍາຈໍາກັດ ໂຈະຊົ່ວຄາວໃນການດໍາເນີນການບຸກເບີກ ເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໜອງຫີນ ເມືອງສະໜາມໄຊ ເພື່ອແກ້ໄຂບັນຫາຄວາມບໍ່ສະຫງົບໃຫ້ສໍາເລັດກ່ອນ.
ໃຫ້ບໍລິສັດກອງແກ້ວ ພັດທະນາກະສິກໍາຈໍາກັດ ໂຈະຊົ່ວຄາວໃນການດໍາເນີນການບຸກເບີກເນື້ອທີ່ດິນສໍາປະທານ ຢູ່ເຂດບ້ານໄຊດອນໂຂງ ເມືອງສະໜາມໄຊ ເພື່ອແກ້ໄຂບັນຫາຄວາມບໍ່ສະຫງົບໃຫ້ສໍາເລັດກ່ອນ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














