
Luke Erwin, ໜຸ່ມຊາວຕ່າງຊາດ ຜູ້ທີ່ລາດຕະເວນແລະສ້າງຄັອນເທັ້ນລົງໃນ TikTok, ໄດ້ເດີນທາງໄປທ່ຽວ ພູເກັດ. ກ່ອນຈະເຮັດຄລິບທົດສອບລອງໃຈພໍ່ຄ້າຂາຍໝາກໄມ້ຄົນໄທ ໂດຍການລອງຂໍໝາກໄມ້ຟຣີ. ແລະບອກວ່າບໍ່ໄດ້ກິນຫຍັງໝົດມື້ ແລະບໍ່ມີເງິນ, ຈະຂໍໝາກໄມ້ກິນ 1 ໜ່ວຍໄດ້ບໍ?
ປະກົດວ່າ: ພໍ່ຄ້າໝາກໄມ້ຈາກປ່າຕອງ. ພູເກັດ ສຸດໃຈດີ ຖາມວ່າຈະຫຍັງກິນ ເມື່ອລຸກບອກວ່າລາວຢາກກິນໝາກມ່ວງ ພໍ່ຄ້າໄດ້ເອົາຫມາກມ່ວງອອກແລະປອກໃສ່ຖົງໃຫ້ໂດຍບໍ່ໄດ້ໄລ່ເງິນ ໃຫ້ກິນຟຣີ. ລຸກພະຍາຍາມຖາມຊ້ຳໆວ່າ, ບໍ່ໄລ່ເງິນແທ້ບໍ? ພໍ່ຄ້າຍັງຢືນຢັນວ່າບໍ່ໄດ້ເສຍເງິນ ຟຮີ .
ໃນທີ່ສຸດ ລຸກາໄດ້ເປີດເຜີຍໃນຕອນທ້າຍວ່າ ນີ້ເປັນການທົດສອບຫົວໃຈຂອງລາວ. ແລະຜູ້ຂາຍແມ່ນໃຈດີຫຼາຍ. ດັ່ງນັ້ນ ລາວຈຶ່ງຢາກຈະເອົາເງິນກ້ອນໃຫຍ່ ລວມເປັນເງິນ 2 ພັນບາດ ແຕ່ພໍ່ຄ້າຢືນຢັນວ່າ ຈະເອົາຄ່າໝາກມ່ວງພຽງ 50 ບາດ ແຕ່ລູກບໍ່ຍອມ ຈຶ່ງເອົາເງິນທັງໝົດໃສ່ຖົງຂອງພໍ່ຄ້າ.
ຄລິບນີ້ໄດ້ຮັບການຍ້ອງຍໍຈາກຄົນໄທຫຼາຍຈຳນວນ. ແລະສະແດງຄໍາຄິດຄໍາເຫັນໃນທາງດຽວກັນວ່າ ຄົນໄທສ່ວນຫຼາຍແມ່ນໃຈດີແລະມີນຳໃຈສະເໝີ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














