
ໃນວັນທີ 30 ກໍລະກົດ ຜ່ານມ ທີ່ໂຮງແຮມອາມາຣີ (Amari) ນະຄອນວຽງຈັນ ໄດ້ຈັດງານ Lao Fashion Week 2025 “ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ” ໂດຍມີ ທ່ານນາງ ປານີ ໄຊຍະວົງ ຜູ້ກໍ່ຕັ້ງ ແລະ ຜູ້ອຳນວຍການໃຫຍ່ຂອງ Lao Fashion Week, ມີແຂກຖືກເຊີນ, ນັກອອກແບບໜຸ່ມນ້ອຍ ແລະ ນາຍແບບຍິງ-ຊາຍເຂົ້າຮ່ວມ.
ທ່ານ ນາງ ປານີ ໄຊຍະວົງ ກ່າວວ່າ: ງານດັ່ງກ່າວເພື່ອຍົກສູງຄວາມອາດສາມາດ ແລະ ຄວາມສາມາດ ຂອງໄວໜຸ່ມລາວ ໃນການສະແດງດົນຕີ, ອາພອນເສື້ອຜ້າ ຂອງບັນດານັກອອກແບບໜຸ່ມນ້ອຍຂອງລາວ ທີ່ໄດ້ອອກແບບພິເສດ ໂດຍການນໍາເອົາແຜ່ນແພຈາກທ້ອງຖິ່ນລາວ ມາປະດິດເປັນແຜ່ນແພ-ເສື້ອຜ້າໄໝ ຊຶ່ງເປົ້າໝາຍແມ່ນຢາກນໍາເອົາແຜ່ນແພທ້ອງຖິ່ນຂອງລາວເຂົ້າສູ່ຕະຫຼາດແຟຊັນສາກົນໃນເດືອນກັນຍາ.
ທ່ານ ນາງ ປານີ ໄຊຍະວົງ ກ່າວຕື່ມວ່າ: ງານສະແດງອາພອນ ແລະ ເຄື່ອງດົນຕີຄັ້ງນີ້ຍັງເປັນການຍົກສູງຄວາມສາມາດ ແຟຊັນໂຊ ຈາກນັກອອກແບບທີ່ໜຸ່ມນ້ອຍຂອງລາວ ຊຶ່ງເປັນສະມາຊິກຂອງໂຄງການສົ່ງເສີມນັກອອກແບບທີ່ໜຸ່ມນ້ອຍ ເປັນສ່ວນໜຶ່ງທີ່ຊ່ວຍຊຸກຍູ້ໂຄງການແຟຊັນຂອງລາວ, ນອກ ຈາກນີ້ ພາຍໃນງານຍັງມີການປະມູນຂາຍສິນຄ້າການອອກແບບ ເພື່ອສົມທົບທຶນໃຫ້ກັບໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ເພື່ອສົ່ງເສີມໃຫ້ບັນດາຜູ້ຊະນະເລີດໄດ້ລາງວັນການອອກແບບໃນແຕ່ລະປີໄປຮຽນຕໍ່ທີ່ສະຖາບັນແຟຊັນລະດັບສາກົນ, ງານດັ່ງກ່າວຍັງເປັນການເຜີຍແຜ່ຄວາມຄິດສ້າງສັນອັນ ແຮງກ້າຂອງດາວແຟຊັ່ນລາວຮຸ່ນໃໝ່ຕື່ມອີກ.
ພາຍໃນງານນອກຈາກການສະແດງແຟຊັ່ນແລ້ວ, ບັນດາແຂກທີ່ເຂົ້າຮ່ວມ ຍັງໄດ້ຮັບຟັງ ແລະ ໄດ້ຮັບຊົມການສະແດງດົນຕີຈາກ Pianist Vientiane ທີ່ປະສົມປະສານຄວາມສະຫງ່າງາມແບບຄລາສິກ ແລະ ລັກສະນະທີ່ທັນສະໄໝ; ງານຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ: ກຸ່ມ Lao Brewery, ໂຮງແຮມ Amari ວຽງຈັນ, BLANC 1664, 3 Nagas, Sofitel Luang Prabang, ແລະ Green Park
(ຂ່າວ-ພາບ: ແສງຈັນ)
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.10 | 668.63 |
![]() EUR | 24,323 | 24,810 |
![]() CNY | 2,948 | 3,007 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 47,580,000 | 48,110,000 |
![]() | 46,965,000 | 48,219,000 |