
Mirror Media ລາຍງານເລື່ອງລາວກ່ຽວທີ່ຖືກເຜີຍແຜ່ທາງອອນລາຍຢູ່ຈີນ. ຫຼັງຈາກສື່ມວນຊົນທ້ອງຖິ່ນເຜີຍແຜ່ຂ່າວທາງອອນລາຍ ເລື່ອງລາວທີ່ຕອນທໍາອິດເບິ່ງຄືວ່າເປັນວຸ້ນວາຍກັນ ແຕ່ສຸດທ້າຍເມື່ອໄດ້ເປີດເຜີຍຄວາມຈິງ. ກັບໄປເປັນເລື່ອງທີ່ເສົ້າໃຈທີ່ສຸດ
ເລື່ອງຂອງແມ່ຍິງອາຍຸ 22 ປີທີ່ເກີດລູກຢູ່ໂຮງຫມໍ. ມາເກີດລູກຢູ່ໂຮງໝໍ ຫຼັງໃຊ້ເວລາຫຼາຍກວ່າ 7 ຊົ່ວໂມງ, ກໍ່ສາມາດເກີດລູກໄດ້ຢ່າງປອດໄພທັງແມ່ແລະເດັກນ້ອຍ. ແຕ່ປະກົດວ່າເມື່ອພະຍາບານອອກມາຢູ່ໜ້າຫ້ອງເກີດລູກ ແລະຖາມວ່າໃຜເປັນພໍ່ຂອງເດັກ, ຜູ້ຊາຍສີ່ຄົນໄດ້ຢືນຂຶ້ນຍົກມືຂຶ້ນ. ຈາກນັ້ນບອກວ່າແມ່ນພໍ່ຂອງເດັກ, ເຊິ່ງ 1 ໃນ 4 ຄົນກໍ່ຮ້ອງໄຫ້ອອກມາເມື່ອຮູ້ວ່າແມ່ ແລະ ເດັກປອດໄພ.
ນີ້ເຮັດໃຫ້ພະຍາບານງົງທີ່ສຸດ. ຈົນມີການສອບຖາມຄວາມຈິງວ່າເປັນແນວໃດ ຈຶ່ງໄດ້ຮູ້ວ່າ ຜູ້ຊາຍທັງໝົດ 4 ຄົນ ເປັນເພື່ອນຮ່ວມງານຂອງພໍ່ແທ້ໆຂອງເດັກ ເຊິ່ງເຮັດວຽກອາຊີບເປັນພະນັກງານດັບເພີງ ແລະ ພໍ່ຂອງເດັກໄດ້ເສຍຊີວິດໃນເວລາປະຕິບັດໜ້າທີ່ພຽງແຕ່ 1 ອາທິດກ່ອນລູກເກີດ, ເຮັດໃຫ້ທັງ 4 ຄົນແມ່ນອາສາສະໝັກໄປດູແລ. ເມຍ ແລະ ລູກຂອງໝູ່ທີ່ເສຍໄປ ເພື່ອບໍ່ຢາກໃຫ້ດຳລົງຊີວິດຢູ່ຢ່າງລຳບາກ, ແລະທັງໝົດ 4 ຄົນໄດ້ອາສາສະໝັກເປັນພໍ່ລ້ຽງຂອງເດັກນ້ອຍນຳ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














