pele - 2025-08-01T095435.032
ພິມຄຳເຕືອນສຸຂະພາບຮູບແບບໃໝ່ໃສ່ຊອງ ແລະ ຕຸດຢາສູບ
ຮຽບຮຽງໂດຍ:Pele
ເຜີຍແຜ່: 1 August, 2025

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບການພິມຄຳເຕືອນສຸຂະພາບຮູບແບບໃໝ່ ໃສ່ຊອງ ແລະ ຕຸດຢາສູບ ທຸກຊະນິດໃນວັນທີ 31 ກໍລະກົດນີ້ ທີ່ກະຊວງສາທາລະນະສຸກ ວ່າ: ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ກຳນົດໃຫ້ການພິມຄໍາເຕືອນກ່ຽວກັບສຸຂະພາບທີ່ເປັນຮູບພາບມີຂະໜາດ 75 ສ່ວນຮ້ອຍ ຊຶ່ງມີຈໍານວນ 6 ຮູບ, ແຕ່ໃນການປະຕິບັດຕົວຈິງບໍລິສັດຢາສູບບໍ່ໄດ້ມີການພິມຮູບພາບ ແລະ ຄຳເຕືອນຄົບຕາມຈຳນວນທີ່ກຳນົດໄວ້. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ກະຊວງສາທາລະນະສຸກ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບແມ່ນໄດ້ກຳນົດ 10 ຮູບພາບຄໍາເຕືອນສຸຂະພາບ ພ້ອມດ້ວຍ 10 ຄູ່ສະຫຼາກຄໍາເຕືອນ ຊຶ່ງບໍລິສັດຜະລິດຢາສູບທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາໜ່າຍ ຊື້-ຂາຍ ໃນທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ, ພາຍຫຼັງລົງຈົດໝາຍເຫດທາງລັດຖະການຂໍ້ຕົກລົງມີຜົນສັກສິດ ໂດຍໃຫ້ເວລາແກ່ບໍລິສັດຢາສູບ 180 ວັນ ໃນການກະກຽມການພິມຄໍາເຕືອນແບບໃໝ່ ພ້ອມທັງຢຸດເຊົາການຜະລິດ ແລະ ສະສາງຊອງ ແລະ ຕຸດຢາສູບເກົ່າ ຊຶ່ງກຳນົດເວລາການຈັດຕັ້ງປະຕິບັດແມ່ນວັນທີ 5 ທັນວາ 2024, ແຕ່ບໍລິສັດຢາສູບກໍໄດ້ມີການສະເໜີຂໍເລື່ອນເວລາ ໃນການຈັດຕັ້ງປະຕິບັດອອກໄປຕື່ມ ຍ້ອນຊອງ ແລະ ຕຸດຢາສູບ ຮູບແບບເກົ່າ ຍັງມີຈໍານວນຫຼວງຫຼາຍຕໍ່ກັບການສະເໜີຂອງບໍລິສັດ ຄະນະສະເພາະກິດໃນການຕິດຕາມກວດກາຊອງ ແລະ ຕຸດຢາສູບ ໄດ້ລົງຕິດຕາມກວດກາຈໍານວນຊອງ ແລະ ຕຸດຢາສູບຕົວຈິງຢູ່ 2 ບໍລິສັດຜະລິດຢາສູບພາຍໃນທີ່ສະເໜີມາໃນເດືອນກຸມພາ 2025 ຊຶ່ງບໍລິສັດມີຄວາມພ້ອມຈໍາໜ່າຍຢາສູບທີ່ ຊອງ ແລະ ຕຸດຢາສູບ ຮູບແບບໃໝ່. ສະນັ້ນ ພາຍຫຼັງວັນທີ 15 ສິງຫາ 2025 ຊອງ ແລະ ຕຸດຢາສຸບ ທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະຕ້ອງແມ່ນຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫຼາກຮູບແບບໃໝ່. ທັງນີ້, ກໍເພື່ອຫຼຸດຜ່ອນພາລະຄ່າໃຊ້ຈ່າຍ ທາງດ້ານສຸຂະພາບ ແລະ ເສດຖະກິດອັນເນື່ອງມາຈາກການສູບຢາ ແລະ ເພື່ອສຸຂະພາບທີ່ດີທຸກຖ້ວນໜ້າຂອງປະຊາຊົນລາວ.

 

 

ທ່ານ ໄພວັນ ແກ້ວປະເສີດ ກ່າວຕື່ມວ່າ: ຮຽກຮ້ອງໃຫ້ບໍລິສັດຢາສູບ ທີ່ຜະລິດພາຍໃນ ແລະ ນຳເຂົ້າຢາສູບຈາກຕ່າງປະເທດ ລວມທັງຊາວຄ້າຂາຍ ຈົ່ງພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງກໍຄືປະຕິບັດຕາມກົດໝາຍ ແລະ ລະບຽບການຄວບຄຸມຢາສູບຢ່າງເຂັ້ມງວດ ແລະ ຫວັງເປັນຢ່າງຍິ່ງວ່າ ໃນວັນທີ 15 ສິງຫາ 2025 ຜະລິດຕະພັນຢາສູບທຸກຊອງ ທຸກຕຸດ ແລະ ທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ທົ່ວປະເທດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຈະມີຄຳເຕືອນສຸຂະພາບເປັນຮູບພາບ ແລະ ສະຫຼາກ ຮູບແບບໃໝ່ ຕາມທີ່ໄດ້ກຳນົດໄວ້, ໃນກໍລະນີ ຍັງພົບເຫັນການລະເມີດ ທາງຄະນະສະເພາະກິດຈະໄດ້ມີການດຳເນີນມາດຕະການຕາມລະບຽບການຢ່າງເຂັ້ມງວດ.

 

ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍທີ່ຮ້າຍແຮງ, ການພິການ ແລະ ກ້າວໄປເຖິງການຕາຍກ່ອນໄວອັນຄວນ. ຕາມຂໍ້ມູນໃນໄລຍະຜ່ານມາສາເຫດການເສຍຊີວິດ ຂອງພົນລະເມືອງຄົນລາວ ທີ່ຕິດພັນກັບຢາສູບມີເຖິງ 6,700 ຄົນຕໍ່ປີ ຫຼື ສະເລ່ຍປະມານ 18 ຄົນຕໍ່ມື້ຂອງການເສຍຊີວິດທັງໝົດໃນ ສປປ ລາວ. ການເສຍຊີວິດຍ້ອນສາເຫດນີ້ສາມາດປ້ອງກັນໄດ້ຖ້າມີການປະຕີບັດ ມາດຕະການຄວບຄຸມຢາສູບຢ່າງເຂັ້ມງວດ ຊຶ່ງໜຶ່ງໃນບັນດາມາດຕະການດັ່ງກ່າວ ແມ່ນການສື່ສານກ່ຽວກັບ ຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ໃຫ້ສັງຄົມໄດ້ຮັບຮູ້ຜ່ານຄໍາເຕືອນສຸຂະພາບທີ່ເປັນຮູບພາບຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາສູບ, ການພິມຄໍາເຕືອນນີ້ ແມ່ນໜ້າທີ່ຂອງຜູ້ຜະລິດຢາສູບ ທີ່ຕ້ອງໄດ້ແຈ້ງເຕືອນໃຫ້ທຸກຄົນຮູ້ ແລະ ເຂົ້າໃຈວ່າການສູບຢາ ແລະ ການໄດ້ຮັບຄວັນຢາສູບ ມີຄວາມສ່ຽງສູງທີ່ຈະເປັນພະຍາດແບບດຽວກັບຮູບພາບຄໍາເຕືອນຂອງຊອງ ແລະ ຕຸດຢາສູບ, ພ້ອມທັງ ສາມາດຊ່ວຍປ້ອງກັນການລິເລີ່ມສູບຢາ ໃນເດັກ ແລະ ເຍົາວະຊົນ, ຊຸກຍູ້ ສົ່ງເສີມໃຫ້ຄົນອອກຢາສູບໄດ້ ແລະ ຍັງເປັນອີກວິທີໜຶ່ງ ທີ່ຈະຊ່ວຍໃນການຕິດຕາມກວດກາ ແລະ ສະກັດກັ້ນຢາສູບເຖື່ອນຄຽງຄູ່ໄປກັບການຕິດສະແຕມ ພາສີ-ອາກອນ.

 

ຂ່າວ-ພາບ: ບຸນຕອມ – ບຸນອູ້ມ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 25 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,496
21,773
thailand (1)
THB
658.36
668.50
european-union
EUR
23,964
24,444
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-25T155458.968
ແຈ້ງເຕືອນ ເຝົ້າລະວັງນໍ້າຖ້ວມຊຸ ໃນໄລຍະວັນທີ 25 ຫາ 27 ສິງຫາ 2025 ເນື່ອງຈາກພາຍຸໄຕ້ຝຸ່ນຄາຈິກິ (TY KAJIKI) ຫົວທີ 13
pele - 2025-08-25T114503.086
ເຊັນບົດບັນທຶກ ການຮ່ວມມືວຽກງານການແພດຟື້ນຟູໜ້າທີ່ການ, ໂຄງການປັບປຸງການເຂົ້າເຖິງ ແລະ ເສີມສ້າງຄວາມອາດສາມາດ ບຸກຄະລາກອນໃນການບໍລິການດ້ານການແພດຟື້ນຟູໜ້າທີ່ການ ໃນ ສປປ ລາວ
_cover - 2025-08-25T151654.703
ຫວຽດນາມ ລົງທຶນພັນລ້ານໂດລາ ສ້າງຂົວຂ້າມທະເລ ມີຄວາມຍາວເປັນອັນດັບ 3 ຂອງອາຊຽນ
_cover - 2025-08-25T141616.667
ຫຼັງອາຍຸ 40 ສະໝອງຈະຫົດຕົວລົງ ການຫຼິ້ນດົນຕີອາດເປັນຕົວຊ່ວຍໃນການຟື້ນຟູສະໝອງ
_cover - 2025-08-25T133025.805
"ຫວຽດນາມ" ສັ່ງອົບພະຍົບປະຊາຊົ 5.8 ແສນຄົນ ໜີພາຍຸໄຕ້ຝຸ່ນ "ຄາຈິກິ" ພັດຂຶ້ນຝັ່ງ
_cover - 2025-08-25T101503.561
ເບິ່ງດວງປະຈຳອາທິດ ຊ່ວງວັນທີ່ 25 - 31 ສິງຫາ 2025
_cover - 2025-08-25T113812.731
ກ້ອນກຳລັງຂອງກອງທັບປະຊາຊົນລາວ ຮ່ວມເຝິກຊ້ອມເດີນສວນສະໜາມ ທີ່ ນະຄອນໂຮ່ຈິມິນ ໃນວັນທີ 24 ສິງຫາ 2025
pele - 2025-08-25T094554.545
ສຳເລັດການທາບທາມຄະນະບໍລິຫານງານພັກ ແຂວງສະຫວັນນະເຂດ ສະໄໝທີ X ຮອບທີ 3
_cover - 2025-08-25T090708.604
ແຈ້ງເຕືອນໄພລົມພາຍຸໄຕ້ຝຸ່ນຄາຈິກິ (KAJIKI) ເຊົ້າວັນທີ 25 ສິງຫາ 2025.
_cover - 2025-08-22T155356.397
ເຄິ່ງປີ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 600 ກວ່າຄັ້ງ, ມີຄົນເສຍຊີວິດ 100 ຄົນ.
ຢ່າລື່ມກົດຕິດຕາມ