pele - 2025-08-01T102941.120
ອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ
ຮຽບຮຽງໂດຍ:Pele
ເຜີຍແຜ່: 1 August, 2025

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ອະນຸຂະບວນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກ ແຂວງເຊກອງ ຈັດຝຶກອົບຮົມດົນຕີພື້ນເມືອງລາວ ໃຫ້ແກ່ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ໃນວັນທີ 30 ກໍລະກົດ 2025 ທີ່ຫໍພິພິທະພັນມູນເຊື້ອ ແຂວງເຊກອງ ໂດຍມີທ່ານ ນາງ ວິໄລວັນ ດາລາສິນ ວ່າການປະທານແນວລາວສ້າງຊາດ ແຂວງເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ຄູຝຶກ ແລະ ເດັກອາສາສະໝັກ ເຂົ້າຮ່ວມ.

 

 

ທ່ານ ນາງ ວິໄລວັນ ດາລາສິນ ກ່າວວ່າ: ດົນຕີພື້ນເມືອງລາວ ແມ່ນໄດ້ກຳເນີດເກີດຂຶ້ນມາກັບຄົນລາວເປັນເວລາຫລາຍຮ້ອຍປີ, ເປັນພູມປັນຍາຂອງບັນພະບູລຸດ ເປັນຜູ້ປະດິດສ້າງຂຶ້ນ ຊຶ່ງແມ່ນເຄື່ອງເສບ ທີ່ເປັນເອກະລັກຂອງຄົນລາວ, ຊາດລາວ ດັ່ງຄຳສອນ ຂອງປະທານ ໄກສອນ ພົມວິຫານ ເວົ້າວ່າ: ເສຍວັດທະນະທຳ ຄືເສຍຊາດ, ເຊິ່ງການຈັດຝຶກອົບຮົມຄັ້ງນີ້ ກໍເພື່ອໃຫ້ໄວໜຸ່ມ-ເຍົາວະຊົນ ໂດຍສະເພາະ ເດັກອາສາສະໝັກ ຂອງສູນວັດທະນະທຳເດັກ ໄດ້ຮຽນຮູ້ ມີຄວາມສາມາດຫລິ້ນ, ນໍາໃຊ້ດົນຕີພື້ນເມືອງລາວ ທັງເປັນການກະກຽມຄວາມພ້ອມ ໃນການສະແດງຮັບໃຊ້ງານສໍາຄັນຕ່າງໆຂອງແຂວງ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ເປັນຕົ້ນ ຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກແຂວງເຊກອງ. ການຝຶກອົບຮົມຄັ້ງນີ້ ໄດ້ເຊີນເອົາວິທະຍາກອນ ທີ່ຊໍານານດ້ານດົນຕີ ຈາກສູນກາງ (ສະໂມສອນດ່ານຊ້າງ) ມາສິດສອນ ລວມມີ 11 ປະເພດດົນຕີ ຄື: ແຄນ, ລະນາດ, ຄ້ອງວົງ, ສີຊໍອີ້, ຂິມ, ພິນ, ເລກ, ກອງ, ຂຸ່ຍ, ໂວດ ແລະ ໝາກກະແຊ່ງ ທັງນີ້ກໍເພື່ອເປັນການສືບສານ ແລະ ປົກປັກຮັກສາມໍລະດົກ ທາງດ້ານສິລະປະ-ວັດທະນະທຳອັນດີງາມຂອງຊາດ ໄວ້ໃຫ້ຍືນຍົງ.

 

 

ໂອກາດນີ້, ທ່ານ ນາງ ວິໄລວັນ ດາລາສິນ ຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ກໍຄື ລູກ-ຫລານທຸກຄົນ ຈົ່ງພ້ອມກັນຕັ້ງໃຈຮຽນຮູ້ ຝຶກຊ້ອມໃຫ້ດີ ມີວິໄນ ເກັບກໍາໃຫ້ໄດ້ຄວາມຮູ້ ນຳບັນດາຄູຝຶກ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ໃຫ້ກາຍເປັນນັກເສບດົນຕີ ທີ່ເກັ່ງ, ມີຄວາມສາມາດ, ກ້າສະແດງອອກ ໃນການຮັບໃຊ້ງານສໍາຄັນຕ່າງໆ ຂອງພັກ-ຂອງລັດ.

 

ຂ່າວ: ອັດສະວິນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ