ວັນທີ 30 ກໍລະກົດ 2025 ນີ້, ກອງພັນໃຫຍ່ 703 ໄດ້ຈັດຕັ້ງເຝິກແອບມອດໄຟໄໝ້ລາມປ່າ ແລະ ຍົກ-ຢ່ອນ ກອບກູ້ຜູ້ປະສົບໄພ ດ້ວຍເຮືອບິນຂຶ້ນຊື່ MI-17 ປະຈໍາປີ 2025, ໂດຍມີ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຜູ້ຊີ້ນຳວຽກງານກູ້ໄພພິບັດ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ມີສະຫາຍ ພົນຕີ ຄຳເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານອາກາດ, ຄະນະນຳ ບັນດາກະຊວງທີ່ກ່ຽວຂ້ອງ ພ້ອມດ້ວຍຄະນະວິຊາການຈາກກອງພັນໃຫຍ່ 703 ເຂົ້າຮ່ວມ.
ການເຝິກແອບໃນຄັ້ງນີ້, ປະກອບມີ 2 ລະດັບຄື: ການບິນຍົກຖັງນໍ້າມອດໄຟໄໝ້ລາມປ່າ ແລະ ການຍົກ-ຢ່ອນນັກກອບກູ້ 2 ສະຫາຍ ລົງຊ່ວຍເຫຼືອຜູ້ປະສົບໄພ ທີ່ຕິດຄ້າງຢູ່ບໍລິເວນເສດສະຫຼັກຫັກພັງ-ປະສົມດິນເຊາະເຈື່ອນທັບຖົມ ຢູ່ຕາມເກາະດອນບໍລິເວນນໍ້າຖ້ວມຂັງ ເຊິ່ງເປັນພື້ນທີ່ປ່າໄມ້ຕຶບໜ້າ ແລະ ການຢ່ອນກະເຊົ້າບັນຈຸສະບຽງອາຫານ, ອຸປະກອນກອບກູ້ຈຳນວນໜຶ່ງທີ່ຈຳເປັນ, ເພື່ອປະຕິບັດການຊ່ວຍເຫຼືອຜູ້ປະສົບໄພ ແລະ ການຊ່ວຍເຫຼືອຜູ້ປະສົບໄພ 2 ສະຫາຍ ທີ່ກໍາລັງລອຍຢູ່ໜ້ານໍ້າໄດ້ອາໄສຂອນໄມ້ເປັນເຄື່ອງຊ່ວຍຟູ-ຂຶ້ນເຮືອບິນ ແລະ ນຳສົ່ງໄປໂຮງໝໍແນວຫຼັງ. ໃນການເຝິກແອບມອບໄຟໄໝ້ລາມປ່າ ແລະ ຍົກ-ຢ່ອນກອບກູ້ຜູ້ປະສົບໄພດ້ວຍເຮືອບິນຂຶ້ນຊື່ MI-17 ໃນຄັ້ງນີ້ ກໍານົດເວລາ 4 ວັນ ຈຶ່ງສໍາເລັດ.
ໃນໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາທີ່ສຳຄັນ ເຊິ່ງກ່ອນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະວິຊາການນັກກອບກູ້ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ດ້ານຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງ, ຮຽກຮ້ອງໃຫ້ພ້ອມກັນສືບຕໍ່ເອົາໃຈໃສ່ບາງບັນຫາທີ່ຍັງຄົງຄ້າງ ເພື່ອຮັບປະກັນຄວາມປອດໄພ ແລະ ບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂດຍ: ນາງ ບົວພັນ ເທີນຜາສຸກ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |