
ການປ່ອຍຕົວນັກໂທດ ກ່ອນກໍານົດໂດຍມີເງື່ອນໄຂ ໄດ້ຈັດຂຶ້ນໃນວັນທີ່ 12 ພຶດສະພາ 2023 ນີ້ ຢູ່ທີ່ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫລວງພະບາງ ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ພັນເອກ ທາ ລຽນປະດິດ ປະທານກວດກາພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫລວງພະບາງ, ທ່ານ ພັນໂທ ສຸຫວັດ ສິດທິປັນຍາ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ,ມີບັນດາຄະນະກຳມະການອະໄພຍະໂທດ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ພໍ່ແມ່ຍາດພີນ້ອງ ຂອງບັນດານັກໂທດເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ທ່ານ ພັນໂທ ຄຳເພັດ ມະນີຈັນ ຄະນະພັກ ຮອງຫົວຫນ້າ ຄ້າຍຄຸມຂັງ -ດັດ ສ້າງ ປກສ ແຂວງ ຫລວງພະບາງ ໄດ້ ຂື້ນ ຜ່ານ ບັນຊີ ນັກໂທດທີ່ໄດ້ຮັບການປ່ອຍຕົວ ໃຫ້ຮູ້ວ່າ ນັກໂທດ ທີ່ໄດ້ຮັບການປ່ອຍຕົວ ທັງໜົດ ມີ 11 ຄົນ ຍິງ 1 ຄົນ; ເຊີ່ງ ເປັນການປະຕິບັດຕາມນະໂຍບາຍຂອງພັກ-ລັດ ຕໍ່ບຸກຄົນທີ່ໄດ້ຫຼົງກະທຳຜິດ ມີຄວາມຮູ້ສຶກກິນແໜງແຄງໃຈ ຕໍ່ການ
ກະທຳຜິດຂອງຕົນ ,ເປັນນັກໂທດຜູ້ຫ້າວຫັນປະຕິບັດລະບຽບຄ້າຍຄຸມຂັງຢ່າງເຄັ່ງຂັດ ແລະ ຈິງໃຈ ໄຊ້ແທນຄ່າເສຍຫາຍ, ຄ່າປັບໃໝ ຕາມຄຳຕັດສິນຂອງສານ.
ໃນໂອກາດນີ້ ທ່ານ ພັອ ທາ ລຽນປະດິດ ປະທານກວດກາພັກ ກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫລວງພະບາງ, ກໍ່ໄດ້ມີຄຳເຫັນ ໂອ້ລົມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍ
ຕໍ່ນັກໂທດ ຜູ້ທີ່ໄດ້ຮັບນະໂຍບາຍ ປ່ອຍຕົວກ່ອນກຳນົດໂດຍມີເງື່ອນໄຂໃນຄັ້ງນີ້ ຈົ່ງພ້ອມກັນກັບຄືນສູ່ຄອບຄົວ ເລີ່ມຕົ້ນຊີວິດໃຫ່ມທີ່ດີ ທຳມາຫາກິນໃນອາຊີບທີ່ສຸດຈະລິດ ບໍ່ຂັດກັບລະບຽບກົດໝາຍ ພ້ອມ ທັງປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາ ຄອບຄົວ-ສັງຄົມ ແລະ ປະເທດຊາດໃຫ້ມີຄວາມສະຫງົບຮຸ່ງເຮືອງສີວິໄລ. ຈາກນັ້ນ ຕາງໜ້ານັກໂທດ ທັງ 11 ຄົນ ໄດ້ຂຶ້ນຮັບໃບປ່ອຍຕົວ ພ້ອມທັງ ປະຕິຍານຕົນ ຈະກັບກາຍເປັນຄົນດີຂອງຄອບຄົວ-ສັງຄົມ ໂດຍຈະບໍ່ກັບມາກະທຳຜິດຊ້ຳອີກ ຈະດຳລົງຊີວິດ ດ້ວຍຄວາມມີສະຕິ,ເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ.
ພາບ-ຂ່າວ : ຮທນາງບຸນມີ ສີບຸນເຮືອງ
mີ່ມາ ວາລະສານ ປກສ ແຂວງຫຼວງພະບາງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,527 | 21,804 |
THB | 664.10 | 675.39 |
EUR | 23,974 | 24,454 |
CNY | 2,942 | 3,000 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,920,000 | 43,450,000 |
![]() | 42,426,000 | 43,559,000 |














