ຂ່າວ-Tou-Vientianepost - 2023-05-19T141347.267
ແຈ້ງການ ປັບຂຶ້ນລາຄານໍ້າດື່ມຕຸກໃຫຍ່ຈາກ 6.000 ກີບ ເປັນ 8.000 ກີບ
ຮຽບຮຽງໂດຍ:Staff
ເຜີຍແຜ່: 19 May, 2023

ວັນທີ 18 ພຶດສະພາ 2023 ຜ່ານມານີ້ ສະມາຄົມນໍ້າດື່ມ ນະຄອນຫລວງວຽງຈັນ ອອກແຈ້ງການ ປັບຂຶ້ນລາຄານໍ້າດື່ມບໍລິສຸດຕຸກໃຫຍ ຂະຫນາດ 18 ລິດ ໂດຍອີງໃສ່ສະພາບການປັບຂຶ້ນລາຄາຂອງອັດຕາແລກປ່ຽນສະກຸນເງິນຕາຕ່າງປະເທດ ແລະ ການອ່ອນຄ່າລົງຂອງສະກຸນເງິນກີບປະຈຸບັນ ພ້ອມທັງຂາດເຂີນແຮງງານທໍາການຜະລິດ ເຮັດໃຫ້ການດໍາເນີນທຸລະກິດມີຄວາມສຽງເພີ່ມສູງຂຶ້ນໃນແຕ່ລະ

ວັນ, ອີງໃສ່ສະພາບການນັບເພີ່ມຂຶ້ນເກີນເທົ່າຕົວ ຂອງລາຄາຄ່າຄອງຊີບ, ເຄື່ອງໃຊ້ສອຍ, ອຸປະກອນຮັບໃຊ້ການຜະລິດນໍ້າຕ່າງໆ. ອີງໃສ່ ກອງປະຊຸມຄົບຄະນະຂອງສະມາຄົມນໍ້າດື່ມບໍລິສຸດ ນະຄອນຫລວງວຽງຈັນ ຄັ້ງວັນທີ 17/05/2023 ວ່າດ້ວຍເຫດຜົນ, ຄວາມຈໍາເປັນໃນການປັບຂຶ້ນລາຄານໍ້າດື່ມຕຸກໃຫ່ຍ ຂະຫນາດ 18 ລິດ, ເພື່ອຊວ່ຍໃຫ້ຜູ້ປະກອບການໂຮງງານຜະລິດນໍ້າດື່ມ

ສາມາດປະຄອງຕົວຢູ່ໃດ໋.ປະທານ ສະມາຄົມນໍ້າດື່ມບໍລິສຸດ ນະຄອນຫລວງວຽງຈັນ ຈຶ່ງຂໍຖືເປັນກຽດແຈ້ງ ບັນດາທ່ານ ເພື່ອໃຫ້ກະກຽມ ປັບຂຶ້ນລາຄານໍ້າດື່ມບໍລິສຸດຕຸກໃຫຍ່ ຂະໜາດ 18 ລິດ ຈາກລາຄາເດີມທີ່ຜ່ານມາຕຸກລະ 6.000 ກີບມາເປັນ 8.000 ກີບ, ໃນຂອບເຂດນະຄອນຫລວງວຽງຈັນ (9 ຕົວເມືອງ ) ຢ່າງພ້ອມພຽງ ແລະ ເປັນເອກະພາບ ກັນ. ທັງນີ້ກໍເພື່ອເປັນການປະຄອງທຸລະກິດໂຮງງານນໍ້າດື່ມ ໃຫ້ສາມາດຜ່ານຜ່າອຸບປະສັກອັນໜັກໜ່ວງນີ້ໄປໃຫ້ໃດ້.

ລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດນັບແຕ່ ວັນທີ 1/06/2023 ເປັນຕົ້ນໄປ.

ເພື່ອເຮັດໃຫ້ການປັບຂຶ້ນລາຄານີ້ ໃດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນສູງ ແລະ ມີຄວາມເປັນເອກະພາບກັນຢ່າງທົ່ວເຖິງ. ຫລີກລ່ຽງ ການສວຍໃຊ້ໂອກາດເພື່ອແກ່ງແຍ່ງຕະຫລາດ ກໍ່ຄືລູກຄ້າຂອງກັນແລະກັນ, ມອບໃຫ້ຄະນະສະມາຄົມເມືອງເປັນຜູ້ນໍາພາກວດກາ, ຈັດຕັ້ງປະຕິບັດໃຫ້ໃດ້ຜົນສໍາເລັດເປັນຢ່າງດີ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ