
ເຄີຍບໍ່ທີ່ຢາກອອກໄປທ່ອງທ່ຽວພັກຜ່ອນ ແຕ່ກັບມີຄວາມຮູ້ສຶກທໍ້ແທ້ກັບຂັ້ນຕອນການວາງແຜນທີ່ເບິ່ງຍຸ້ງຍາກ ແລະ ສັບສົນ? ແຕ່ປະຈຸບັນມີແອັບພລິເຄຊັນຫຼາຍທີ່ຖືກສ້າງຂຶ້ນມາເພື່ອເປັນຜູ້ຊ່ວຍໃນການຈັດທຣິບຂອງທ່ານໃຫ້ງ່າຍ ແລະ ສະດວກສະບາຍຫຼາຍຂຶ້ນ BTbeartai ໄດ້ລວບລວມ 5 ແອັບພລິເຄຊັນທີ່ຈະເຮັດໃຫ້ການວາງແຜນທ່ອງທ່ຽວເປັນເລື່ອງງ່າຍຂຶ້ນ
1. Trip.com ແອັບທີ່ຫຼາຍຄົນຄຸ້ນເຄີຍກັນດີ ນອກຈາກຈະເປັນແພລັດຟອມທີ່ໃຫ້ບໍລິການຈອງການເດີນທາງທີ່ຄົບວົງຈອນແລ້ວ ຍັງໄດ້ພັດທະນາຟີເຈີ TripGenie ຜູ້ຊ່ວຍ AI ທີ່ຊ່ວຍວາງແຜນການເດີນທາງໃຫ້ການທ່ອງທ່ຽວ ການໃຊ້ງານກໍ່ງ່າຍຫຼາຍ ໂດຍໃສ່ຄວາມຕ້ອງການຂອງເຮົາລົງໄປ ເຊັ່ນ: ຢາກວາງແຜນຍີ່ປຸ່ນ 5 ວັນ TripGenie ກໍ່ຈະສ້າງແຜນການເດີນທາງພ້ອມຄຳແນະນຳ ແລະ ຕົວເລືອກທີ່ພັກສຳລັບການທ່ອງທ່ຽວ
ຈຸດເດັ່ນ:
- ການໃຊ້ງານງ່າຍຄ້າຍ ChatGPT
- ມີຟີເຈີຜູ້ຊ່ວຍສັ່ງອາຫານ, ໄກ້ນຳທ່ຽວ AI ແລະ ໂໝດແປພາສາ
- ບໍລິການຈອງທີ່ພັກ, ປີ້ເຄື່ອງບິນ ຄົບໃນແອັບດຽວ ບໍ່ຕ້ອງສະລັບໄປມາ
ຈຸດສັງເກດ/ຂໍ້ເສຍ:
- ແຜນທີ່ໄດ້ອາດຈະຍັງເປັນແຜນທີ່ກວ້າງໆ ຕ້ອງມາປັບລາຍລະອຽດຕາມຄວາມຕ້ອງການຂອງເຮົາອີກ
- ຕົວເລືອກທີ່ພັກ ຫຼື ກິດຈະກຳທີ່ແນະນຳ ຈະເນັ້ນດີລຂອງ Trip.com ເປັນຫຼັກ ອາດເຮັດໃຫ້ພາດກິດຈະກຳ ຫຼື ປະສົບການພິເສດອື່ນໆ ຂອງທ້ອງຖິ່ນ
2. IndiGo ເປັນແອັບຂອງສາຍການບິນ IndiGo ປະເທດອິນເດຍ ໄດ້ພັດທະນາ Chatbot ຊື່ວ່າ 6Eskai ສ້າງຂຶ້ນເພື່ອຊ່ວຍອຳນວຍຄວາມສະດວກແກ່ຜູ້ໂດຍສານໃນການຈັດການການເດີນທາງ ແລະ ຕອບຄຳຖາມຕ່າງໆ ທີ່ກ່ຽວຂ້ອງກັບການເດີນທາງ ແລະ ເປັນຜູ້ຊ່ວຍໃນການວາງແຜນການເດີນທາງ
ຈຸດເດັ່ນ:
- ໃຫ້ບໍລິການ 24 ຊົ່ວໂມງ
- ມີບໍລິການທີ່ຫຼາກຫຼາຍ ເຊັ່ນ: ເຊັກອິນອອນລາຍ, ເລືອກທີ່ນັ່ງ, ຂໍໃບກຳກັບພາສີ ຫຼື ສອບຖາມຂໍ້ມູນຖ້ຽວບິນ
- ວາງແຜນທຣິບໂດຍສະເໜີກິດຈະກຳທີ່ເປັນຈຸດເດັ່ນ ຫຼື ເອກລັກສະນະຂອງເມືອງນັ້ນໆ
ຈຸດສັງເກດ/ຂໍ້ເສຍ:
- ຈຳກັດຢູ່ແຄ່ສາຍການບິນ IndiGo ເທົ່ານັ້ນ
- ບໍ່ສາມາດຊ່ວຍວາງແຜນການເດີນທາງໂດຍລວມ ຫຼື ປຽບທຽບລາຄາປີ້ກັບສາຍການບິນອື່ນໄດ້
- ການຖາມ-ຕອບ ພາສາອາດຍັງບໍ່ຍືດຫຍຸ່ນຫຼາຍ ຖ້າຕ້ອງການຄຳຕອບທີ່ຖືກໃຈ ອາດຈະຕ້ອງລະບຸໃຫ້ຊັດເຈນ
3. Tripadvisor Tripadvisor ຊຶ່ງເປັນແພລັດຟອມຍອດນິຍົມຂອງນັກຣີວິວການທ່ອງທ່ຽວ ຈາກການນຳ Generative AI ເຂົ້າມາເປັນເຄື່ອງມືຊ່ວຍວາງແຜນທ່ຽວໂດຍກົງ ໃຊ້ໄດ້ທັງໃນແອັບ ແລະ ເວັບໄຊ ເລີ່ມຕົ້ນລົມກັບ AI ເພື່ອສ້າງແຜນທ່ຽວໄດ້ທັນທີ ໂດຍບອກຈຸດໝາຍປາຍທາງ, ໄລຍະເວລາ, ງົບປະມານ ແລະ ຄວາມສົນໃຈຂອງຕົນເອງ
ຈຸດເດັ່ນ:
- AI ສາມາດດຶງຂໍ້ມູນຈາກຣີວິວຂອງນັກເດີນທາງຈິງໆ ໃນການໃຫ້ຄຳແນະນຳ
- ຊ່ວຍສຸຸປຂໍ້ມູນຍາວໆ ໃຫ້ອ່ານງ່າຍ ແລະ ຊ່ວຍແນະນຳເສັ້ນທາງ
- ສາມາດກົດລິ້ງເພື່ອຈອງໂຣງແຮມ ຫຼື ກິດຈະກຳຕ່າງໆ ຜ່ານແອັບ
ຈຸດສັງເກດ/ຂໍ້ເສຍ:
- ການໃຊ້ງານໃນຕອນແຣກນັ້ນເບິ່ງສັບສົນເຂົ້າໃຈຍາກ ເພາະຄ້າຍກັບບລັອກຣີວິວທ່ອງທ່ຽວ
- ແຜນທ່ຽວທີ່ໄດ້ຍັງຂາດລາຍລະອຽດ
- ເໝາະກັບການເບິ່ງຣີວິວເພື່ອປະກອບການຕັດສິນໃຈ ຫຼື ຊ່ວຍວາງແຜນຫຼາຍກວ່າ
4. Booking.com ແພລັດຟອມຈອງທີ່ພັກຊັ້ນນຳ ໄດ້ເປີດຕົວ AI Trip Planner ເພື່ອຊ່ວຍໃຫ້ວາງແຜນການເດີນທາງໄດ້ຕັ້ງແຕ່ເນິ່ນໆ ຫຼື ຈະໃຊ້ເພື່ອຫາໄອເດຍການເດີນທາງ ເຊັ່ນ: ຢາກໄປທ່ຽວທະເລຊ່ວງປາຍປີ ງົບບໍ່ເກີນ 15,000 ບາດ AI ກໍ່ຈະແນະນຳເມືອງ ຫຼື ປະເທດທີ່ໜ້າສົນໃຈ ພ້ອມຕົວເລືອກທີ່ພັກທີ່ກ່ຽວຂ້ອງຂຶ້ນມາເທິງແຜນທີ່ໃຫ້ເຫັນພາບລວມທັນທີ ຊ່ວຍໃຫ້ຕັດສິນໃຈງ່າຍຂຶ້ນຫຼາຍ
ຈຸດເດັ່ນ:
- ເໝາະສະໝາລັບຄົນທີ່ເລີ່ມຕົ້ນວາງແຜນທ່ຽວ ຫຼື ຫາແຮງບັນດານໃຈໃນການທ່ຽວ
- ສາມາດກົດເບິ່ງລາຍລະອຽດ, ອ່ານຣີວິວ ແລະ ເຮັດການຈອງທີ່ພັກທີ່ AI ແນະນຳໄດ້ທັນທີ
- ຊ່ວຍຄັດກອງ ແລະ ນຳສະເໜີໃຫ້ເໝາະສົມກັບຄວາມຕ້ອງການ
ຈຸດສັງເກດ/ຂໍ້ເສຍ:
- ຍັງຢູ່ໃນຊ່ວງທົດລອງ (Beta) ຈຶ່ງເຮັດໃຫ້ມີຂໍ້ຈຳກັດຢູ່
- ບໍ່ໄດ້ຖືກອອກແບບມາເພື່ອສ້າງຕາຕະລາງທ່ຽວລາຍວັນ ຕ້ອງນຳໄປປັບເພື່ອວາງແຜນຕໍ່
- ຕົວເລືອກທີ່ພັກ ຫຼື ກິດຈະກຳທີ່ແນະນຳ ຈະເນັ້ນດີລຂອງ Booking.com ເປັນຫຼັກ
5. MakeMyTrip ເປັນ OTA (Online Travel Agent) ຊັ້ນນຳອີກລາຍຈາກອິນເດຍທີ່ໃຊ້ AI ໃນການຍົກລະດັບການຄົ້ນຫາທີ່ພັກໃຫ້ງ່າຍ ແລະ ຕົງໃຈຜູ້ໃຊ້ຫຼາຍຂຶ້ນຜ່ານຟີເຈີ Collections AI ແລະ ຍັງມີບໍລິການອື່ນໆ ເຊັ່ນ: ແພັກເກດທົວ, ລົດເຊົ່າ, ປີ້ລົດບັສ ໂດຍສະເພາະໃນອິນເດຍ
ຈຸດເດັ່ນ:
- ວິເຄາະພຶດຕິກຳການຄົ້ນຫາ, ປະຫວັດການຈອງ ແລະ ຣີວິວຂອງຜູ້ໃຊ້ ເພື່ອຈັດກຸ່ມ ແລະ ຄັດເລືອກທີ່ພັກເປັນຄໍເລັກຊັນຕາມທີມຕ່າງໆ ເຊັ່ນ: ທີ່ພັກສະໝາລັບສາຍຮັກທຳມະຊາດ, ໂຣງແຮມຫຼູລິມຫາດ ຫຼື ທີ່ພັກສະໝາລັບຄອບຄົວ
- ສາມາດເລືອກເບິ່ງທີ່ພັກຈາກຄໍເລັກຊັນທີ່ AI ຄັດສັນມາໃຫ້ໄດ້ທັນທີ
ຈຸດສັງເກດ/ຂໍ້ເສຍ:
- ເນັ້ນການໃຫ້ບໍລິການທີ່ປະເທດອິນເດຍເປັນຫຼັກ
- ບໍ່ໄດ້ຊ່ວຍວາງແຜນການເດີນທາງລາຍວັນ ຫຼື ແນະນຳກິດຈະກຳຕ່າງໆ ເຫມືອນ AI ຂອງແພລັດຟອມອື່ນ
ບົດສະຫຼຸບ ການທີ່ມີ AI ເຂົ້າມາຊ່ວຍຈັດສັນກິດຈະກຳ, ວາງແຜນການເດີນທາງ ຫຼື ຫາໄອເດຍການເດີນທາງເພື່ອພັກຜ່ອນຈາກການເຮັດວຽກທີ່ເໜື່ອຍລ້າ ເປັນຕົວຊ່ວຍທີ່ເຮັດໃຫ້ໄດ້ມີເວລາໄປໂຟກັສກັບການເດີນທາງ, ສະນຸກກັບການທ່ອງທ່ຽວໄດ້ເຕັມທີ່.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |