site cover1 (59)
ສະຖິຕິພົບການດາວໂຫລດໃຊ້ງານ ChatGPT ຫຼາຍກວ່າ Microsoft Copilot ເຖິງ 10 ເທົ່າ
ຮຽບຮຽງໂດຍ:kaling
ເຜີຍແຜ່: 5 August, 2025

ສະຖິຕິພົບການດາວໂຫລດໃຊ້ງານ ChatGPT ຫຼາຍກວ່າ Microsoft Copilot ເຖິງ 10 ເທົ່າ

AI ຫຼື ປັນຍາປະດິດ ຈາກທີ່ເຄີຍເປັນເທັກໂນໂລຊີແຫ່ງອະນາຄົດທີ່ເບິ່ງຄືເກີນເອື້ອມ ແຕ່ໃນປັດຈຸບັນກັບກາຍເປັນເທັກໂນໂລຊີທີ່ເຂົ້າເຖິງໄດ້ງ່າຍ ມີບໍລິສັດທີ່ພັດທະນາຫຼາຍແຫ່ງ ແຕ່ກໍ່ຍັງມີສະຖິຕິໜຶ່ງທີ່ອາດຕ້ອງໃຊ້ເວລານານກວ່າຈະສາມາດລົ້ມໄດ້.

ຈາກລາຍງານໂດຍເວັບໄຊທ໌ Quartz ໄດ້ກ່າວເຖິງສະຖິຕິການໃຊ້ງານ AI ໂດຍຜູ້ໃຊ້ງານທົ່ວໂລກຈາກທາງສຳນັກຂ່າວ Bloomberg ຊຶ່ງໃນສະຖິຕິນີ້ມີຕົວເລກຫຼາຍຢ່າງທີ່ໜ້າສົນໃຈ ເຊັ່ນ ChatGPT ເຄື່ອງມື AI ປະເພດສັ່ງການເພື່ອສ້າງສື່ (Generative AI) ຍອດນິຍົມຈາກທາງ OpenAI ນັ້ນມີຍອດການດາວໂຫລດເພື່ອໃຊ້ງານສູງເຖິງ 900 ລ້ານຄັ້ງ ທຽບກັບ Microsoft Copilot ຊຶ່ງເປັນ AI ສຳລັບຊ່ວຍເຫຼືອຜູ້ໃຊ້ງານ ທີ່ເຖິງແມ່ນວ່າຈະມີຍອດດາວໂຫລດເຖິງ 79 ລ້ານຄັ້ງ ແຕ່ກໍ່ຍັງຕ່ຳກວ່າ ChatGPT ເຖິງ 10 ເທົ່າກວ່າ ເຖິງແມ່ນວ່າໃນທາງເທັກນິກແລ້ວທັງ 2 ຈະເປັນຂອງທາງໄມໂຄຣຊອຟທ໌ເໝືອນກັນ ເນື່ອງມາຈາກທາງ OpenAI ນັ້ນມີທາງໄມໂຄຣຊອຟທ໌ເປັນຜູ້ຖືຫຸ້ນແລະນັກລົງທຶນລາຍໃຫຍ່.

ໂດຍຄວາມນິຍົມໃນການໃຊ້ງານອັນດັບ 2 ຕົກເປັນຂອງ Gemini ຈາກທາງ Google ທີ່ມີຍອດດາວໂຫລດຢູ່ທີ່ 200 ລ້ານຄັ້ງ ຊຶ່ງເຖິງແມ່ນຈະຕາມມາເປັນອັນດັບ 2 ແຕ່ກໍ່ຍັງຄົງຕາມຫຼັງ ChatGPT ໄປຫຼາຍເທົ່າຕົວ ແລະນ້ອງໃໝ່ຢ່າງ DeepSeek ຈາກປະເທດຈີນຕາມມາເປັນອັນດັບ 3 ກັບຍອດດາວໂຫລດທີ່ 127 ລ້ານຄັ້ງ ສົ່ງຜົນໃຫ້ Microsoft Copilot ຕົກຊັ້ນມາຢູ່ອັນດັບທີ່ 4 ໂດຍທາງແຫຼ່ງຂ່າວໃຫ້ຄວາມເຫັນວ່າເປັນສິ່ງທີ່ບໍ່ໜ້າແປກປະຫຼາດໃຈເທົ່າໃດນັກ ເນື່ອງຈາກມີຜູ້ໃຊ້ງານຫຼາຍລາຍໃຫ້ຄວາມເຫັນວ່າ Copilot ໃຊ້ງານໄດ້ບໍ່ດີເທົ່າ ChatGPT ແຕ່ຕົວ Copilot ເອງກໍ່ຍັງຖືວ່າມີສະຖານະທີ່ດີກວ່າ AI ຕົວອື່ນເຊັ່ນ Perplexity ທີ່ມີຍອດດາວໂຫລດຢູ່ພຽງລ້ານເສດເທົ່ານັ້ນ.

ເຖິງແມ່ນວ່າຄວາມນິຍົມຈະຕາມຫຼັງລາຍອື່ນ ແຕ່ທາງໄມໂຄຣຊອຟທ໌ກໍ່ບໍ່ໄດ້ຍ່ອທ້ອແຕ່ຢ່າງໃດ ເນື່ອງຈາກໃນຊ່ວງປີງົບປະມານ ຄ.ສ. 2025 (ພ.ສ. 2568) ທີ່ຜ່ານມາ (ເນື່ອງຈາກປີງົບປະມານຂອງສະຫະລັດອາເມລິກາ ຈະສິ້ນສຸດທຸກວັນທີ່ 30 ມິຖຸນາຍົນ) ທາງໄມໂຄຣຊອຟທ໌ໄດ້ມີການລົງທຶນໃນສູນຂໍ້ມູນ (Data Center) ສຳລັບ AI ດ້ວຍງົບປະມານທີ່ສູງເຖິງ 8 ໝື່ນລ້ານໂດລາສະຫະລັດ (2,579,758,888,000 ບາດ) ເອີ້ນໄດ້ວ່າເປັນການລົງທຶນລະດັບມະຫາສາລ ບໍ່ພຽງເທົ່ານັ້ນ ທາງຝ່າຍບໍລິຫານຍັງໄດ້ແຈ້ງວ່າ ຊ່ວງທີ່ຜ່ານມາໄດ້ມີການຈ່າຍເງິນເດືອນແລະໂບນັສໃຫ້ກັບພະນັກງານທີ່ເຮັດວຽກໃນໂຄງການ AI ໃນລະດັບທີ່ສູງຫຼາຍ ໂດຍສະເພາະຢ່າງຍິ່ງພະນັກງານທີ່ເຮັດວຽກໃນສ່ວນຂອງ Copilot ແລະໃນເຊິງກົນລະຍຸດຂອງທຸລະກິດ Generative AI.

ບໍ່ພຽງເທົ່ານັ້ນ ໃນຊ່ວງງານສາລອງຄົບຮອບ 50 ປີຂອງບໍລິສັດທີ່ຜ່ານມາ ທາງໄມໂຄຣຊອຟທ໌ຍັງໄດ້ປະກາດເຖິງຟີເຈີ້ໃໝ່ຂອງ Copilot ທີ່ສາມາດປັບແຕ່ງໃຫ້ເຂົ້າກັບຮູບແບບການໃຊ້ງານທີ່ແຕກຕ່າງກັນໄປໃນແຕ່ລະບຸກຄົນ (Personalization) ໄດ້ອີກດ້ວຍ ໂດຍທາງຕົວແທນຂອງບໍລິສັດໄດ້ກ່າວວ່າ ຄວາມສາມາດໃນການປັບແຕ່ງໃຫ້ເຂົ້າກັບຜູ້ໃຊ້ງານໄດ້ຈະເປັນພື້ນຖານສຳຄັນຂອງ AI ທີ່ຈະກ້າວມາເປັນຄູ່ຫູ (Companion) ຂອງຜູ້ໃຊ້ງານ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ