ຂ່າວ-Tou-Vientianepost - 2023-05-19T142530.590
ຫ້ອງວ່າການ ແຂວງອັດຕະປື ຊີ້ແຈງຕື່ມກ່ຽວກັບເຫດການບຸກລຸກທີ່ດິນ ທີ່ແຂວງອັດຕະປື
ຮຽບຮຽງໂດຍ:Staff
ເຜີຍແຜ່: 19 May, 2023

ພາຍຫລັງມີການເຜີຍແຜ່ຄລິບຜ່ານສື່ສັງຄົມອອນລາຍໃນວັນທີ 13 ພຶດສະພາ 2023 ຜ່ານມາວ່າມີນາຍທຶນເຂົ້າໄປບຸກລຸກເນື້ອ ທີ່ການຂອງປະຊາຊົນເຮັດໃຫ້ມີຫາງສຽງວິພາກວິຈານກ່ຽວກັບເລື່ອງນີ້ໄປຕ່າງໆນານາ.

ຕໍ່ມາວັນທີ ວັນທີ 15 ພຶດສະພາ 2023 ທ່ານ ພູວັນ ມະນີໂຊດ ຮອງເລຂາພັກເມືອງສະໜາມໄຊ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າພາຍຫລັງໄດ້ຮັບຮູ້ເລື່ອງແລ້ວກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຈຸດເກີດເຫດ ເພື່ອຫາຂໍ້ມູນລາຍລະອຽດ.

ວັນທີ 17 ພຶດສະພາ ຫ້ອງວ່າການແຂວງ ອັດຕະປືອອກແຈ້ງການ ໃຫ້ບໍລິສັດ ສິຊິນ ພັດທະນາກະສິກຳ ໂຈະຊົ່ວຄາວ ການບຸກເບີກເນື້ອທີ່ດິນສຳປະທານ ຢູ່ເຂດບ້ານໜອງຫີນ ແລະ ບໍລິສັດ ກອງແກ້ວ ພັດທະນາກະສີກຳ ໂຈະຊົ່ວຄາວ ການບຸກເບີກເນື້ອ ທີ່ດິນສຳປະທານ ຢູ່ເຂດບ້ານໄຊດອນໂຂງ ເມືອງສະໜາມໄຊ ແຂວງອັດຕະປື ແຕ່ເປັນການໂຈະຊົ່ວຄາວເພື່ອກວດກາຄືນເບິ່ງຜົນກະທົບຕົວຈິງແລ້ວຈະໄດ້ສືບຕໍ່ແກ້ໄຂຜົນກະທົບນັ້ນໃຫ້ຖືກຕ້ອງຕາມຄວາມເປັນຈິງ.

ຫລ້າສຸດ ວັນທີ 18 ພຶດສະພາ 2023 ນີ້ ທ່ານ ສຸລິຈັນ ພອນແກ້ວ ຫົວໜ້າຫ້ອງວ່າການແຂວງອັດຕະປືໄດ້ ໃຫ້ສຳພາດຕໍ່ທີມຂ່າວໜັງສືພິມລາວພັດທະນາ ຜ່ານທາງໂທລະສັບວ່າ:ເຫດການການບຸກລຸກປ່າປ້ອງກັນທຳການຜະລິດລັກສະນະດັ່ງກ່າວນີ້ແມ່ນມີມາກ່ອນໜ້ານີ້ແລ້ວ ແລະ ທາງແຂວງໄດ້ສັ່ງໃຫ້ຜູ້ບຸກລຸກຢຸດເຊົາໄປເລີຍຮອບໜຶ່ງແລ້ວ ເຊິ່ງດິນບ່ອນນີ້ກໍສະຫງວນໄວ້ ເພື່ອຟື້ນ

ຟູປ່າບໍ່ໃຫ້ໃຜເຂົ້າໄປປູກມັນຕົ້ນໃສ່ອີກ ຖ້າປູກມັນຕົ້ນໃສ່ ມັນຈະເຮັດໃຫ້ດິນເຂດດັ່ງກ່າວກາຍເປັນດິນແຫ້ງແລ້ງແລະຈະພາໃຫ້ບໍ່ມີຕົ້ນໄມ້ເລີຍ ໂດຍການປູກໄມ້ຢືນຕົ້ນປະເພດໄມ້ຢາງ, ໄມ້ບາກ, ໄມ້ທ້ອງຖິ່ນດັ່ງກ່າວ ສະຫຼັບສັບຫວ່າງກັນບການປູກໝາກຖົ່ວລຽນ ເພື່ອຈະທຳການຟື້ນຟູປ່າ ແຕ່ການຟື້ນຟູປ່າຈຳເປັນຕ້ອງໄດ້ອາໄສກຳລັງແຮງຂອງພາກເອກະຊົນ ທີ່ມີທຶນຮອນ ແລະ ຕອບສະໜອງລາຍຮັບໃຫ້ພວກເຂົາ.

ອົງການປົກຄອງແຂວງອັດຕະປືໄດ້ເຊັນສັນຍາກັບພາກເອກຊົນມາສຳປະທານ ເພື່ອຟື້ນຟູປ່າ ແລະ ປູກໄມ້ອຸດສາຫະກຳປະສົມປະສານກັບໄມ້ກິນໝາກເຊັ່ນຕົ້ນໝາກຖົ່ວລຽນ ໂດຍເຊັນອະນຸຍາດໃຫ້ ບໍລິສັດສິຊິນ ພັດທະນາກະສິກຳ ຈຳກັດ ແລະ ບໍລິສັດ ກອງແກ້ວ ພັດທະນາກະສິກຳຈຳກັດ ສຳປະທານ 25 ປີ ປະກອບມີ 3 ສັນຍາ ໃນເນື້ອທີ່ 300 ເຮັກຕາ, ພາຍຫຼັງໝົດອາຍຸສຳປະທານແລ້ວຈະ

ມອບຄືນໃຫ້ລັດຖະບານກໍຄືແຂວງອັດຕະປືຄຸ້ມຄອງ ແລະ ປົກປັກຮັກສາໃຫ້ມີຄວາມຍືນຍົງໃນຕໍ່ໜ້າ ໃນເນື້ອທີ່ສຳປະທານດັ່ງກ່າວນັ້ນໄດ້ມີການຊົດເຊີຍແລ້ວຈຳນວນໜຶ່ງ ສ່ວນທີ່ເຫລືອແມ່ນຍັງມີການຕົກລົງລາຄາກັນບໍ່ທັນໄດ້ທີ່ຈະມີການຄົ້ນຄວ້າຕໍ່ໄປ.

ໃນມື້ເກີດເຫດ ແມ່ນບໍລິສັດລົງມືດໍາເນີນການຕັດແລວເນື້ອທີ່ສໍາປະທານ, ຊຶ່ງປະຊາຊົນຜູ້ທີ່ມີປາກມີສຽງກັນໃນມື້ນັ້ນ ແມ່ນປະຊາຊົນທີ່ມາແຕ່ເມືອງປາກຊ່ອງ ແຂວງຈໍາປາສັກ ຊຶ່ງເປັນບຸກຄົນ ແລະ ເປັນຄອບຄົວທີ່ເຂົ້າມາບຸກເບີກເຮັດຮົ້ວ-ເຮັດສ່ວນຢູ່ເຂດບ້ານໄຊດອນໂຂງ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຈັດຕັ້ງບ້ານ, ອົງການຈັດຕັ້ງເມືອງ ແຕ່ຢ່າງໃດ, ເນື້ອທີ່ດິນທີ່ເຮັດຮົ້ວ-ເຮັດສວນ ແມ່ນບໍ

ມີກໍາມະສິດນໍາໃຊ້ທີ່ດິນ (ບໍ່ມີນິຕິກໍາໃດໆ) ພຽງແຕ່ເຂົ້າໄປຈັບຈອງ ແລະ ເຮັດຮົ້ວ ເຮັດສວນເລີຍ ແລະ ຂະຫຍາຍເນື້ອທີ່ບຸກເບີກເລື້ອຍໆໂດຍບໍ່ຢຸດເຊົາ (ບາງບ່ອນຈັບຈ່ອງແລ້ວຂາຍຕໍ່ໃຫ້ຜູ້ອື່ນ, ດຶງຄອບຄົວອື່ນ-ຜູ້ອື່ນມາເຮັດນໍາ ຊຶ່ງຜ່ານມາອົງການຈັດຕັ້ງບ້ານໄຊດອນໂຂງ ແມ່ນໄດ້ກ່າວເຕືອນ ແລະ ໃຫ້ຢຸດເຊົາການບຸກລຸກຈັບຈອງ ການກະທໍາບໍ່ເໝາະສົມ ແມ່ນຫຼາຍເທື່ອແລ້ວ, ພ້ອມທັງປະສານ

ກັບອົງການຈັດຕັ້ງບ້ານ ທີ່ຄອບຄົວ ສັງກັດຢູ່ແຕ່ອົງການຈັດຕັ້ງບ້ານດັ່ງກ່າວບໍ່ທັນໄດ້ໃຫ້ຮັບການຮ່ວມມືແກ້ໄຂຮ່ວມກັນເທື່ອ, ພ້ອມກັນນັ້ນ ຜ່ານມາຄອບຄົວດັ່ງກ່າວ ແມ່ນໄດ້ຮັບການຊົດເຊີຍຈາກບໍລິສັດແລ້ວ ໃນເນື້ອທີ່ທີ່ຖືກໂຄງການ ແຕ່ອາດຈະມີການບຸກເບີກກາຍເນືອທີ່ສຳປະທານຫລືບໍ່ນັ້ນຍັງຢູ່ໃນຂັ້ນຕອນການກວດສອບຄືນ ເພື່ອຫາວິທີທາງແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ສ່ວນຜົນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຈະເປັນແນວໃດນັ້ນ ພາກສ່ວນກ່ຽວຂ້ອງພວມເລັ່ງດຳເນີນການ ຫາກມີຄວາມຄືບໜ້າຄືແນວໃດ ທີມຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບຕື່ມພາຍຫລັງ.

ທີ່ມາ ໜັງສືພິມລາວພັດທະນາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 13 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
657.17
669
european-union
EUR
24,072
24,554
china
CNY
2,938
2,996
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-13T112028.196
ຕິດຕັ້ງໄຟເຍືອງທາງ 253 ເສົາ ຕາມເສັ້ນທາງຫລັກເຂົ້າສູ່ດອນໂຂງ
jane - 2025-10-13T112733.620
ແຈ້ງການເກີດແຜ່ນດິນໄຫວໃນຄັ້ງວັນທີ 12 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 13 ຕຸລາ 2025 ດັ່ງລຸ່ມນີ້
pele - 2025-10-13T103353.933
ກຽມເປີດ ນະຄອນຫຼວງວຽງຈັນເກມ 2025, ເລີ່ມ 15 ພະຈິກ ນີ້
jane - 2025-10-13T101808.563
ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຈະເດີນທາງຢ້ຽມຢາມ ສປປ ລາວ
jane - 2025-10-13T094242.532
ຄະນະຜູ້ແທນຂັ້ນສູງຈາກພັກ ສປປ ລາວ ເຂົ້າຮ່ວມພິທີ ສະຫລອງວັນສ້າງຕັ້ງພັກແຮງງານເກົາຫລີ ຄົບຮອບ 80 ປີ
pele - 2025-10-13T091033.806
ຄໍາມ່ວນ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີ
jane - 2025-10-13T092349.578
ພະຍາກອນອາກາດປະຈໍາວັນທີ 13 ຕຸລາ 2025
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
ຢ່າລື່ມກົດຕິດຕາມ