site cover1 (61)
Microsoft Edge ເປີດຕົວ 'Copilot Mode' ຍົກລະດັບບຣາວເຊີສູ່ AI ອັດສະລິຍະ
ຮຽບຮຽງໂດຍ:kaling
ເຜີຍແຜ່: 5 August, 2025

ໃນຍຸກທີ່ Google ມີ Gemini summarize ໃນໜ້າບຣາວເຊີ, Microsoft Edge ເອງກໍ່ມີ Copilot Mode ໃນການຊ່ວຍຄົ້ນຄວ້າຂໍ້ມູນເຊັ່ນກັນ. ແຕ່ທີ່ດີກວ່າແມ່ນ Copilot Mode ອາດຈະຊ່ວຍໄດ້ຫຼາຍກວ່າແຄ່ສະຫຼຸບຂໍ້ມູນ ເພາະສາມາດຊ່ວຍຕັດສິນໃຈແທນໄດ້ດ້ວຍ.

Copilot Mode ເຮັດຫຍັງໄດ້ແດ່?

ສະຫຼຸບເນື້ອຫາ: Copilot ສາມາດສະຫຼຸບເນື້ອຫາຈາກໜ້າເວັບທີ່ທ່ານກຳລັງເຂົ້າຊົມໄດ້ຢ່າງວ່ອງໄວ, ຊ່ວຍໃຫ້ທ່ານເຂົ້າໃຈເນື້ອໃນສຳຄັນໄດ້ໂດຍບໍ່ຕ້ອງອ່ານທັງໝົດ.

ປຽບທຽບລາຄາຈາກເວັບອື່ນທີ່ເປີດໄວ້: ຟີເຈີນີ້ຊ່ວຍໃຫ້ທ່ານປຽບທຽບລາຄາສິນຄ້າຈາກຫຼາຍແທັບພ້ອມກັນ, ຕິດຕາມຂໍ້ສະເໜີພິເສດ, ແລະ ວິເຄາະແນວໂນ້ມຂອງລາຄາ ເພື່ອໃຫ້ທ່ານຕັດສິນໃຈຊື້ໄດ້.

ການໂຕ້ຕອບທີ່ຫຼາກຫຼາຍ: ທ່ານສາມາດໂຕ້ຕອບກັບ Copilot ໄດ້ທັງຜ່ານຄຳສັ່ງສຽງຫຼືຂໍ້ຄວາມ, ເຮັດໃຫ້ການໃຊ້ງານມີຄວາມຍືດຫຍຸ່ນແລະສະດວກສະບາຍ.

ການຄາດເດົາ: ດ້ວຍຄວາມສາມາດຂອງ AI, Copilot ສາມາດຄາດການຕັດສິນໃຈຕໍ່ໄປຂອງທ່ານໃນການທ່ອງເວັບ ແລະ ສະເຫນີຄວາມຊ່ວຍເຫຼືອທີ່ກ່ຽວຂ້ອງລ່ວງໜ້າ ເຊັ່ນ ແນະນຳລິ້ງທີ່ທ່ານອາດສົນໃຈ.

ເປັນສູນກາງການເຮັດວຽກ: Copilot ລວມຟັງຊັນການແຊັດ, ການຄົ້ນຫາ, ແລະ ການນຳທາງເວັບເຂົ້າໄວ້ໃນຊ່ອງປ້ອນຂໍ້ມູນດຽວ, ເຮັດໃຫ້ທ່ານສາມາດເຮັດກິດຈະກຳຕ່າງໆ ໄດ້ໃນທີ່ດຽວໂດຍບໍ່ຕ້ອງປ່ຽນໄປມາລະຫວ່າງຫຼາຍໜ້າຕ່າງ.

ຊ່ວຍເຫຼືອຮອບດ້ານ: ບໍ່ວ່າຈະເປັນການຄົ້ນຄວ້າຂໍ້ມູນ, ການຊອບປິງ, ຫຼື ການເພີ່ມປະສິດທິພາບການເຮັດວຽກ, Copilot ກໍ່ພ້ອມໃຫ້ຄວາມຊ່ວຍເຫຼືອຢ່າງຄົບຖ້ວນ.

ໃຫ້ຂໍ້ມູນເຊິງເລິກ: ສາມາດໃຫ້ຂໍ້ມູນເຊິງເລິກທີ່ກ່ຽວຂ້ອງກັບເນື້ອຫາທີ່ທ່ານກຳລັງເບິ່ງຢູ່, ແລະ ຍັງມີຄວາມສາມາດໃນການດັດແປງຂໍ້ມູນໃຫ້ຕອບສະໜອງ ເຊັ່ນ ປ່ຽນເມນູກະເພາເນື້ອເປັນເມນູກະເພາເຈ.

ຟີເຈີ Copilot Mode ນີ້ເປັນຟັງຊັນທົດລອງທີ່ເປີດໃຫ້ໃຊ້ງານຟຣີສຳລັບທັງຜູ້ໃຊ້ Mac ແລະ PC. ເມື່ອເປີດໃຊ້ງານແລ້ວ, ໜ້າຫຼັກຂອງບຣາວເຊີ Edge ຈະມີຟັງຊັນການຄົ້ນຫາທີ່ຂັບເຄື່ອນດ້ວຍ AI, ຄຳແນະນຳການຄົ້ນຫາ, ແລະ ຊ່ອງປ້ອນຂໍ້ມູນສຳລັບ Copilot chat. ຜູ້ໃຊ້ສາມາດອະນຸຍາດໃຫ້ Copilot ເຂົ້າເຖິງແລະອ້າງອີງເນື້ອຫາຈາກໜ້າເວັບເພື່ອເຮັດການສະຫຼຸບຂໍ້ມູນໄດ້.

ຈາກການທົດລອງໃຊ້ຄ່າງໆ, ຫຼັກການເຮັດວຽກຈະຄ້າຍກັບ Generative AI ທົ່ວໄປ. ແຕ່ເມື່ອລອງໃຫ້ Copilot ຊ່ວຍວາງແຜນການເດີນທາງ, ສິ່ງທີ່ໜ້າສົນໃຈແມ່ນຫຼັກການເຮັດວຽກຈະໄປໃນທິດທາງຊ່ວຍວາງແຜນໄດ້ດີພໍສົມຄວນ, ມີຕາຕະລາງແຍກມາໃຫ້ຊັດເຈນ, ແລະ ຈະແນບລິ້ງມາໃຫ້ຕະຫຼອດເປັນການກວດຄືນຂໍ້ມູນເພື່ອຄວາມໝັ້ນໃຈ.

ຈາກການເປີດຕົວ Copilot Mode ນີ້ ໜ້າຈະເຮັດໃຫ້ຮູ້ວ່າ Microsoft ກຳລັງກ້າວຫຼຸດໜ້າຢ່າງເຕັມທີ່ໃນການຜະສານ AI ເຂົ້າກັບ Edge, ນັບເປັນກ້າວສຳຄັນທີ່ເຮັດໃຫ້ກ້າວໜ້າກວ່າ Chrome ຂອງ Google.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ