ຂ່າວ-Tou-Vientianepost - 2023-05-20T100547.759
ສຶກສາອົບຮົມກຸ່ມມົ້ວສຸມເສບສິ່ງເສບຕິດ ຈຳນວນ 22 ຄົນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 20 May, 2023

ວັນທີ 12 ພຶດສະພາ 2023, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດພິທີສຶກສາອົບຮົມກຸ່ມມົ້ວສຸມເສບສິ່ງເສບຕິດ ຈຳນວນ 22 ຄົນ. ໂດຍມີ ພັທ ກົງມະລີ ແກ້ວວໍລະຈັກ ຮອງຫົວ ໜ້າພະແນກຄຸ້ມຄອງນັກໂທດຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຈຳປາສັກ, ພັຕ ໄຊຊະນະ ອິນທະວົງສາ ຮອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ແລະ ກຸ່ມມົ້ວສຸມຢາເສບຕິດ ເຂົ້າຮ່ວມ.

ເອກະສານທີ່ນຳມາສຶກສາອົບຮົມໃນຄັ້ງນີ້, ມີເອກະສານສິດ ແລະ ພັນທະຂອງພົນ ລະ ເມືອງລາວ, ເອກະສານປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມລາວ, ຜົນຮ້າຍຂອງ ຢາເສບຕິດ, ປະມວນກົດໝາຍເລກທີ 315 ເລກທີ 319 ແລະ ເລກທີ 321 ແລະ ເອກະສານກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ.

ຈຸດປະສົງ, ເພື່ອແນໃສ່ໃຫ້ກຸ່ມເປົ້າໝາຍດັ່ງກ່າວ ຮັບຮູ້ ແລະ ເຂົ້າໃຈຄວາມໝາຍຄວາມສຳຄັນຂອງລະບຽບການຕ່າງໆ ເປັນຕົ້ນແມ່ນລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ຈຳແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທີ່ເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ, ສິດ ແລະ ພັນທະຂອງພົນລະເມືອງລາວ

ໂດຍສະເພາະຊາວ ໜຸ່ມທີ່ຈະກາຍເປັນໜໍ່ແໜງຂອງປະເທດຊາດເປັນຜູ້ສືບທອດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ເຂົ້າໃຈຕໍ່ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ, ດັດປ່ຽນແນວຄິດ ແລະ ພຶດຕິກຳຂອງຕົນ ເຮັດໃຫ້ຕົນເອງກາຍ ເປັນລູກທີ່ດີຂອງພໍ່ແມ່ ເປັນພົນລະເມືອງດີຂອງສັງຄົມ ພ້ອມກັນສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງໄປເທື່ອລະກ້າວ.

ທີ່ມາ ຄວາມສະຫງົບ Lao Security News

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
Copy of site cover (54)
ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ
ຢ່າລື່ມກົດຕິດຕາມ