ດວງ-Tou-Vientianepost (2)
ມອບ​-ຮັບ ​ອັດຖິ​ທະຫານ​ອາສາ​ສະຫມັກ ​​ແລະ ຊ່ຽວຊານ​ຫວຽດນາມ ​ທີ່​ເສຍ​ສະ​ຫຼະຊີວິດ​ໃນ​ປາງ​ສົງຄາ​​ມຢູ່​ລ​າວກັບ​ຄືນ​ປະ​ເທດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 May, 2023
ໝວດ: ຂ່າວ

ວັນ​ທີ 19 ພຶດສະພາ 2023 ນີ້, ຢູ່​ທີ່​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຈັດ​ພິທີ​ ມອບ​-ຮັບ ​ແລະ ຈັດ​ສົ່ງ​ອັດຖິ​ທະ​ຫານ​ອາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນສະ ໄໝສົງຄາມຢູ່ດິນແດນນະ​ຄອນ​ຫຼວງວຽງ​ຈັນກັບຄືນສູ່ປະເທດຈຳນວນ 01 ອັດຖິ ​ໂດຍມີ​ສະຫາ​ຍ ພົນ​ຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ຮອງເລຂາຄະນະພັກນະຄອນຫຼວງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ, ມີທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ (ຜູ້ປະຈຳການ), ມີສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າ​ການ​ເມືອງ​ກອງບັ​ນຊ​າການ​ທະຫານນະຄອນ ຫຼວງ​ວຽງ​ຈັນ, ມີຄະນະປະຕິບັດງານພິເສດທັງ​ສອງ​ຝ່າຍ​, ພ້ອມ​ດ້ວຍ​ພາກ ສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

​ໃນ​ພິທີດັ່ງກ່າວ​ພາກສ່ວນ​ຕ່າງໆກໍ​ໄດ້​ເຂົ້າ​ວາງ​ພວງ​ມະລາ​​ ຈໍານວນ 09 ຄະນະໃນ​ນັ້ນ​ມີຄະ​ນະ​ປະຕິບັດ​ງານ​ພິ​ເສດນະ ຄອນຫຼວງ​ວຽງ​ຈັນ, ຄະ​ນະ​ປະຕິບັດ​ງານ​ພິ​ເສດ​ແຂວງຮ່າ​ຕິ່ງ, ຫ້ອງການທີ່ປຶກສາທູດ​ທະຫານ​ຫວຽດນາມ​ປະ​ຈໍາ​ລາວ​, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ນະ​ຄອນ​ຫຼວງ​ວຽງ​ຈັນ, ສະຫະພັນ​ນັກຮົບ​ເກົ່າ​ນະຄອນຫຼວງ​ວຽງ​ຈັນ, ພະ​ແນ​ກ​

ແຮງ​ງານ- ສະຫວັດດີ​ການສັງຄົມນະຄອນຫຼວງ​ວຽງ​ຈັນ, ກອງບັນຊາການທະຫານເມືອງ ໄຊທານີ ແລະ ກອງ​ບັນຊາ​ການ​ທະຫານ​ທະຫານ​ເມືອງ​ສີ​ໂຄດ​ຕະບອງ, ທັ້ງນີ້ກໍ່​ເພື່ອເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານ​ຄຸນງາມຄວາມດີ​ຂອງບັນດາສະຫາຍນັກຮົບວິລະ​ຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ເພື່ອພາລະກິດ​ອັນ​ສູງ​ສົ່ງ ​ເພື່ອຄວາມສົມບູນພູນສຸກ, ຄວາມເປັນເອກະລາດ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ ກໍຄື ການປະຕິບັດໜ້າທີ່ດ້ວຍນໍ້າໃຈສາກົນກຳມະຊີບອັນສູງສົ່ງຂອງບັນດາສະຫາຍນັກຮົບວິລະ​ຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ມາປະຕິບັດໜ້າທີ່ຢູ່ລາວ​ໃນ​ປາງ​ສົງຄາມ.

ໂດຍ​ປະຕິບັດ​ຕາມສັນຍາ​ຂອງ 2 ລັດຖະບານ ​ແລະ ບົດ​ບັນທຶກ​ຊ່ວຍ​ຈໍາ​ລະຫວ່າງ 2 ຄະນະ ປະຕິບັດ​ງານ​ພິ​ເສດ​ລາວ-ຫວຽດນາມ​ກ່ຽວ​ກັບ​ການ​ຊອກ​ຫາ ​ແລະ ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ໃນ​ປາ​ສົງຄາມ​ຢູ່​ລາວ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ໂດຍ​​ໄດ້​ປະສານ​ງານ​ກັນ​ແໜ້ນລະຫວ່າງ​ຄະນະ​ປະຕິບັດ​ງານ​ພິ​ເສດຂອງ​ທະຫານ​​ນະ​ຄອນ​ຫຼວງ​ວຽງ​ຈັນ ກັບ ​ຄະນະ​ປະຕິບັດ​ງານ​ພິ​ເສດ​ແຂວງຮ່າ​ຕິ່ງ ​ເຊິ່ງ​ເລີ່​ມມາ​ແຕ່​ປີ 2000 ​ເຖິງ​ປີ 2022 ສາມາດຂຸດ​ຄົ້​ນ​ ໄດ້ 127 ອັດຖິ ​ແລະ ​ໄດ້​ມອບ-ຮັບ​ຈັດ​ສົ່ງ​ແລ້ວ, ສະ​ເພາະ​ປີ 2023 ນີ້ ໜ່ວຍ​ງານ​ຊອກ​ຄົ້ນ ​ແລະ ຂຸດ​ຄົ້ນ​ໄດ້​ລົງມື​ປະຕິບັດ​ນັບ​ແຕ່​ເດືອນ ມີນາ ​ຫາ​ເດືອນ ​ເມສາ ສາມາດ​ຂຸດ​ຄົ້ນ​ໄດ້ຕົວ​ຈິງ​ 01 ອັດຖິ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

​​ໂອກາດ​ນີ້ ​ສະຫາ​ຍ ພົນ​ຈັດຕະວາ ສີ​ພອນ ຈັນ​ສົມ​ວົງ ຮອງເລຂາຄະນະພັກນະຄອນຫຼວງ ຫົວໜ້າຄະນະປະຕິບັດງານພິເສດ ນະຄອນຫຼວງວຽງຈັນ ແລະ ທ່ານ ຫງວຽນ ຮົງ ລິ່ງ ຮອງປະທານຄະນະກຳມະການສະພາປະຊາຊົນແຂວງຮ່າຕິ້ງ ກໍ່ໄດ້​ລົງ​ນາມ​ເຊັນສັນຍາ​ມອບ-ຮັບ​ເຊິ່ງກັນ ​ແລະ ກັນ, ໂດຍມີ​ການ​ນໍາ​ທັງ​ສອງ​ຝ່າຍ ​ແລະ ພາກສວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ເປັນ​ສັກ​ຂິພະຍານ ແລະ ໄດ້ຈັດສົ່ງອັດຖິຂອງທະຫານອາສາສະໝັກກັບຄືນປະເທດຢ່າງສົມກຽດ.

ໂດຍ: ​ແສງດາລາ ໄຊຍະລາດ
ທີ່ມາ ຂ່າວ ກອງບັນຊາການທະຫານ ນວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 6 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
661.03
672.27
european-union
EUR
23,843
24,321
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 6 November, 2025
ຊະນິດນ້ຳມັນ
ລາຄາ
28,710
23,660
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 6 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,500,000
43,030,000
42,017,000
43,139,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-07T092408.575
ສະພາບຝຸ່ນລະອອງທີ່ມີຂະໜາດນ້ອຍກວ່າ​ 2.5 ໄມຄຣອນ (PM 2.5) ປະຈຳວັນທ​ີ 07 ພະຈິກ ​2025
jane - 2025-11-07T090208.551
ແຈ້ງເຕືອນພາຍຸໝຸນເຂດຮ້ອນໄຄແມກິ (KALMEGI) ວັນທີ 07 ພະຈິກ ປີ 2025
jane - 2025-11-06T163343.756
ຂ່າວຕ່າງປະເທດລາຍງານໂຮງໄຟຟ້າເກົາຫຼີໃຕ້ຖະຫຼົ່ມ ລະຫວ່າງກຽມຮື້ຖອນ ພົບຄົນຕິດໃຕ້ຊາກຢ່າງໜ້ອຍ 7 ຄົນ
jane - 2025-11-06T154548.563
ແຈ້ງເຕືອນ ເຝົ້າລະວງນ້ຳຖ້ວມຊຸ ແລະ ດິນເຈື່ອນ.ພາຍຸໃຕ້ຝຸ່ນ KALMAEGI ຄາດວ່າໃນຕອນຄ່ຳຂອງວັນທີ 6 ພະຈິກ ແຈ້ງການດັ່ງລຸ່ມນີ້:
jane - 2025-11-06T152102.931
ສານ ແຂວງອຸດົມໄຊ ຕັດອິດສະຫລະພາບຈຳເລີຍ ຈຳຄຸກ 5 ປີ ປັບໃໝ 10,000,000 ກີບຂໍ້ຫາມີຢາເສບຕິດ 76 ເມັດ ໄວ້ໃນຄອບຄອງ
pele - 2025-11-06T145000.718
ແຂວງຫຼວງພະບາງ ທຳລາຍຢາເສບຕິດ ຫຼາຍກວ່າ 35,900 ເມັດ
pele - 2025-11-06T140616.002
ພາຍຸໄຕ້ຝຸ່ນຄັລແມກິກ ພັດຖະຫລົ່ມ ຟີລິບປິນ ເສຍຊີວິດ ເກືອບ 60 ຄົນ
jane - 2025-11-06T134642.386
ຮອງນາຍຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ຄັ້ງທີ 02
jane - 2025-11-06T113735.879
ປະກາດ! ຂ່າວດີສໍາຫຼັບນ້ອງໆສີ່ຂາສັກວັກຊີນປ້ອງກັນພະຍາດໃຫ້ໝາ ແລະ ແມວ (ຟຣີ) ວັນທີ 11-12 ພະຈິກ 2025 ທີ່ໂຮງໝໍປິ່ນປົວສັດຄະນະກະເສດສາດ ມຊ
jane - 2025-11-06T102724.012
ເບິ່ງດວງປະຈຳ ວັນທີ 06 ພະຈິກ 2025 ດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ