site cover1 (72)
NASA ປະກາດເລັ່ງສ້າງເຕົາປະຕິກອນນິວເຄຍ ເທິງຟື້ນຜິວດາວຈັນໃຫ້ສຳເລັດພາຍໃນປີ 2030
ຮຽບຮຽງໂດຍ:kaling
ເຜີຍແຜ່: 11 August, 2025

ຫຼ້າສຸດ NASA ອົງການອາວະກາດສະຫະລັດອາເມລິກາ ໄດ້ປະກາດເລັ່ງແຜນການສ້າງເຕົາປະຕິກອນນິວເຄລຍເທິງໜ້າດາວຈັນໃຫ້ສຳເລັດພາຍໃນປີ 2030 ເບື້ອງຫຼັງຄວາມທະເຍີທະຍານນີ້ອາດບໍ່ແມ່ນພຽງແຕ່ເປົ້າຫມາຍທາງວິທະຍາສາດ ແຕ່ອາດຈະເປັນການແຂ່ງຂັນທາງພູມິລັດຖະສາດທີ່ເຂັ້ມແຂງລະຫວ່າງມະຫາອຳນາດຂອງໂລກ ເພາະວ່າແຜນການນີ້ຂອງ NASA ໄດ້ປະກົດຂຶ້ນໃນຊ່ວງຫຼັງຈາກການປະກາດການຮ່ວມມື ລະຫວ່າງຈີນແລະຣັດເຊຍທີ່ຈະສ້າງສະຖານີພະລັງງານນິວເຄລຍແບບອັດຕະໂນມັດເທິງດາວຈັນພາຍໃນປີ 2035

ການສ້າງຖານໃນດາວຈັນຕ້ອງເຜີ່ນກັບສິ່ງທ້າທາຍດ້ານພະລັງງານຢ່າງໃຫຍ່ຫຼວງ ເພາະວ່າໜື່ງມື້ເທິງດາວຈັນຍາວນານເທົ່າກັບສີ່ອາທິດເທິງໂລກ ປະກອບມີຊ່ວງເວລາທີ່ມີແສງຕາເວັນຕໍ່ເນື່ອງສອງອາທິດ ແລະຊ່ວງເວລາຂອງຄວາມມືດທີ່ເຢັນສົງມາຢູ່ອີກສອງອາທິດ ການອີງໃສ່ພະລັງງານແສງຕາເວັນແຕ່ດຽວຈຶ່ງເກືອບເປັນໄປບໍ່ໄດ້

NASA ຈື່ງໄດ້ຮ້ອງຂໍ ຂໍ້ສະເໜີຈາກບໍລິສັດເອກະຊົນ ເພື່ອສ້າງເຕົາປະຕິກອນຂະໜາດເລີ້ມຕົ້ນທີ່ສາມາດຜະລິດໄຟຟ້າໄດ້ຢ່າງໜ້ອຍ 100 ກິໂລວັດ ຊື່ງເປັນຂັ້ນຕອນທຳອິດທີ່ສຳຄັນ

ຕາມລາຍງານຂອງສື່ມວນຊົນສະຫະລັດ ທ່ານ Sean Duffy ລັກສະການຫົວໜ້າ NASA ໃນເວລານັ້ນ ເຄີຍໄດ້ສະແດງຄວາມກັງວົນຕໍ່ການຮ່ວມມືຂອງສອງຊາດມະຫາອຳນາດ ຈີນ-ຣັດເຊຍ ວ່າ “ອາດປະກາດເຂດຫ້າມເຂົ້າ (Keep-out zone)” ເທິງດາວຈັນ ຊື່ງອາດຕີຄວາມໄດ້ວ່າເປັນການອ້າງສິດຄອບຄອງໃນພື້ນທີ່ດັ່ງກ່າວໂດຍອີງໃສ່ຂໍ້ຕົກລົງອາທີມິສ (Artemis Accords) ທີ່ອະນຸຍາດໃຫ້ມີການຕັ້ງ “ເຂດປອດໄພ” ອ້ອມສະຖານທີ່ປະຕິບັດງານຂອງຕົນ

ເຖິງແມ່ນວ່າແຜນການຂອງ NASA ຈະເບິ່ງທະເຍີທະຍານແລະສ້າງຄວາມຕື່ນເຕັ້ນໃຫ້ກັບຜູ້ທີ່ໄດ້ຍິນຢ່າງຫຼາຍ ແຕ່ໃນ NASA ເອງກໍຕ້ອງເຜີ່ນກັບຄວາມຈິງທີ່ໂຫດຮ້າຍຫຼາຍຢ່າງໃນການຂັບເຄື່ອນຄວາມຝັນນີ້

ຄວາມຂັດແຍ້ງດ້ານງົບປະມານ: ການປະກາດເລັ່ງໂຄງການນີ້ເກີດຂຶ້ນຢ່າງແປກປະຫຼາດ ຫຼັງຈາກລັດຖະບານສະຫະລັດປະກາດຕັດງົບປະມານຂອງ NASA ໃນປີ 2026 ລົງເຖິງ 24% ຊື່ງສົ່ງຜົນກະທົບຕໍ່ໂຄງການວິທະຍາສາດທີ່ສຳຄັນຫຼາຍໆອັນ ລວມທັງໂຄງການເອົາຕົວຢ່າງຈາກດາວອັງຄານກັບສູ່ໂລກ (Mars Sample Return) ເຮັດໃຫ້ນັກວິທະຍາສາດເຫັນວ່າແຜນການຕ່າງໆ ດູບໍ່ສອດຄ່ອງກັນ

ສິ່ງທ້າທາຍດ້ານຄວາມປອດໄພ: ການຍິງວັດຖຸກັມມັນຕະລັງສີຜ່ານຊັ້ນບັນຍາກາດໂລກເປັນປະເດັນທີ່ຫ່ວງໄຍແລະຕ້ອງມີໃບອະນຸຍາດພິເສດ ໂດຍຜູ້ຊ່ຽວຊານດ້ານດາວເຄາະເຫັນວ່າມີຄວາມເປັນໄປໄດ້ ແຕ່ກໍ່ຍັງເປັນຂໍ້ຈຳກັດສຳຄັນສຳລັບພາລະກິດນີ້

ການອີງໃສ່ໂຄງການອາທີມິສ: ເຫນືອສິ່ງອື່ນໃດ ແຜນການທັງໝົດຂື້ນກັບຄວາມສຳເລັດຂອງໂຄງການອາທີມິສ (Artemis) ໃນການສົ່ງມະນຸດແລະອຸປະກອນກັບໄປເຍຍບດາວຈັນ ຊື່ງພາລະກິດ Artemis 3 ກຳນົດການໃນປີ 2027 ແຕ່ກໍ່ປະສົບກັບການຊັກຊ້າແລະຄວາມບໍ່ແນ່ນອນດ້ານງົບປະມານມາໂດຍຕະຫຼອດ

ເພາະສະນັ້ນ ບົດສະຫຼຸບຂອງພາລະກິດພະລັງງານເທິງດາວຈັນຈື່ງຍັງຄົງເປັນທີ່ຄຸມເຄື່ອ ລະຫວ່າງຄວາມຝັນທີ່ຈະຂະຫຍາຍຂອບເຂດຂອງມະນຸດຊາດ ກັບການແຂ່ງຂັນເພື່ອປັກທຸງຊາດເທິງສະໜາມແຫ່ງຊັບພະຍາກອນໃໝ່ທີ່ຢູ່ນອກໂລກ

ຂ່າວຈາກ BBC

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 17 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,526
21,803
thailand (1)
THB
662.81
673.41
european-union
EUR
24,425
24,914
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-17T142530.973
ງານຫອມກິ່ນລາວເດີມ ປີ​ 2025​ ຈັດຂຶ້ນ​ໃນວັນທີ​ 15 ຕຸລາ​​ -​ 5 ພະຈິກ​ 2025​ ນີ້,​ ຢູ່ສູນການການຄ້າແຟຣນຊິມມໍ ຫຼັກ​ 2 ນະຄອນປາກເຊ​ ແຂວງ​ຈໍາປາສັກ
pele - 2025-10-17T133348.394
ຈີນ, ລາວ​ ແລະ​ ຫວຽດ​ນາມ ​ຝຶກ​ຊ້ອມ​ການ​ຮັບ​ມື​ສຸກ​ເສີນ​ຮ່ວມ ​ກ່ຽວ​ກັບ​ພະ​ຍາດ​ແຜ່​ລະ​ບາດ​ຮ້າຍ​ແຮງ​ ຂ້າມ​ຊາຍ​ແດນ ​ຄັ້ງ​ທຳ​ອິດ
pele - 2025-10-17T113800.481
ຍີ່ປຸ່ນ ຊ່ວຍເຫຼືອສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ແຂວງບໍ່ແກ້ວ
jane - 2025-10-17T112057.044
ພາບບັນຍາກາດການຟ້ອນລຳວົງສາມັກຄີ ຂອງທ່ານນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ
jane - 2025-10-17T105720.143
ຍທຂ ເມືອງຈຳພອນ ຕິດຕາມແກ້ໄຂດິນຫົວຂົວເບຕົງຍຸບ ເຂດບ້ານນາກະທ້າງປັດຈຸບັນສາມາດເດີນທາງໄປ-ມາໄດ້ແລ້ວ.
jane - 2025-10-17T102039.018
ເມືອງວຽງພູຄາ ໄດ້ຮັບເຂົ້າສານຊ່ວຍເຫລືອ 342 ໂຕນ
pele - 2025-10-17T094233.268
ລາຍງານເຫດການເກີດແຜ່ນດິນໄຫວຢູ່ບັນປະເທດໃກ້ຄຽງ ວັນທີ 16 ຕຸລາ 2025
jane - 2025-10-17T092950.780
ສະພາບອາກາດປະຈໍາເຊົ້າວັນທີ 17 ຕຸລາ 2025
jane - 2025-10-17T091548.551
 ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
ຢ່າລື່ມກົດຕິດຕາມ