
ພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເປີດໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 2 (I-GFLL 2) ໃນວັນທີ 18 ພຶດສະພາ 2023, ເປັນປະທານ ໂດຍທ່ານ ສີບຸນເຮືອງ ພັນທຸລັກ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້.
ໂຄງການປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 1 (I-GFLL 1) ໄດ້ຮັບການຈັດຕັ້ງປະຕິບັດຢູ່ 3 ແຂວງຄື: ແຂວງໄຊຍະບູລີ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ແຕ່ປີ 2020-2023 ເປົ້າໝາຍມີ 15 ເມືອງ 240 ບ້ານທີ່ໄດ້ຮັບຜົນປະໂຫຍດ. ກົມປ່າໄມ້ ຮ່ວມກັບ ອົງການ GIZ ສະເໜີບົດໂຄງການ ການຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້
ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ ໄລຍະ 2 (I-GFLL 2) ຈາກກອງທຶນດິນຟ້າອາກາດສີຂຽວ (GCF) ແລະ ລັດຖະບານເຢຍລະມັນໃຫ້ (ທຶນຊ່ວຍເຫລືອລ້າ) ປະມານ 32 ລ້ານ ເອີໂຣ (ໃນນັ້ນ 18 ລ້ານເອີໂຣ ແມ່ນຄຸ້ມຄອງໂດຍກອງທຶນປົກປັກຮັກສາສິ່ງແວດລ້ອມ (EPF) ແລະ ອີກ 14 ລ້ານ ເອີໂຣ, ແມ່ນຄຸ້ມຄອງໂດຍອົງການ GIZ, ເພື່ອຈັດຕັ້ງປະຕິບັດຢູ່ 3 ແຂວງໃໝ່ຄື: ແຂວງອຸດົມໄຊ, ແຂວງຫລວງນໍ້າທາ ແລະ ແຂວງແຂວງບໍ່ແກ້ວ, ມີ 12 ເມືອງ, 240 ບ້ານ ໄລຍະຈັດຕັ້ງປະຕິບັດ 4 ປີ 2023-2027.
ເພື່ອເປັນການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດໂຄງການ I-GFLL ໄລຍະ II ໃຫ້ທ່ວງທັນກັບເວລາທີ່ກຳນົດໄວ້ ຈຶ່ງໄດ້ຈັດກອງປະຊຸມ ເພື່ອຮັບຟັງການລາຍງານຄວາມຄືບໜ້າ ແລະ ການປຶກສາຫາລື ການຈັດຕັ້ງປະຕິບັດ ວຽກງານ REDD+ ຢູ່ ສປປ ລາວ, ຄວາມເປັນມາ ແລະ ກອບລວມຂອງໂຄງການ I-GFLL 2, ຜ່ານຮ່າງຂໍ້ຕົກລົງກ່ຽວກັບການສ້າງຕັ້ງຄະນະຊີ້ນຳ ແລະ ຄະນະປະສານງານໂຄງການຂັ້ນແຂວງ ແລະ ຂັ້ນເມືອງ ແລະ ເງື່ອນໄຂໃນການຄັດເລືອກບ້ານເປົ້າໝາຍ ແລະ ຜົນການວິເຄາະເບື້ອງຕົ້ນ ເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດໂຄງການ.
ທີ່ມາ ໂທລະພາບແຂວງບໍ່ແກ້ວ ຂ່າວ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














