site cover1 (75)
Microsoft ເປີດໃຫ້ທົດສອບ Windows 365 Reserve ບໍລິການ Cloud PC ສໍາລັບກໍລະນີສຸກເສີນ
ຮຽບຮຽງໂດຍ:kaling
ເຜີຍແຜ່: 12 August, 2025

Microsoft ໄດ້ເປີດຕົວການທົດສອບບໍລິການ Windows 365 Reserve ໃນຮູບແບບ Limited Public Preview ເຊິ່ງໃຫ້ຜູ້ໃຊ້ງານເຂົ້າເຖິງ Cloud PC ຊົ່ວຄາວເມື່ອຄອມພິວເຕີຫຼັກໃຊ້ງານບໍ່ໄດ້ຈາກການໂຈມຕີທາງໄຊເບີ, ບັນຫາຮາດແວ, ຫຼືຊອບແວຂັດຂ້ອງ.

Windows 365 Reserve ເປັນບໍລິການທີ່ຊ່ວຍໃຫ້ອົງກອນຮັບມືກັບບັນຫາການຢຸດເຮັດວຽກຂອງອຸປະກອນໂດຍບໍ່ຕ້ອງຈັດຫາເຄື່ອງທົດແທນແບບ physical. ບໍລິການນີ້ໃຫ້ສິດຜູ້ໃຊ້ງານເຂົ້າເຖິງ Cloud PC ໄດ້ສູງສຸດ 10 ວັນຕໍ່ປີ, ເຊິ່ງສາມາດໃຊ້ງານແບບຕໍ່ເນື່ອງຫຼືແບ່ງໃຊ້ໃນຫຼາຍເຫດການກໍ່ໄດ້. ປັດຈຸບັນເປີດໃຫ້ທົດສອບແບບ Limited Public Preview ແລ້ວ, ເຊິ່ງລູກຄ້າຈະຕ້ອງໄດ້ຮັບການອະນຸມັດກ່ອນເຂົ້າຮ່ວມ. Microsoft ວາງແຜນຈະເປີດໃຫ້ບໍລິການໃນວົງກວ້າງຫຼັງຈາກຊ່ວງທົດສອບສໍາເລັດ.

ບໍລິການນີ້ເຮັດວຽກເປັນ standalone Windows 365 offering ທີ່ຜູ້ດູແລລະບົບສາມາດ deploy ຜ່ານ Microsoft Intune. Cloud PC ຈະຖືກຕັ້ງຄ່າລ່ວງໜ້າພ້ອມແອັບພລິເຄຊັນຂອງອົງກອນ, ນະໂຍບາຍຄວາມປອດໄພ, ແລະການເຂົ້າເຖິງ Microsoft 365. ຜູ້ໃຊ້ງານສາມາດເຂົ້າເຖິງ desktop ຊົ່ວຄາວຈາກອຸປະກອນໃດກໍ່ໄດ້ຜ່ານ web browser ຫຼື Windows App ດ້ວຍການເຊື່ອມຕໍ່ທີ່ປອດໄພ, ຂະນະທີ່ຄອມພິວເຕີຫຼັກກໍາລັງຊ່ອມແຊມຫຼືປ່ຽນໃໝ່.

Windows 365 Reserve ຍັງນໍາເຂົ້າ security posture ຂອງອົງກອນໂດຍອັດຕະໂນມັດ, ປະຕິບັດຕາມຫຼັກການ Zero Trust ເພື່ອເພີ່ມຄວາມປອດໄພໃນຊ່ວງ downtime. ຜູ້ດູແລລະບົບຈະໄດ້ຮັບການແຈ້ງເຕືອນອັດຕະໂນມັດເມື່ອສິດການໃຊ້ງານໃກ້ໝົດອາຍຸ, ເພື່ອຫຼີກເວັ້ນການຢຸດຊະງັກຫຼືຍົກເລີກການໃຊ້ Cloud PC ເພື່ອເກັບເວລາທີ່ເຫຼືອໄວ້ໃຊ້ໃນອະນາຄົດ.

Microsoft ລະບຸວ່າ Windows 365 Reserve ຍັງມີຂໍ້ຈໍາກັດດ້ານຂະໜາດການໃຊ້ງານ, ເຊັ່ນ ຄວາມຈຸຂອງ Azure ແລະຕ້ອງການການເຊື່ອມຕໍ່ເຄືອຂ່າຍເພື່ອໃຊ້ງານ Cloud PC.

ນອກຈາກນີ້, ໃນເດືອນມິຖຸນາທີ່ຜ່ານມາ Microsoft ໄດ້ປະກາດ security defaults ໃໝ່ສໍາລັບ Windows 365 ທີ່ຈະມີຜົນໃນຊ່ວງຄຶ່ງຫຼັງຂອງປີນີ້, ໂດຍຈະປິດການໃຊ້ງານ clipboard, drive, USB ແລະ printer redirection ເທິງ Cloud PC ທີ່ສ້າງໃໝ່ເພື່ອຫຼຸດຄວາມສ່ຽງຈາກການລັກເອົາຂໍ້ມູນແລະການໂຈມຕີດ້ວຍມັລແວ.

ໃນເດືອນພຶດສະພາ, ບໍລິສັດຍັງໄດ້ເປີດໃຊ້ງານ virtualization-based security, Credential Guard ແລະ hypervisor-protected code integrity (HVCI) ເປັນຄ່າເລີ່ມຕົ້ນເທິງ Windows 365 Cloud PC ທີ່ໃຊ້ Windows 11 gallery images ເພື່ອສ້າງ secure memory enclaves ແລະປ້ອງກັນການ run code ທີ່ເປັນອັນຕະລາຍໃນລະດັບ kernel.

ຂ່າວຈາກ: https://www.bleepingcomputer.com/news/microsoft/microsoft-tests-cloud-based-windows-365-disaster-recovery-pcs/

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 24 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,489
21,765
thailand (1)
THB
673.42
684.19
european-union
EUR
24,492
24,983
china
CNY
2,956
3,015
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (86)
ຈຳປາສັກ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ IX
jane (85)
ຮູ້ຈັກ "ຫອຍທາກຄິວບາ" ຫອຍທາກທີ່ງາມທີ່ສຸດໃນໂລກທີ່ກຳລັງຈະສູນພັນ
pele - 2025-09-24T141747.425
ສຕລ ເປີດໂຄງການກິລາບານເຕະໃນໂຮງຮຽນ ທີ່ແຂວງສະຫວັນນະເຂດ
jane (83)
ພາບຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ລາກາຊາ ທີ່ພັດເຂົ້າຮົງກົງຕອນເຊົ້າມື້ນີ້ 24 ກັນຍາ 2025
pele - 2025-09-24T132008.973
ປະຊາຊົນບ້ານຫາດຍາ ໄດ້ຮັບການພົ່ນຢາຂ້າຍຸງລາຍ ແລະ ຢາຂ້າໜອນນໍ້າ
jane (82)
ລົງນາມຮ່ວມມື ພັດທະນາລະບົບຄຸ້ມຄອງ ການເກັບຄ່າບໍລິການສະຖານທີ່ຈອດລົດ ຢູ່ ນວ
jane (81)
ຮູບພາບທີ່ກຳລັງເປັນກະເເສ ໃນຮ່ອງກົງຊາວເມືອງກະກຽມຕົວຮັບມືພາຍຸໄຕ້ຝຸ່ນລາກາຊາ
jane (80)
ເຫດການທີ່ໜ້າຕົກໃຈທີ່ກຸງເທບມະຫານະຄອນ ປະເທດໄທ ເກີດເຫດ ຖະໜົນຍຸບ ໜ້າໂຮງໝໍຊິຣະພະຍາບານ 24 ກັນຍາ 2025
pele - 2025-09-24T102853.426
ຈົ່ງມີສະຕິລະມັດລະວັງ ຝົນຕົກເປັນວົງກວ້າງ ອາດຈະເກີດໄພພິບັດ ນ້ຳຖ້ວມຊຸ ດິນເຈື່ອນ ໄລຍະນີ້ 24 ຫາ 27 ກັນຍາ 2025
jane (79)
ອົງການນາຊາຂອງສະຫະລັດອາເມຣິກາ ເປີດເຜີຍແຜນການຄັ້ງສຳຄັນ ກະກຽມສົ່ງມະນຸດເດີນທາງໄປສຳຫຼວດດວງຈັນອີກຄັ້ງໃນພາລະກິດ Artemis II
ຢ່າລື່ມກົດຕິດຕາມ