
ຫຼາຍຄົນຄົງເຄີຍໄດ້ຍິນວ່າການນອນໜລັບໃຫ້ຄົບ 8 ຊົ່ວໂມງ ແມ່ນການນອນທີ່ເໝາະສົມ. ແຕ່ຄວາມຈິງແລ້ວແຕ່ລະໄວມີຄວາມຕ້ອງການພັກຜ່ອນທີ່ແຕກຕ່າງກັນ. ເຖິງແມ່ນວ່າພວກເຮົາທຸກຄົນຈະຮູ້ວ່າການນອນໜລັບບໍ່ພຽງພໍຈະເຮັດໃຫ້ຮ່າງກາຍອ່ອນເພຍ, ແຕ່ຜົນຂອງການວິໄຈຫຼ້າສຸດສ້າງຄວາມແປກໃຈ ເມື່ອມີການເປີດເຜີຍວ່າ ການນອນເກີນ 9 ຊົ່ວໂມງເປັນປະຈຳທຸກຄືນ ອາດມີຄວາມສ່ຽງຕໍ່ສຸຂະພາບຫຼາຍກວ່າທີ່ເຄີຍຄິດ.
ເຊິ່ງອາດເປັນອັນຕະລາຍຍິ່ງກວ່າການນອນໜ້ອຍເສຍອີກ ໂດຍມີຄວາມເຊື່ອມໂຍງກັບຄວາມສ່ຽງການເສຍຊີວິດທີ່ເພີ່ມຂຶ້ນ ແລະຍັງມີສາຍພົວພັນກັບພະຍາດຊຶ້ນຊ້າເຊັ່ນ: ເບົາຫວານ ແລະ ພາວະຊຶມເສົ້າ.
ການນອນໜລັບໃຫ້ພຽງພໍມີຄວາມສຳຄັນບໍ່ແພ້ອາຫານ ແລະ ການອອກກຳລັງກາຍ
ການນອນໜລັບທີ່ມີຄຸນນະພາບພຽງພໍເປັນສິ່ງສຳຄັນຕໍ່ສຸຂະພາບທັງທາງກາຍ ແລະ ໃຈ ພໍໆກັບການໄດ້ຮັບໂພຊະນາການທີ່ດີ ແລະ ການອອກກຳລັງກາຍ. ເພາະວ່າຂະນະທີ່ພວກເຮົາຫລັບ ຮ່າງກາຍຈະຊ່ອມແຊມເນື້ອເຍື່ອ ແລະ ກ້າມເນື້ອ, ລວມທັງຊ່ວຍລວບລວມຄວາມຊົງຈຳ, ຄວບຄຸມຮໍໂມນ, ເສີມສ້າງລະບົບພູມຄຸ້ມກັນ ແລະ ຮັກສາຄວາມສົມດູນທາງອາລົມ ແລະ ສະຕິປັນຍາ.
ມູນນິທິສ່ງເສີມສຸຂະພາບການນອນ (Sleep Health Foundation) ແນະນຳໃຫ້ຜູ້ໃຫຍ່ນອນໜລັບໃຫ້ໄດ້ 7-9 ຊົ່ວໂມງຕໍ່ຄືນ. ຫາກນອນໜ້ອຍກວ່າ 7 ຊົ່ວໂມງເປັນປະຈຳ ອາດເຮັດໃຫ້ເກີດອາການອ່ອນເພຍ, ໜັກອົກ, ສະມາທິສັ້ນ ແລະ ໃນໄລຍະຍາວກໍເພີ່ມຄວາມສ່ຽງຕໍ່ພະຍາດຫົວໃຈ, ພະຍາດຫຼອດເລືອດສະໝອງ, ເບົາຫວານຊະນິດທີ່ 2, ພາວະຊຶມເສົ້າ ແລະ ອາດເສຍຊີວິດກ່ອນວັຍອັນຄວນ.
ການນອນເກີນ 9 ຊົ່ວໂມງເປັນປະຈຳ ຈະເກີດຫຍັງຂຶ້ນ?
ຈາກການທົບທວນງານວິໄຈກວ່າ 79 ຊິ້ນ ພົບວ່າ ຜູ້ທີ່ນອນໜ້ອຍກວ່າ 7 ຊົ່ວໂມງ ມີຄວາມສ່ຽງເສຍຊີວິດເພີ່ມຂຶ້ນ 14% ແລະ ຜູ້ທີ່ນອນເກີນ 9 ຊົ່ວໂມງ ມີຄວາມສ່ຽງເສຍຊີວິດເພີ່ມຂຶ້ນເຖິງ 34%.
ການນອນຫຼາຍເກີນໄປຍັງເຊື່ອມໂຍງກັບບັນຫາສຸຂະພາບອື່ນໆອີກຫຼາຍຢ່າງ ເຊັ່ນ: ພາວະຊຶມເສົ້າ, ອາການປວດຊຶ້ນຊ້າ, ນ້ຳໜັກທີ່ເພີ່ມຂຶ້ນ ແລະ ຄວາມຜິດປົກກະຕິທາງເມຕາໂບລິຊຶມເຊັ່ນ ພະຍາດເບົາຫວານຊະນິດທີ່ 2.
ເຖິງຢ່າງໃດກໍຕາມ, ງານວິໄຈເຫຼົ່ານີ້ສະແດງໃຫ້ເຫັນພຽງແຕ່ຄວາມສາຍພົວພັນ ຊຶ່ງບໍ່ແມ່ນຄວາມສາຍພົວພັນແບບເຫດ ແລະ ຜົນໂດຍກົງ ເພາະວ່າໃນຫຼາຍກໍລະນີ ການນອນຫຼາຍເກີນໄປອາດເປັນອາການຂອງບັນຫາສຸຂະພາບທີ່ຊ່ອນຢູ່ ເຊັ່ນ ຜູ້ປ່ວຍພະຍາດຊຶ້ນຊ້າ ຫຼື ຜູ້ທີ່ມີບັນຫາການນອນໜລັບທີ່ບໍ່ມີຄຸນນະພາບ ເຊັ່ນ ພາວະຫຍຸດຫາຍໃຈຂະນະຫລັບ (Sleep apnoea) ມັກຈະໃຊ້ເວລາຢູ່ເທິງຕຽງນານຂຶ້ນ.
ເຈົ້າຕ້ອງການການນອນໜລັບຈັກຊົ່ວໂມງ?
ການນອນທີ່ເໝາະສົມຈະຊ່ວຍໃຫ້ຮ່າງກາຍໄດ້ພັກຜ່ອນໄປພ້ອມກັບການຟື້ນຟູກ່ອນທີ່ພວກເຮົາຈະຕື່ນມາໃຊ້ຮ່າງກາຍອີກຄັ້ງໃນມື້ຕໍ່ໄປ. ເວລາການນອນທີ່ເໝາະສົມຈະແຕກຕ່າງກັນຕາມຊ່ວງໄວ ໂດຍງານວິໄຈໄດ້ລະບຸໄວ້ ດັ່ງນີ້:
- ໄວໜຸ່ມ: ຕ້ອງການ 8-10 ຊົ່ວໂມງ
- ຜູ້ໃຫຍ່: ຕ້ອງການ 7-9 ຊົ່ວໂມງ
- ຜູ້ສູງອາຍຸ: ອາດໃຊ້ເວລາຢູ່ເທິງຕຽງນານຂຶ້ນ ແຕ່ຄວາມຕ້ອງການການນອນໜລັບແທ້ບໍ່ໄດ້ປ່ຽນແປງຫຼາຍ
ສິ່ງທີ່ສຳຄັນຄື ຄຸນນະພາບຂອງການນອນໜລັບ. ການນອນໜລັບທີ່ມີຄຸນນະພາບ ແລະ ຕໍ່ເນື່ອງແມ່ນສິ່ງສຳຄັນ. ຫາກເຈົ້ານອນ 9 ຊົ່ວໂມງ ແຕ່ຕື່ນບ່ອຍຄັ້ງ ກໍອາດບໍ່ໄດ້ເອີ້ນວ່າເປັນການນອນເກີນ ແຕ່ເປັນພຽງການພະຍາຍາມຊົດເຊີຍການນອນທີ່ບໍ່ພຽງພໍ.
ເຄັດລັບສຳລັບການນອນໜລັບທີ່ດີ
ການນອນໜລັບບໍ່ແມ່ນພຽງແຕ່ເລື່ອງຂອງຈຳນວນຊົ່ວໂມງ ແຕ່ຄືຄຸນນະພາບ ແລະ ຄວາມສະໝ່ຳເສມີທີ່ສົ່ງຜົນໂດຍກົງຕໍ່ສຸຂະພາບກາຍ ແລະ ໃຈຂອງເຈົ້າ. ລອງປັບໃຊ້ເຄັດລັບເຫຼົ່ານີ້ເພື່ອສ້າງນິໄສການນອນທີ່ດີຂຶ້ນ:
- ເຂົ້ານອນ ແລະ ຕື່ນນອນໃຫ້ເປັນເວລາ – ການມີຕາຕະລາງເວລາການນອນທີ່ສະໝ່ຳເສມີແມ່ນສິ່ງສຳຄັນ ຈະຊ່ວຍປັບສົມດູນນາລິກາຊີວິດໃຫ້ເຮັດວຽກຢ່າງມີປະສິດທິພາບ
- ຮັບແສງແດດຕອນເຊົ້າ ແລະ ອອກກຳລັງກາຍລະຫວ່າງມື້ – ຊ່ວຍປັບວົງຈອນການຫລັບ-ຕື່ນໃຫ້ເປັນປົກກະຕິ ການອອກກຳລັງກາຍອ່າງສະໝ່ຳເສມີຈະຊ່ວຍໃຫ້ເຈົ້າຫລັບໄດ້ງ່າຍ ແລະ ເລິກຂຶ້ນ
- ຫຼີກເວັ້ນໜ້າຈໍຢ່າງນ້ອຍໜຶ່ງຊົ່ວໂມງກ່ອນນອນ – ແສງສີຟ້າຈາກໂທລະສັບມືຖືຈະໄປຂັດຂວາງການຜະລິດຮໍໂມນເມລາໂຕນິນ ຊຶ່ງເປັນຮໍໂມນທີ່ຊ່ວຍຄວບຄຸມການນອນໜລັບ
- ຈັດສະພາບແວດລ້ອມໃນຫ້ອງນອນໃຫ້ເຢັນ ມືດ ແລະ ງຽບສະງົບ – ຫ້ອງນອນຄວນເປັນສະຖານທີ່ສຳລັບການພັກຜ່ອນຢ່າງແທ້ຈິງ
ຫາກເຈົ້າພົບວ່າຕົນເອງນອນເກີນ 9 ຊົ່ວໂມງເປັນປະຈຳ ຫຼື ຍັງຮູ້ສຶກອ່ອນເພຍເຖິງແມ່ນຈະນອນໜລັບມາດົນແລ້ວ ອາດເປັນສັນຍານຂອງບັນຫາສຸຂະພາບທີ່ຊ່ອນຢູ່ ແລະ ຄວນປຶກສາແພດ ຫຼື ຜູ້ຊ່ຽວຊານດ້ານການນອນໜລັບ.
ທີ່ມາຂ່າວ: timesofindia
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,526 | 21,803 |
![]() THB | 662.81 | 673.41 |
![]() EUR | 24,425 | 24,914 |
![]() CNY | 2,956 | 3,015 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |