site cover1 (78)
NVIDIA ປະກາດເປີດຕົວ RTX PRO 6000 Blackwell Server Edition GPU
ຮຽບຮຽງໂດຍ:kaling
ເຜີຍແຜ່: 18 August, 2025

NVIDIA ປະກາດເປີດຕົວ RTX PRO 6000 Blackwell Server Edition GPU ພ້ອມຈຳໜ່າຍຜ່ານຄູ່ຮ່ວມງານຫຼາຍລາຍ ເຊັ່ນ: Cisco, Dell, HPE, Lenovo ແລະ Supermicro

NVIDIA ໄດ້ເປີດເຜີຍໃນງານ SIGGRAPH ວ່າ RTX PRO 6000 Blackwell Server Edition GPU ຈະຖືກນຳມາຈຳໜ່າຍຜ່ານຄູ່ຮ່ວມງານຜູ້ຜະລິດເຊີບເວີສຳລັບອົງການຈັດຕັ້ງຫຼາຍລາຍ ເຊັ່ນ: Cisco, Dell, HPE, Lenovo ແລະ Supermicro ຊຶ່ງເປັນການນຳສະຖາປະນິກ Blackwell ມາໃຊ້ໃນລະບົບ rack-mounted 2U. ລະບົບໃໝ່ນີ້ໃຫ້ປະສິດທິພາບສູງກວ່າລະບົບ CPU-only ເຖິງ 45 ເທົ່າ ພ້ອມປະສິດທິພາບການໃຊ້ພະລັງງານທີ່ດີຂຶ້ນ 18 ເທົ່າ ເຮັດໃຫ້ຕົ້ນທຶນຕ່ຳລົງ. ເຊີບເວີເຫຼົ່ານີ້ອອກແບບມາເພື່ອຮອງຮັບ workload ຫຼາກຫຼາຍປະເພດ ຕັ້ງແຕ່ agentic AI, ການສ້າງເນື້ອຫາ, data analytics, graphic, scientific simulation ໄປຈົນເຖິງ industrial ແລະ physical AI

ຄວາມສາມາດເດັ່ນຂອງ RTX PRO Servers ມາຈາກການໃຊ້ Tensor Cores ລຸ້ນທີ່ 5 ແລະ Transformer Engine ລຸ້ນທີ່ 2 ທີ່ຮອງຮັບ FP4 precision ເຮັດໃຫ້ປະມວນຜົນ inference ໄດ້ໄວຂຶ້ນ 6 ເທົ່າເມື່ອທຽບກັບ L40S GPU ລຸ້ນກ່ອນໜ້າ ລວມທັງເຕັກໂນໂລຊີ RTX ລຸ້ນທີ່ 4 ສຳລັບງານ photorealistic rendering ທີ່ໃຫ້ປະສິດທິພາບສູງຂຶ້ນ 4 ເທົ່າ. ນອກຈາກນີ້ຍັງຮອງຮັບການໃຊ້ງານແບບ multi-user ຜ່ານເຕັກໂນໂລຊີ virtualization ແລະ Multi-Instance GPU ທີ່ສາມາດແບ່ງ GPU ໜຶ່ງອອກເປັນ 4 instance ແຍກກັນຢ່າງສົມບູນ. ລະບົບຍັງເໝາະສຳລັບການພັດທະນາ physical AI ແລະ robotics ໂດຍສາມາດຮັນ NVIDIA Omniverse ແລະ NVIDIA Cosmos world foundation models ສຳລັບສ້າງ digital twins ຫຼື synthetic data generation ໄດ້ໄວຂຶ້ນ 4 ເທົ່າເມື່ອທຽບກັບລະບົບທີ່ໃຊ້ L40S

Digital Marketing Agency in Laos - Emerging Digital Solutions

ເຊີບເວີ RTX PRO ມີໃຫ້ເລືອກຫຼາຍຮູບແບບ ຕັ້ງແຕ່ 2U ທີ່ຮອງຮັບ 2 GPU, 4U ທີ່ຮອງຮັບ 4 ຫຼື 8 GPU ເພື່ອໃຫ້ອົງການຈັດຕັ້ງສາມາດເລືອກໃຊ້ຕາມຄວາມເໝາະສົມກັບ data center ທີ່ມີຂໍ້ຈຳກັດດ້ານພື້ນທີ່, ພະລັງງານ ແລະລະບົບລະບາຍຄວາມຮ້ອນ. ລະບົບເຫຼົ່ານີ້ຍັງເປັນໂຄງສ້າງພື້ນຖານສຳລັບ NVIDIA AI Data Platform ທີ່ເປັນ reference design ສຳລັບສ້າງລະບົບຈັດເກັບຂໍ້ມູນສະໄໝໃໝ່ຮອງຮັບ enterprise agentic AI. ໂດຍ Dell ໄດ້ປະກາດອັບເດດ Dell AI Data Platform ພ້ອມເຊີບເວີ PowerEdge R7725 2U ທີ່ຕິດຕັ້ງ RTX PRO 6000 ຈຳນວນ 2 ຕົວ ມາພ້ອມກັບຊອບແວ NVIDIA AI Enterprise. ລູກຄ້າສາມາດສັ່ງຊື້ RTX PRO Servers ໄດ້ແລ້ວມື້ນີ້ ໂດຍລຸ້ນ 4U ທີ່ຮອງຮັບ 8 GPU ພ້ອມສົ່ງມອບທັນທີ ສ່ວນລຸ້ນ 2U mainstream ຄາດວ່າຈະວາງຈຳໜ່າຍໃນຊ່ວງປາຍປີນີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 4 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,540
21,817
thailand (1)
THB
663.17
674.44
european-union
EUR
23,974
24,454
china
CNY
2,951
3,010
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 4 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,690,000
43,220,000
42,202,000
43,329,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-11-04T154831.108
ຈຸນັກບິນອະວະກາດ “ເສີນໂຈ່ວ 21” ເຂົ້າສູ່ ສະຖານີ ອະວະກາດ “ທ່ຽນກົ່ງ” ສໍາເລັດ
jane - 2025-11-04T160038.701
ແຂວງຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດ 39.300 ກວ່າເຮັກຕາ
jane - 2025-11-04T152905.499
ກອງປະຊຸມສະໄໝສາມັນຂອງລັດຖະບານ ສຸມໃສ່ຄົ້ນຄວ້າ ວິໄສທັດ 2045 ແລະ ດຳລັດ ຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ ພາຍໃນປະເທດ
jane - 2025-11-04T142629.066
ເບິ່ງດວງປະຈຳ ວັນທີ 04 ພະຈິກ 2025
pele - 2025-11-04T141523.477
ສຳມະນາພິເສດ ສົ່ງເສີມທຸລະກິດກະສິກຳ ໃນລາວ
site cover1 - 2025-11-04T140922.823
ສະຕາບັກຂາຍຫຸ້ນ 60% ໃນຈີນໃຫ້ Boyu Capital ມູນຄ່າ 1.3 ແສນລ້ານ ເພື່ອຮັບມືການແຂ່ງຂັນດຸເດືອດ
jane - 2025-11-04T133901.622
ພາບຄວາມເສຍຫາຍ ຈາກພາຍຸ ໄຕ້ຝຸ່ນ ຄັລແມກີ ພັດເຂົ້າ ຟິລິບປິນ ເຊົ້າວັນທີ 4 ພະຈິກ 2025
pele - 2025-11-04T131928.141
ຝຶກອົບຮົມສ້າງຄວາມຮັບຮູ້ພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແຂວງ
jane - 2025-11-04T105445.837
ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ
pele - 2025-11-04T104252.156
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.
ຢ່າລື່ມກົດຕິດຕາມ