pele - 2025-08-13T150324.859
ອົງການກາແດງແຫ່ງຊາດລາວ ມອບເຄື່ອງກອງນ້ຳໃຫ້ກອງພັນ 418 ເມືອງ ວຽງພູຄາ
ຮຽບຮຽງໂດຍ:Pele
ເຜີຍແຜ່: 13 August, 2025

ໃນວັນທີ 12 ສິງຫາ 2025 ຢູ່ຫ້ອງປະຊຸມກອງພັນ 418 ເມືອງວຽງພູຄາ ແຂວງຫຼວງນ້ຳທາ ອົງການກາແດງແຫ່ງຊາດລາວໄດ້ນຳເອົາອຸປະກອນ ເຄື່ອງກອງນ້ຳສະອາດ ຈຳນວນ 123 ເຄື່ອງ ລວມມູນຄ່າ 80 ລ້ານກີບ ມາມອບໃຫ້ກອງພັນ 418 ເມືອງ ວຽງພູຄາ ເພື່ອນໍາໃຊ້ເຂົ້າໃນວຽກງານພາຍໃນກອງພັນ ແລະ ກອງຮ້ອຍໂດຍສະເພາະແມ່ນເພີ່ມຄວາມສະດວກໃນການເຂົ້າເຖິງນ້ຳສະອາດ ເພື່ອ ດື່ມ ກິນ ແລະ ໃຊ້ ໃນຍາມສຸກເສີນໃຫ້ແກ່ອ້າຍນ້ອງໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນ.

 

 

ໃຫ້ກຽດມອບ ໂດຍ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ຕາງໜ້າຮັບໂດຍ ທ່ານ ພັທ ຫຼອງ ທອງສະໄໝ ຮອງຫົວໜ້າກອງບັນຊາການທະຫານແຂວງຫຼວງນ້ຳທາ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຈາກການນຳເມືອງ ພ້ອມດ້ວຍຄະນະລົງເຮັດວຽກອົງການກາແດງແຫ່ງຊາດລາວ ອົງການກາແດງແຂວງ ນາຍ ແລະ ພົນທະຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 

ພ້ອມດຽວກັນນີ້ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ຍົກໃຫ້ເຫັນເຖິງຄວາມສະດວກໃນການນຳໃຊ້ເຄື່ອງກອງນ້ຳ ໃນການກັ່ນຕອງນ້ຳໃຫ້ສະອາດໃນການກິນ ດື່ມ ການໃຊ້ ເພື່ອໃຫ້ຖືກຫຼັກອະນາໄມ ສົ່ງເສີມການມີສຸຂະພາບດີຂຶ້ນ ທ່ານຍັງຮຽກຮ້ອງໃຫ້ເອົາໃຈໃສ່ ປົກປັກຮັກສາ ເພື່ອການນໍາໃຊ້ເຂົ້າໃນວຽກງານໃຫ້ຍາວນານ

 

ທີ່ມາ: ວຽງຈັນໃໝ່

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 4 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,511
21,788
thailand (1)
THB
663.59
673.81
european-union
EUR
24,115
24,597
china
CNY
2,920
2,978
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-04T160309.641
ລາວ-ໄທ ຫາລື ການຮ່ວມມື ປົກປັກຮັກສາ ແລະ ພັດທະນາອ່າງແມ່ນ້ຳຂອງໃຫ້ມີຄວາມຍືນຍົງ
pele - 2025-09-04T152224.661
ກະກຽມກ້ອນກຳລັງເດີນສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ
pele - 2025-09-04T142754.055
ອົງການກາແດງ ແຂວງເຊກອງ ໄດ້ຮັບລົດ ແລະ ອຸປະກອນເພື່ອ ເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ
VP-Square (2)
7 ໄອເດຍອອກແບບຫ້ອງນອນທີ່ຄວນຫຼີກລ້ຽງ ສົ່ງຜົນຕໍ່ການນອນຫຼັບ ແລະ ຄຸນນະພາບຊີວິດ
VP-Square (1)
ແຈ້ງຫຼີກລ່ຽງການສັນຈອນຊົ່ວຄາວ ຢູ່ຖະໜົນໄກສອນພົມວິຫານ (ປະຕູໄຊ-ຫໍປະຊຸມແຫ່ງຊາດ) ວັນທີ 5-7 ກັນຍາ 2025ນີ້
jane ຮູບລວງນອນ
ນິສັຍໃນໄວເດັກທີ່ເຮັດໃຫ້ທ່ານເປັນຜູ້ໃຫຍ່ໃນມື້ນີ້
jane
ເທັກນິກການ Manifest ໃຫ້ໄດ້ຜົນຈິງ ພ້ອມເລື່ອງທີ່ຄົນມັກເຂົ້າໃຈຜິດ!
pele - 2025-09-03T091723.195
ແຂວງ​ຈໍາປາສັກ ສັ່ງປິດກິດຈະການ ຮ້ານອາຫານ​ 10 ແຫ່ງ ທີ່ບໍ່ຖຶກ​ຕ້ອງ​ຕາມ ​ລະ​ບຽບ​ການ
pele - 2025-09-02T101121.825
ກຸ່ມຫັດຖະກຳຕໍ່າຫູກບ້ານນາຍາງເໜືອເມືອງນໍ້າບາກ ມີສີນຄ້າຫຼາຍຢ່າງເພື່ອຈຳໜ່າຍ
pele - 2025-09-02T093104.611
ແຂວງວຽງຈັນ ສຳເລັດການສ້າງຂະບວນການກິລາລົດຖີບຊີງຂັນເຈົ້າແຂວງ ຄັ້ງທີ 2
ຢ່າລື່ມກົດຕິດຕາມ