pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
ຮຽບຮຽງໂດຍ:Pele
ເຜີຍແຜ່: 14 August, 2025

ໂຄງການປັບປຸງ-ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຢູ່ເຂດເມືອງໄຊ, ເມືອງແບງ ແລະ ເມືອງຮຸນ ແຂວອຸດົມໄຊ ພາຍຫຼັງໄດ້ລົງນາມເຊັນສັນຍາ ແລະ ຈັດຕັ້ງປະຕິບັດມາແຕ່ທ້າຍເດືອນ ກໍລະກົດ 2024 ຈົນເຖິງປັດຈຸບັນ ຊຶ່ງມີສອງສັນຍາ. ໃນນີ້, ສັນຍາທີ 2 ແຕ່ກິໂລແມັດ 68 ເມືອງແບງ ຫາ ກິໂລແມັດ 121 ເມືອງຮຸນ ໂດຍແມ່ນບໍລິສັດ ກວາງຕຸງວິສະວະກຳກໍ່ສ້າງໄຟຟ້ານໍ້າຕົກເລກ 2 ຈຳກັດ ແຫ່ງ ສປ ຈີນ ຮັບ ເໝົາກໍ່ສ້າງ ໃນມູນຄ່າ 22,675,496.42 ໂດລາສະຫະລັດ ຄາດວ່າທ້າຍປີ 2025 ຈະໃຫ້ສຳເລັດ 2 ຫຼັກໝາຍ ເທົ່າກັບ 7 ກິໂລແມັດ. ໃນສັນຍານີ້, ຈະໃຫ້ສໍາເລັດການກໍ່ສ້າງທັງໝົດພາຍໃນ 3 ປີ ແລະ ບູລະນະຮັກສາ 7 ປີ ຕາມສັນຍາ ໂດຍແມ່ນທຶນກູ້ຢືມຈາກທະນາຄານໂລກ (WB). ບໍລິສັດ ກວາຕຸງວິສະວະກຳກໍ່ສ້າງໄຟຟ້ານ່ຳຕົກເລກ 2 ຈຳກັດ ແມ່ນລັດວິສາຫະກິດ 100% ທີ່ຂຶ້ນກັບ ກຸ່ມບໍລິສັດວິສະວະກຳກໍ່ສ້າງ ແຂວງກວາງຕຸງ ສປ ຈີນ ທີ່ເຂົ້າມາດຳເນີນກິດຈະການຢູ່ ສປປ ລາວ ໃນປີ 1995.

 

 

ໂຄງການນີ້, ພາຍຫຼັງສຳເລັດຈະເປັນເສັ້ນທາງໜຶງໃນການພັດທະນາການເຊື່ອມຈອດ-ເຊື່ອມໂຍງການຂົນສົ່ງ ເປັນຕົ້ນການຂົນສົ່ງທາງບົກ, ການບໍລິການໂລຈິສະຕິກ, ທ່າບົກ ແລະ ບັນດາສູນກະຈາຍ ແລະ ເຕົ້າໂຮມສິນຄ້າ, ການຄ້າ ແລະ ການຂົນສົ່ງໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ທັງພາຍໃນ ແລະ ພາກພື້ນ ຕາມແລວທາງເສດຖະກິດຢູ່ໃນພາກພື້ນຕາເວັນອອກ-ຕາເວັນຕົກໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ເພື່ອສະ ໜອງ ວິທີການຮອງຮັບໃຫ້ທັນການ ແລະ ມີປະສິດທິພາບ ໃນກໍລະນີທີ່ເກີດວິກິດການ ຫຼື ສະຖານະການສຸກເສີນທີ່ເກີດຂຶ້ນໄດ້ ເພື່ອເຮັດໃຫ້ການດຳເນີນງານໃນໂຄງການດັ່ງກ່າວຢູ່ຂອບເຂດພາຍໃນແຂວງອຸດົມໄຊໄດ້ດຳເນີນບັນລຸໄປຕາມແຜນການໃນສັນຍາທີ່ໄດ້ລະບຸໄວ້.

 

 

(ຂ່າວ: ສຸວັນທອງ ປັນຍາຂັນ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 25 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,499
21,776
thailand (1)
THB
670
680.72
european-union
EUR
24,381
24,869
china
CNY
2,948
3,007
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (93)
5 ປີ (2021-2025) ເສດຖະກິດ ນວ ຂະຫຍາຍຕົວສະເລ່ຍ 5.34% ຕໍ່ປີ
jane (92)
ເຫດສະຫຼົດໃຈລົດໃຫຍ່ຕຳຄົນແປງທາງ ຈຸດເກີດເຫດແມ່ນເສັ້ນທາງບ້ານຍວນ ເມືອງ ແປກ ແຂວງຊຽງຂວາງ.
pele - 2025-09-25T140931.161
ແຈ້ງການມອດໄຟ 27-28/09/2025
jane (91)
ແຈ້ງເຕືອນໄພເຝົ້າລະວັງ ພາຍຸໝູນເຂດຮ້ອນ ລາກາຊາ (Ragasa) ແລະ ພາຍຸມາໃຫມ່ ພາຍຸໝູນເຂດຮ້ອນ ບົວລອຍ (Bualoi)
jane (90)
ສໍາເລັດ 100% ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ເຂດພຣະທາດສີໂຄດຕະບອງ ເພື່ອເປັນການປ້ອງກັນບໍ່ໃຫ້ອົງພຣະທາດ ເກີດຄວາມເສຍຫາຍຈາກການເຊາະເຈື່ອນ.
jane (89)
ອຸດົມສົມບູນຫຼາຍຮູບພາບຊ້າງປ່າຫລາຍສິບໂຕ ລົງຫລິ້ນນໍ້າຢູ່ເຂດປ່າສະຫງວນແຫ່ງຊາດ ນໍ້າປຸຍ ແຂວງໄຊຍະບູລີ
jane (88)
ຈັບຕາເບິ່ງເກີດຫຍັງຂຶ້ນກັບໂລກ ທັງສົງຄາມ ສຶນາມິ ແຜ່ນດິນໄຫວ ນີ້ແມ່ນ "ວັນສິ້ນໂລກ" ຫຼື ເປັນພຽງແຕ່ "ຈຸດປ່ຽນ
pele - 2025-09-25T105029.337
ພົບຍິງ-ຊາຍເສຍຊີວິດ ຢູ່ແຄມທາງ ຢູ່ເມືອງໄຊ ແຂວງອຸດົມໄຊ
pele - 2025-09-25T100033.192
ຜົ້ງສາລີ ໄດ້ຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ
jane (87)
ຮູບພາບເຫດການຜູ້ຍິງຄົນໜຶ່ງໄດ້ຫນີຂຶ້ນໄປບ່ອນສູງ ຫນີນ້ຳຖ້ວມກະທັນຫັນໃນເມືອງກວາງຟູ່ ແຂວງ ຮະວາຫລຽນ ໄຕ້ຫວັນ ຕອນບ່າຍວັນທີ 23.9.2025
ຢ່າລື່ມກົດຕິດຕາມ